ຜະລິດຕະພັນ ຫວຽດນາມ ດຶງດູດຄວາມສົນໃຈຢູ່ງານຕະຫຼາດນັດສາກົນ ອານເຊຣີ 2025
![]() |
ວັນທີ 24 ມິຖຸນາ, ຢູ່ຫໍງານວາງສະແດງ Pins Maritimes ຢູ່ນະຄອນຫຼວງ ອານເຊຣີ, ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ສົມທົບກັບອົງການການຄ້າຈັດພິທີເປີດສະຫຼອງຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ຢູ່ງານຕະຫຼາດນັດສາກົນ ອານເຊຣີ ຄັ້ງທີ 56 (FIA 2025). ດ້ວຍຄຳຂວັນ “ເພື່ອການຮ່ວມມືລວມ ແລະ ຍືນຍົງ”, FIA 2025 ເຕົ້າໂຮມເກືອບ 700 ວິສາຫະກິດໃນຫຼາຍຂົງເຂດຄືກະສິກຳ, ອຸດສາຫະກຳປຸງແຕ່ງ, ນ້ຳມັນອາຍແກັດ, ການກໍ່ສ້າງ, ເຄື່ອງໄຟຟ້າ - ເອເລັກໂຕນິກ, ກົນຈັກ ຕະຫຼອດຮອດສິ່ງແວດລ້ອມ, ການທ່ອງທ່ຽວ ແລະ ການສຶກສາ. ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ໄດ້ວາງສະແດງສິນຄ້າຕົວຢ່າງຂອງວິສາຫະກິດກວ່າ 30 ແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດຜະລິດຕະພັນກະເສດ, ສິນໃນນ້ຳ, ສະບຽງອາຫານ, ເກີບໜັງ, ເຄື່ອງຕຳແຜ່ນຕັດຫຍິບ, ເຄື່ອງເຟີນີເຈີ, ຢາງພລາດຕິກ, ວັດສະດຸກໍ່ສ້າງ, ພາຫະນະເຄື່ອງກົນຈັກ ແລະ ເຄື່ອງຈັກອຸດສາຫະກຳ. (ພາບ: VNA) |
![]() | ນຳ ກວາງນິງ ກາຍເປັນຈຸດນັດພົບການທ່ອງທ່ຽວສະໜິດຕິດພັນກັບຊາວອິດສະລາມ ຍສໝ - ບັນດາຜູ້ແທນໄດ້ເຮັດແຈ້ງບັນດາເນື້ອໃນກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງຄວາມຕ້ອງການຂອງການທ່ອງທ່ຽວສະໜິດຕິດພັນກັບຊາວອິດສະລາມ; |
![]() | ເປີດງານແຂ່ງຂັນບານເຕະນັກສຶກສາຫວຽດນາມ ຢູ່ ລາວ ຍສໝ - ຕອນຄ່ຳວັນທີ 15 ມີນານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານລະຫວ່າງໜ່ວຍຊາວໜຸ່ມກອມມູນິດໂຮ່ຈິມິນ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດພິທີເປີດງານແຂ່ງຂັນບານເຕະນັກສຶກສາ. |
ມີງດຶກ