09:54 | 02/07/2025

ທ່ານນາງ​ເລ​ຂາ​ຄະນະພັກແຂວງຕວຽນ​ກວາງ ຮ່າ​ທິ​ງາ ໄດ້​ຮັບ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ຄະ​ນະ​ພັກ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ບັນດາອົງຄະນະ​ສູນ​ກາງ.

ຄະນະ, ຫົວໜ່ວຍ 19 ແຫ່ງຂອງອົງການຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ໃໝ່.
ອັດ​ກອ​ງ​ປະ​ຊຸມ​ທົ່ວ​ປະ​ເທດ​ຝືກ​ອົບ​ຮົບ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ພັກ, ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕາ​ແສງ

ທີ່ກອງປະຊຸມ, ທ່ານ ໂດ້ຈ້ອງຮື່ງ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ປະກາດບົດສະຫຼຸບກອງປະຊຸມກົມການເມືອງໃນວັນທີ 6 ມິຖຸນາ 2025 ກ່ຽວກັບການປຸກລະດົມ, ມອບໝາຍ, ແນະນຳ, ເລືອກຕັ້ງຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອາຍຸການ 2024-2029. ຕາມນັ້ນແລ້ວ, ທ່ານນາງ ຮ່າທິງາ,ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ຕວຽນກວາງ ຊຸດທີ່ 15 ໄດ້ຢຸດຕິການເຂົ້າຮ່ວມຄະນະບໍລິຫານງານ, ຄະນະປະຈໍາພັກແຂວງ ແລະ ຢຸດຕິການດຳລົງຕໍາແໜ່ງເລຂາຄະນະພັກແຂວງ ຕວຽນກວາງ ອາຍຸການ 2020-2025, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ຕວຽນກວາງ ຊຸດທີ່ 15. ທ່ານນາງ ຮ່າ​ທິ​ງາ ​ໄດ້​ຮັບ​ການ​ປຸກລະດົມ, ມອບ​ໝາຍ, ​ແນະນຳ​ໃຫ້​ຮັບ​ເລືອກ​ຕັ້ງ​ດຳລົງ​ຕຳ​ແໜ່​ງເປັນຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ອາຍຸການ 2024-2029.

ທ່ານ ໂດ້ຈ້ອງຮື່ງ ກໍ່​ໄດ້​ປະກາດ​ຂໍ້ຕົກລົງ​ເລກທີ 2142-QDNS/TW ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານພະນັກງານ. ຕາມ​ນັ້ນ​ແລ້ວ, ກົມ​ການ​ເມືອງ​ໄດ້​ຕັດສິນ​ໃຈ​ໃຫ້ທ່ານ​ນາງ ຮ່າ​ທິງາ ຢຸດ​ການ​ເຂົ້າ​ຮ່ວມ​ຄະນະ​ບໍລິຫານ​ງານ, ຄະນະ​ປະຈຳ​ພັກ​ແຂວງ ​ແລະ ຢຸດ​ດຳລົງ​ຕຳ​ແໜ່​ງ​ເລຂາ​ຄະນະ​ພັກ​ແຂວງ ຕວຽນກວາງ ອາຍຸການ 2020-2025; ​​ໄດ້​ແຕ່ງ​ຕັ້ງ​ທ່ານ​ນາງ​ເຂົ້າ​ຮ່ວມ​​ຄະນະ​ບໍລິຫານ​ງານ, ຄະນະ​ປະຈຳ​ຄະນະພັກແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງຄະນະສູນ​ກາງອາຍຸການ 2020-2025. ຂໍ້ຕົກລົງນີ້ ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກໍລະກົດ 2025.

ທ່ານນາງ​ເລ​ຂາ​ຄະນະພັກແຂວງຕວຽນ​ກວາງ ຮ່າ​ທິ​ງາ ໄດ້​ຮັບ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ຄະ​ນະ​ພັກ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ບັນດາອົງຄະນະ​ສູນ​ກາງ.
ທ່ານ ໂດ້ວັນຈ໋ຽນ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ​ເລຂາທິການ​ຄະນະພັກແນວ​ໂຮມ​ປະ​ເທດ​ຊາດ, ບັນດາອົງຄະນະສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ມອບຂໍ້ຕົກລົງ ແລະ ຊົມ​ເຊີຍ​ທ່ານ​ນາງ ຮ່າທິງາ ໃນ​ການຮັບເອົາໜ້າທີ່ໃໝ່. (ພາບ: Dinh Hoa)

ກ່າວ​ຄຳປາໄສ​ທີ່​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໂດ້ວັນຈ໋ຽນ ໄດ້​ຊົມ​ເຊີຍ​ທ່ານ​ນາງ ຮ່າທິງາ ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ພາລະສຳຄັນໃໝ່​ໂດຍ​ກົມ​ການ​ເມືອງ. ທ່ານຕີ​ລາຄາ​ວ່າ ທ່ານ​ນາງ ຮ່າ​ທິງາ ​ແມ່ນ​ພະນັກງານ​ທີ່​ໄດ້​ເຕີບ​ໂຕ​ຂຶ້ນ​ຈາກ​ຮາກ​ຖານ, ​ໄດ້​ດຳລົງ​ຕຳ​ແໜ່​ງການ​ນຳ​ຫຼາຍ​ຢ່າງ​ຄື: ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ, ​ເລຂາ​ຄະນະ​ພັກ​ແຂວງ ຕວຽນກວາງ. ທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນຕຳແໜ່ງໃໝ່, ທ່ານນາງ ຮ່າທິງາ ພ້ອມດ້ວຍລວມໝູ່ການນຳຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈະເສີມຂະຫຍາຍຈິດໃຈສາມັກຄີ, ປະສົບຜົນສຳເລັດໜ້າທີ່ຂອງພັກ, ລັດ ແລະ ປະຊາຊົນທີ່ໝອບໃຫ້.

ກ່າວ​ຄຳປາໄສ​ທີ່​ຮັບໜ້າທີ່, ທ່ານ​ນາງ ຮ່າ​ທິ​ງາ ຢືນຢັນ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ກຽດ​ສັກ​ສີ ​ແລະ ຄວາມ​ຮັບຜິດຊອບ​ເມື່ອ​ໄດ້​ຮັບ​ການ​ມອບ​ໝາຍ​ໜ້າ​ທີ່​ໃໝ່​ຈາກ​ກົມ​ການ​ເມືອງ. ​ໃນ​ຖານະ​ທີ່ປະຕິບັດງານຢູ່ຄະນະພັກແນວ​ໂຮມ​ປະ​ເທດ​ຊາດ, ບັນດາອົງຄະນະສູນກາງ, ທ່ານນາງກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະສືບຕໍ່​ຮັບ​ເອົາ​ຄຳ​ສັ່ງ​ຢ່າງເຂັ້ມງວດ, ຫັນໜ້າທີ່ໆໄດ້ໝອບໝາຍເປັນລະອຽດ, ສືບ​ຕໍ່​ຝຶກຝົນຫຼໍ່ຫຼອມ​ຄຸນ​ນະພາ​ບການ​ເມືອງ, ຍົກສູງ​ຄວາມ​ສາມາດ​​ໃນວຽກງານ, ສືບ​ທອດ​ຮີດຄອງ​ປະ​ເພນີ ​ແລະ ປະສົບ​ການ​ຂອງ​ຄົນ​ລຸ້ນກ່ອນ ​ເພື່ອສຳເລັດໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບົດ​ບາດ​ຂອງແຂວງ ອານ​ຢາງໃໝ່ ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແຫ່ງ​ຊາດ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບົດ​ບາດ​ຂອງແຂວງ ອານ​ຢາງໃໝ່ ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແຫ່ງ​ຊາດ

ຍສໝ - ພາຍຫຼັງໂຮມ 2 ແຂວງ ເຂົ້າກັນ, ໜ້າທີ່ສຳຄັນແຖວໜ້າແມ່ນ ປັບປຸງຄວາມເປັນເອກະພາບດ້ານແນວຄິດ, ສ້າງຄວາມເຫັນດີເຫັນພ້ອມ, ເສີມຂະຫຍາຍມູນເຊື້ອປະຕິວັດ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງທັງສອງແຂວງ.

ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່ ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຢືນ​ຢັນ​ການ​ສືບ​ທອດ​ປະ​ຫວັດ​ສາດ, ສະ​ພາບ​ການ​ພົວ​ພັນ​ໃນ​ປະ​ຈຸ​ບັນ ແລະກ້າວ​ໄປ​ສູ່​ອະ​ນາ​ຄົດ​ໃໝ່

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20983.html

In bài biết