14:22 | 02/07/2025

ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫຼາຍ​ຢ່າງ ​ໄດ້​ດຳ​ເນີນ​ຢູ່​ນະ​ຄອນ Budapest, ຮົງ​ກາ​ຣີ.

ທ່ານນາງ​ເລ​ຂາ​ຄະນະພັກແຂວງຕວຽນ​ກວາງ ຮ່າ​ທິ​ງາ ໄດ້​ຮັບ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ຄະ​ນະ​ພັກ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ບັນດາອົງຄະນະ​ສູນ​ກາງ.
ເຕັກ​ໂນ​ໂລ​ຢີ: ຂົວ​ຕໍ່​ສຳ​ຄັນ​ເພື່ອ​ໃຫ້​ວັດ​ທະ​ນະ​ທຳ ຫວຽດ​ນາມ ໄປ​ສູ່​ໂລກ

ໂດຍ​ເຂົ້າ​ຮ່ວມ​ເຫດການມີ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຮຸງ​ກາຣີ ບຸ່ຍ​ເລ​ໄທ, ທ່ານຫົວໜ້າເມືອງ 3 Kiss Laszlo, ບັນດາສະມາຄົມ, ອົງການ​ວັດທະນະທຳ, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ Budapest ​ແລະ ປະຊາຊົນ ຮົງ​ກາຣີ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຕາມ​ສະຖານທູດ ຫວຽດນາມ ປະຈຳ ຮຸງ​ກາຣີ ແລ້ວ, ກ່າວຄຳປາໄສທີ່ໄຂເປີດ, ທ່ານ​ເອກ​ອັກຄະ​ລັດຖະທູດ ບຸຍເລໄທ ໃຫ້​ຮູ້​ວ່າ ໃນ​ສະພາບ​ການ​ທີ່​ສອງ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ວັນ​ວັດທະນະທຳ ຫວຽດນາມ ຢູ່​ເມືອງ 3 ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ເຊີດ​ຊູ​ເອກະລັກ​ວັດທະນະທຳ​ຂອງ​ຊາວ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ຊີວິດ​ດ້ານ​ວັດທະນະທຳ​ຢູ່ Budapest, ​ແມ່ນ​ຂົວ​ແຫ່ງ​ການ​ແລກປ່ຽນ​ວັດທະນະທຳ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈເຊິ່ງກັນ ແລະ ກັນ ແລະ ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ຫວຽດນາມ - ຮຸງ​ກາຣີ.

ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫຼາຍ​ຢ່າງ ​ໄດ້​ດຳ​ເນີນ​ຢູ່​ນະ​ຄອນ Budapest, ຮົງ​ກາ​ຣີ.
ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຮຸງ​ກາຣີ ບຸ່ຍ​ເລ​ໄທ ແລະ ທ່ານຫົວໜ້າເມືອງ 3 Kiss Laszlo ຊົມ​ງານ​ວາງ​ສະ​ແດງ​ຮູບ​ພາບ​ກ່ຽວ​ກັບປະເທດ, ປະ​ຊາ​ຊົນ​ຫວຽດ​ນາມ. (ພາບ: ສະຖານທູດຫວຽດນາມ ປະຈໍາ ຮົງກາຣີ)

ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ສະແດງຄວາມຂອບ​ໃຈການສົບທົບກັນຢ່າງຕັ້ງໜ້າຂອງອຳນາດການປົກຄອງເມືອງ 3, ພ້ອມກັນນັ້ນ ຢືນຢັນ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຮຸງ​ກາຣີ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ມິດຕະພາບ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ຮົງ​ກາລີ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ຮຸງ​ກາຣີ.

ທ່ານ​ຫົວໜ້າເມືອງ 3 Kiss Laszlo ​ໄດ້​ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ວັນ​ວັດທະນະທຳ ຫວຽດນາມ ​ແລະ ​ໃຫ້​ຮູ້​ວ່າ ອຳນາດ​ການ​ປົກຄອງ​ເມືອງ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ສະຖານທູດ​ໃນ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ຂອງ​ປະຊາ​ຄົມ ຫວຽດນາມ. ຜ່ານ​ນັ້ນ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ຊີວິດ​ດ້ານ​ວັດທະນະທຳ​ຂອງ​ທ້ອງ​ຖິ່ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ ​ແລະ ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

ທ່ານສະ​ເໜີເຮັດໃຫ້​ການ​ພົວພັນ​ແຮກສ່ຽວລະຫວ່າງເມືອງ 3 ກັບຕາແສງ ເຊີນ​ໄຕ (ຫວຽດນາມ) ​ເລິກເຊິ່ງກ່ວາອີກ, ພ້ອມທັງ ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ເມືອງ 3.

ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫຼາຍ​ຢ່າງ ​ໄດ້​ດຳ​ເນີນ​ຢູ່​ນະ​ຄອນ Budapest, ຮົງ​ກາ​ຣີ.
ການສະແດງ​ໃນ​ວັນ​ວັດທະນະທຳ ຫວຽດນາມ. (ພາບ: ສະຖານທູດຫວຽດນາມ ປະຈໍາ ຮົງກາຣີ)

ທີ່​ເຫດການ, ​ງານ​ວາງສະ​ແດງ​ຮູບ​ແຕ້ມ, ຮູບ​ພາບ ​ແລະ ວິ​ດີ​ໂອ​ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ - ຮຸງ​ກາຣີ ​ໄດ້​ຊ່ວຍ​ໃຫ້ປະຊາລາດຮຸງ​ກາຣີ ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດສາດ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ກໍ່ຄື​ຮູບພາບຫວຽດນາມ ທີ່ປ່ຽນໃໝ່, ຄວາມຂະຫຍັນຂັນເຄື່ອນ ແລະ ແລະ ​ເຊື່ອມ​ໂຍງ​.

ບັນດາຮ້ານສະແດງກະສິກຳຄື: ໝາກມ່ວງຫິມະພານ, ໝາກພິກໄທ, ກາເຟ, ຊາ ແລະ ເຄື່ອງປະກອບພື້ນເມືອງ ໄດ້ດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວ, ສະແດງໃຫ້ເຫັນວ່າ ບັນດາຜະລິດຕະພັນຂອງ ຫວຽດນາມ ນັບມື້ນັບໄດ້ຮັບຄວາມນິຍົມຢູ່ທ້ອງຕະຫຼາດ ຮັງກາຣີ ແລະ ເອີຣົບ.

ພື້ນທີ່ອາຫານ​ການ​ກິນ ພ້ອມກັບບັນດາລາຍການສິລະ​ປະ​ພື້ນ​ເມືອງ​ໄດ້​ປະກອບສ່ວນ​ໂຄສະນາ​ວັດທະນະທຳ​ຫວຽດນາມ​ ໃຫ້​ແກ່​ເພື່ອນ​ມິດ​ປະຈຳຖິ່ນ, ຜ່ານ​ນັ້ນ​ຊຸກຍູ້​ການ​ແລກປ່ຽນ​ປະຊາຊົນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ຮຸງ​ກາຣີ.

ຫວຽດ​ນາມ ໂຮມ​ເຂົ້າຍັງ​ເຫຼືອ 34 ແຂວງ, ນະ​ຄອນ ຢ່າງ​ເປັນ​ທາງ​ການ ຫວຽດ​ນາມ ໂຮມ​ເຂົ້າຍັງ​ເຫຼືອ 34 ແຂວງ, ນະ​ຄອນ ຢ່າງ​ເປັນ​ທາງ​ການ

ຍສໝ - ດ້ວຍອັດຕາ 96,44% ສະມາຊິກສະພາແຫ່ງຊາດທີ່ມີໜ້າໄດ້ເຫັນດີ, ຕອນເຊົ້າວັນທີ 12 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງປີ 2025. ຕາມນັ້ນແລ້ວ, ທົ່ວປະເທດມີ 34 ຫົວໜ່ວຍບໍລິຫານ, ລວມມີ 6 ນະຄອນຂຶ້ນກັບສູນກາງ ແລະ 28 ...

ນະ​ຄອນ​ໂຮ່​ຈີ​ມິນ ມຸ່ງ​ໄປ​ເຖິງ​ເປົ້​າ​ໝາຍ​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່ນຳ​ໜ້າ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ທັນ​ສະ​ໄໝ​ທີ່​ສຸດ​ຢູ່ ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ​ມິນ ມຸ່ງ​ໄປ​ເຖິງ​ເປົ້​າ​ໝາຍ​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່ນຳ​ໜ້າ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ທັນ​ສະ​ໄໝ​ທີ່​ສຸດ​ຢູ່ ຫວຽດ​ນາມ

ຍສໝ - ທີ່ການເຮັດວຽກ, ອີກຄັ້ງ ທ່ານເລຂາທິການໃຫຍ່ ໂຕເລິມ ໜຶ່ງຢັ້ງຢືນການໂຮມນະຄອນ ເຂົ້າກັບສອງທ້ອງຖິ່ນພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນ ແຖວໜ້າແມ່ນ ບິ່ງເຢືອງ ແລະ ບ່າເຣ້ຍຫວູງເຕົາ ໄດ້ເປີດໄລຍະພັດທະນາໃໝ່ ໃຫ້ແກ່ນະຄອນໂຮ່ຈີມິນ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20985.html

In bài biết