ສານຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໃນລະຫວ່າງການໄປຢ້ຽມຢາມ ຫວຽດນາມ
ຕອນບ່າຍວັນທີ 14 ເມສາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງສາທາລະນະລັດປະຊາຊົນ ຈີນ ສີຈີ້ນຜິງ ໄດ້ເດີນທາງມາເຖິງນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ເປັນເວລາ 2 ວັນ ແຕ່ວັນທີ 14-15 ເມສາ 2025 ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລີມ ແລະ ທ່ານປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເລືອງເກື່ອງ.
![]() |
ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ໄປຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ. (ພາບ: Lam Khanh/TTXVN) |
ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໄດ້ມີສານພາຍຫຼັງເດີນທາງມາຮອດສະໜາມບິນສາກົນ ໂນ້ຍບາຍ.
“ຂ້າພະເຈົ້າດີໃຈທີ່ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຄັ້ງທີ 4 ໄປຍັງປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ສູນກາງພັກກອມມູນິດຫວຽດນາມ, ສະຫາຍ ໂຕເລີມ ແລະ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ເລືອງເກື່ອງ.
ຕາງໜ້າໃຫ້ພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນ, ຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວດ້ວຍຄວາມຍິນດີຢ່າງສຸດໃຈ ແລະ ຄຳອວຍພອນອັນດີງາມທີສຸດມາຍັງພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ", ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ເນັ້ນໜັກ
ຕາມທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລ້ວ, ປີ 2025 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດສຳລັບຫວຽດນາມ, ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ຄົບຮອບ 80 ປີແຫ່ງວັນສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ) ແລະ ຄົບຮອບ 50 ປີແຫ່ງການປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.
ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ພວມກ້າວໄປໜ້າ, ປະຕິບັດສອງເປົ້າໝາຍ 100 ປີແຫ່ງຂອງພັກ ແລະ ປະເທດຊາດ.
ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ, ທີ່ຕັ້ງສາກົນ ແລະ ພາກພື້ນນັບມື້ນັບເຂັ້ມແຂງ, ການຫັນສັງຄົມນິຍົມເປັນອຸດສາຫະກຳ, ທັນສະໄໝບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.
“ຈີນ ໄດ້ສະແດງຄວາມຍິນດີຢ່າງຈິງໃຈຕໍ່ບັນດາຜົນງານດັ່ງກ່າວ. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ໂຕເລີມ ເປັນນຳໜ້າ, ຫວຽດນາມ ຈະສືບຕໍ່ເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນຕາມເງື່ອນໄຂຕົວຈິງຂອງປະເທດ, ປະຕິບັດໄຊຊະນະບັນດາເປົ້າໝາຍທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ 13, ເປີດໜ້າໃໝ່ໃຫ້ແກ່ການພັດທະນາຂອງພັກ ແລະ ປະເທດຊາດ", ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ເນັ້ນໜັກ.
ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ເນັ້ນໜັກວ່າ: ຈີນ ແລະ ຫວຽດນາມ ແມ່ນສອງປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ, ພູຜາປ່າໄມ້ເຊື່ອມຕໍ່, ແມ່ນ້ຳເຊື່ອມຕໍ່, ຕິດພັນກັນ; ແມ່ນຊຸມຊົນທີ່ແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ.
ໃນຊຸມປີແຫ່ງການຕໍ່ສູ້ເພື່ອເອກະລາດ, ເສລີ, ສອງປະເທດໄດ້ຢືນຢູ່ຄຽງຂ້າງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບຢ່າງເລິກເຊິ່ງ“ທັງເປັນສະຫາຍ, ທັງເປັນອ້າຍນ້ອງ”.
ບົນເສັ້ນທາງກໍ່ສ້າງສັງຄົມນິຍົມທີ່ເໝາະສົມກັບລັກສະນະຊາດ, 2 ຝ່າຍສືບຕໍ່ຮ່ວມມືຢ່າງຕັ້ງໜ້າ, ຮຽນຮູ້ເຊິ່ງກັນ ແລະ ກັນ, ໄດ້ສະແດງໃຫ້ເຫັນຄວາມສົດໃສດ້ານຂອງເສັ້ນທາງສັງຄົມນິຍົມຢ່າງຈະແຈ້ງ.
ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໃຫ້ຮູ້ວ່າ ໃນໄລຍະຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມໃນປີ 2023, 2 ຝ່າຍໄດ້ຮ່ວມກັນປະກາດສ້າງປະຊາຄົມແບ່ງປັນອານາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ. ຖະແຫຼງການດັ່ງກ່າວໄດ້ເປີດບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງສອງພັກ ແລະ ສອງລັດ.
ປີນີ້, ສອງປະເທດສະເຫຼີມສະຫຼອງ 75 ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ກໍແມ່ນປີແລກປ່ຽນມະນຸດສະທຳຈີນ-ຫວຽດນາມ 2025, ສ້າງກາລະໂອກາດໃໝ່ເພື່ອຊຸກຍູ້ການສ້າງສາປະຊາຄົມແບ່ງປັນອານາຄົດ ຈີນ-ຫວຽດນາມ.
ບົນຫຼັກໝາຍປະຫວັດສາດດັ່ງກ່າວ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ, ແບ່ງປັນພາລະກິດອັນສູງສົ່ງ, ຍາດແຍ່ງກາລະໂອກາດຂອງຍຸກສະໄໝ, ເພີ່ມທະວີການຮ່ວມມືດ້ວຍມາດຕະຖານສູງກ່ວາ, ໃນຫຼາຍຂົງເຂດ ແລະ ໃນລະດັບເລິກເຊິ່ງກວ່າອີກ, ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດ, ພາກພື້ນ ແລະ ໃນໂລກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ກ່າວວ່າ ໃນການຢ້ຽມຢາມຄັ້ງນີ້, ທ່ານຈະໄດ້ປຶກສາຫາລືຢ່າງເລິກເຊິ່ງກັບການນຳຂັ້ນສູງຂອງຫວຽດນາມ ໃນບັນດາບັນຫາລວມ ແລະ ມີຄວາມຍຸດທະສາດທີ່ກ່ຽວຂ້ອງເຖິງທິດພັດທະນາການພົວພັນລະຫວ່າງສອງພັກ ແລະ ສອງປະເທດ, ເປັນບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນໄດ້ຮ່ວມກັນວາງແຜນກຳນົດເສັ້ນທາງພັດທະນາໃໝ່ໃຫ້ປະຊາຄົມແບ່ງປັນອານາຄົດ ຈີນ-ຫວຽດນາມ.
ຕອນທ້າຍຂອງສານ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ສະແດງຄວາມອວຍພອນໃຫ້ສາທາລະນະລັດສັງຄົມນິຍົມ ຫວຽດນາມ ນັບມື້ນັບໃຫ້ມີຄວາມຈະເລີນ, ປະຊາຊົນມີຄວາມສຸກ; ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຈີນກັບຫວຽດນາມໝັ້ນຄົງຕະຫຼອດໄປ; ປະຊາຄົມແບ່ງປັນອານາຄົດ ຈີນ-ຫວຽດນາມ ມີຄວາມໝາຍຍຸດທະສາດ, ບັນລຸຜົນສໍາເລັດທີ່ຍິ່ງໃຫຍ່.
![]() | ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ທ່ານມີຄວາມເບີກບ່ານມ່ວນຊື່ນ ແລະ ອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ XX ຂອງພັກກອມມູນິດ ຈີນ ຢ່າງຈິງໃຈ. |
![]() | ຍສໝ - ເມື່ອບໍ່ດົນມານີ້, ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ. |
ມີງດຶກ