09:28 | 04/07/2025

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Knapper: ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ກວາງຈີ້ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ. (ພາບ: VOV)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ສົມທົບກັບບັນດາກະຊວງ, ຂະແໜງການຂອງສອງຝ່າຍຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ເພີ່ມທະວີການພົວພັນດ້ານການເມືອງໂດຍຜ່ານການແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຮັກສາປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ; ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການຮ່ວມມືຢ່າງຈິງໃຈລະຫວ່າງສອງປະເທດ; ຊຸກຍູ້ການຮ່ວມມືດ້ານການສຶກສາບຳລຸງສ້າງ, ເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນບັນລຸໄດ້ວົງເງິນການຄ້າສອງສົ້ນແມ່ນ 20 ຕື້ USD.

ສ່ວນ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ຕີລາຄາສູງຄວາມຕັດສິນໃຈຂອງລັດຖະບານ ຫວຽດນາມ ໃນການປະຕິບັດບັນດາບຸກທະລຸກ່ຽວກັບລະບອບລະບຽບການ, ກົດໝາຍ; ພ້ອມທັງຢັ້ງຢືນວ່າ ອົດສະຕາລີ ເວົ້າລວມ ແລະ ໃນນາມສ່ວນຕົວເວົ້າສະເພາະ ຍາມໃດກໍສະໜັບສະໜູນຢ່າງແຮງ ກໍຄືມີຄວາມປາດຖະໜາຢາກຮ່ວມເດີນທາງພ້ອມກັບຂະບວນວິວັດປະຕິຮູບຂອງ ຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ Ali Ijaz Ahmad, ປະທານທັງເປັນຜູ້ອຳນວຍການໃຫຍ່ ແລະ ບັນດາການນຳກຸ່ມບໍລິສັດ Makara Capital Partners (ພາບ:VOV)

ໃນຕອນຄ່ຳຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານ Ali Ijaz Ahmad, ປະທານທັງເປັນຜູ້ອຳນວຍການໃຫຍ່ ແລະ ບັນດາການນຳກຸ່ມບໍລິສັດ Makara Capital Partners ຂອງ ສິງກະໂປ ເຊິ່ງພວມສຶກສາຊອກຮູ້ ເພື່ອດຳເນີນການສົ່ງເສີມການລົງທຶນຢູ່ ຫວຽດນາມ.

​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ເລີ່ມ​ຕົ້ນ​ການໄປ​ຢ້ຽມ​ຢາມ​ລາວ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ເລີ່ມ​ຕົ້ນ​ການໄປ​ຢ້ຽມ​ຢາມ​ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 9 ມັງກອນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ໄດ້​ອອກ​ຈາກ​ຮ່າ​ໂນ້ຍ ແລະ ມາ​ຮອດ​ປະ​ເທດ​ລາວ. ນີ້​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ການ​ນຳ​ທີ່​ສຳຄັນ​ຂອງ​ຫວຽດນາມ ຈະ​ໄປ​ຢ້ຽມຢາມ​ໃນ​ປີ 2025.

ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ວຽກ​ງານ​ການ​ທູດ​ເສດ​ຖະ​ກິດ ນັບ​ມື້​ນັບ​ແທດ​ຈິງກວ່າ ແລະ​ ມີ​ແບບ​ມີ​ແຜນກວ່າ ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ວຽກ​ງານ​ການ​ທູດ​ເສດ​ຖະ​ກິດ ນັບ​ມື້​ນັບ​ແທດ​ຈິງກວ່າ ແລະ​ ມີ​ແບບ​ມີ​ແຜນກວ່າ

ຍສໝ - ຕອນຄ່ຳວັນທີ 20 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມພົບປະລະຫວ່າງນາຍົກລັດຖະມົນຕີ ກັບເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ກ່ຽວກັບການສະຫຼຸບວຽກງານການທູດເສດຖະກິດປີ 2024 ແລະ ຈຸດສຸມຂອງປີ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20992.html

In bài biết