ຄະນະຜູ້ແທນຂັ້ນສູງລາວ ແລະກຳປູເຈຍ ຈະໄປຮອດຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງໃນວັນທີ 30 ເມສາ
ວັນທີ 30 ເມສາ ໃນຄວາມຊົງຈຳຂອງເພື່ອນມິດສາກົນ | |
50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ: ໄຊຊະນະ ວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງພັດທະນາຂອງຫວຽດນາມ |
![]() |
ໂດຍຕອບສະໜອງຕາມຄຳເຊີນຂອງການນຳພັກ ແລະລັດຫວຽດນາມ, ຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ ນຳໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ຈະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແຕ່ວັນທີ 28-30 ເມສາ; ຄະນະຜູ້ແທນຂັ້ນສູງກຳປູເຈຍ ນຳໂດຍທ່ານ Hun Sen ປະທານພັກປະຊາຊົນກຳປູເຈຍ (CPP), ປະທານສະພາສູງລາຊະອານາຈັກກຳປູເຈຍ ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ ແຕ່ວັນທີ 29-30 ເມສານີ້. |