ຫວຽດນາມ ສາມາດນຳໃຊ້ບັນດາ FTA ທີ່ພວມມີຢູ່ແລ້ວ ເພື່ອເປີດກວ້າງຕະຫຼາດສົ່ງອອກ
ການປະຕິບັດບັນດາສັນຍາ FTA ລຸ້ນໃຫມ່ເພື່ອຍູ້ແຮງການສົ່ງອອກ | |
ສະວິດ ປາດຖະໜາຢາກບັນລຸໄດ້ ສັນຍາການຄ້າເສລີ FTA ກັບ ຫວຽດນາມ |
![]() |
ຕາມທ່ານ Shantanu Chakraborty, ຜູ້ອຳນວນການແຫ່ງຊາດຂອງ ADB ປະຈຳ ຫວຽດນາມ ແລ້ວ, ລັດຖະບານຫວຽດນາມ ໄດ້ສ້າງແຜນການບັນລຸລະດັບເຕີບໂຕທີ່ເຕັມໄປດ້ວຍຄວາມຫວັງ ແລະສິ່ງດັ່ງກ່າວອາດສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຈາກພາຍນອກຫຼາຍພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ເລື່ອງ ອາເມລິກາ ປະກາດຈັດວາງອັດຕາພາສີຫວ່າງມໍ່ໆມານີ້, ພ້ອມກັບການຂາດຄວາມສະຖຽນລະພາບທົ່ວໂລກພວມສືບຕໍ່ດຳເນີນໄປ, ອາດຈະສ້າງສິ່ງທ້າຍທາຍຫຼາຍພໍສົມຄວນໃຫ້ແກ່ການເຕີບໂຕຂອງຫວຽດນາມ ໃນປີນີ້. ທ່ານ Shantanu Chakraborty ຖືວ່າ ຫວຽດນາມ ຕ້ອງນຳໃຊ້ບັນດາໂອກາດອື່ນເພື່ອພັດທະນາ. “ບັນດາຄວາມມານະພະຍາຍາມດີທີ່ສຸດຂອງຫວຽດນາມ ໃນການເປີດກວ້າງການພົວພັນຮ່ວມມືກັບບັນດາຄູ່ຄ້າຫຼັກແຫຼ່ງໄດ້ຊ່ວຍໃຫ້ຫວຽດນາມ ມີບັນດາສັນຍາການຄ້າເສລີ (FTA). |