ຕາມແຈ້ງການຂອງກົມການທ່ອງທ່ຽວແຫ່ງຊາດ, ທົ່ວປະເທດໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 10,5 ລ້ານເທື່ອຄົນໃນ 5 ວັນພັກບຸນຜ່ານມາ, ໃນນັ້ນມີຫຼາຍທ້ອງຖິ່ນຕ້ອນຮັບຈຳນວນແຂກທ່ອງທ່ຽວເປັນຈຳນວນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນໃນວັນພັກບຸນໃນໂອກາດວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ. ຕາມນັ້ນແລ້ວ, ໃນໂອກາດນີ້ ກໍ່ໄດ້ສ້າງຂີດໝາຍກ່ຽວກັບຈຳນວນແຂກທ່ອງທ່ຽວທີ່ມາຢ້ຽມຢາມ, ມາທ່ຽວຫຼາຍກວ່າອີກນັບແຕ່ພາຍຫຼັງພະຍາດໂຄວິດ-19, ດ້ວຍຈຳນວນແຂກທ່ອງທ່ຽວກວ່າ 10,5 ລ້ານເທື່ອຄົນ, ເພີ່ມຂຶ້ນກວ່າ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຕາມກົມການທ່ອງທ່ຽວແຫ່ງຊາດແລ້ວ, ສ່ວນຫຼາຍບັນດາສະຖານທີ່ທ່ອງທ່ຽວຈຸດສຸມໃນທົ່ວປະເທດລ້ວນແຕ່ຮັບຮູ້ສັນຍານທີ່ຕັ້ງໜ້າດ້ວຍຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນຫຼາຍ, ນັບແຕ່ 50 ເຖິງ 100% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ນະຄອນ ໂຮ່ຈີມິນ ເຊິ່ງ ແມ່ນສະຖານທີ່ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 - 30/04/2025) ໄດ້ດຶງດູດແຂກທ່ອງທ່ຽວຫຼາຍກວ່າ 3 ລ້ານເທື່ອຄົນ. ບັນດາແຂວງ, ນະຄອນອື່ນກໍ່ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 1 ລ້ານເທື່ອຄົນເຊິ່ງແມ່ນ ແທັງຮ່ວາ (1,6 ລ້ານເທື່ອຄົນ), ກ໋ວາງນິງ (1,1 ລ້ານເທື່ອຄົນ), ແຄ້ງຮ່ວາ (1 ລ້ານເທື່ອຄົນ). |