ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ)
![]() | ແທງຮວ່າ ຕ້ອນຮັບ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດ 58 ຄົນທີ່ມາຈາກແຂວງ ຫົວພັນ (ລາວ) |
![]() | ການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສະຫະພັນແມ່ຍິງ ແຂວງ ຫົວພັນ ແລະ ສະຫະພັນແມ່ຍິງແຂວງ ແທງຮວ໋າ |
![]() |
ສະຫາຍ ຫງວຽນຢວ້ານແອງ, ກໍາມະການສູນກາງພັກ, ເລຂາພັກແຂວງ ແທັງຮວາ ແລະ ບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ໄດ້ອວຍພອນບຸນປີໃໝ່ເຖິງຄະນະພັກ, ອຳນາດການປົກຄອງແຂວງ ຫົວພັນ (ສປປ ລາວ). |
![]() |
ສະຫາຍ ພອນສຸກ ອິນທະວົງ, ຮອງເຈົ້າແຂວງຫົວພັນ ແລະ ບັນດາສະຫາຍການນຳແຂວງຫົວພັນ, ສປປ ລາວ ໄດ້ໃຫ້ການຕ້ອນຮັບຢ່າງສະໜິດສະໜົມ. |
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ໄດ້ມອບຂອງຂວັນທີ່ລະນຶກໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຫົວພັນ. |
ເມື່ອມາຮອດເມືອງຊຳເໜືອ, ຄະນະໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຫົວພັນ. ສະຫາຍ ພອນສຸກ ອິນທະວົງ, ຮອງເຈົ້າແຂວງຫົວພັນ ແລະ ບັນດາສະຫາຍການນຳແຂວງຫົວພັນ, ສປປ ລາວ ໄດ້ໃຫ້ການຕ້ອນຮັບຢ່າງສະໜິດສະໜົມ..
| ||
ທີ່ການພົບປະ, ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະຜູ້ແທນແຂວງ ແທັງຮວ່າ ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງພັກ, ລັດ ແລະ ປະຊາຊົນລາວ ເວົ້າລວມ, ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຫົວພັນ ເວົ້າສະເພາະ ພາຍຫຼັງການເຖິງແກ່ກຳຂອງສະຫາຍ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ. ພ້ອມກັນນັ້ນ, ຜ່ານບັນດາສະຫາຍການນຳແຂວງຫົວພັນ ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວຂອງສະຫາຍ ຄຳໄຕ ສີພັນດອນ.
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ເນັ້ນໜັກວ່າ: ສະຫາຍ ຄຳໄຕ ສີພັນດອນ ແມ່ນເພື່ອນມິດທີ່ດີຂອງຫວຽດນາມ. ໃນຕະຫຼອດພາລະກິດການປະຕິວັດ, ສະຫາຍໄດ້ມີປະກອບສ່ວນຫຼາຍຢ່າງໃຫ້ແກ່ຂະບວນການປະຕິວັດຂອງສອງປະເທດອ້າຍນ້ອງ ຫວຽດນາມ - ລາວ.
ພາຍຫຼັງໄດ້ຮັບຊາບຂ່າວກ່ຽວກັບການເຖິງແກ່ກຳຂອງສະຫາຍ ຄຳໄຕ ສີພັນດອນ, ວັນທີ 3 ເມສາ 2025, ສະຫາຍ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ໄປໄວ້ອາໄລ.
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ໄວ້ອາໄລ ສະຫາຍ ຄຳໄຕ ສີພັນດອນ ຕາມພິທີສົບລະດັບຊາດ ເປັນເວລາ 2 ວັນ ແມ່ນວັນທີ 4 ແລະ 5 ເມສາ. ແຂວງ ແທັງຮວ່າ ກໍ່ໄດ້ຈັດຕັ້ງຄະນະຜູ້ໄປໄວ້ອາໄລ ສະຫາຍ ຄຳໄຕ ສີພັນດອນ ຢູ່ ສະຖານທູດ ລາວ ປະຈຳ ຫວຽດນາມ.
ທ່ານເລຂາຄະນະພັກແຂວງ ຫງວຽນຢວ້ານແອັງ ຢືນຢັນວ່າ ການເສຍຊີວິດຂອງສະຫາຍ ຄຳໄຕ ສີພັນດອນ ແມ່ນຄວາມເສຍຫາຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນລາວ; ການນຳ ແລະ ປະຊາຊົນຫວຽດນາມ ໄດ້ສູນເສຍເພື່ອນມິດ, ສະຫາຍທີ່ສະໜິດສະໜົມຍາມໃດກໍ່ພະຍາຍາມຈົນສຸດຊີວິດເພື່ອພາລະກິດປະຕິວັດຂອງສອງປະເທດອ້າຍນ້ອງ ລາວ-ຫວຽດນາມ.
ສະຫາຍໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາໝາກຜົນທີ່ພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງຂອງແຂວງ ແທັງຮວ່າ ໃນປີ 2024 ແລະ ບັນດາເດືອນຕົ້ນປີ 2025.
ການຮ່ວມມືໃນຂົງເຂດວັດທະນະທຳ, ການສຶກສາ - ບຳລຸງສ້າງ, ການແພດ ແລະ ການຮ່ວມມືດ້ານປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ ສືບຕໍ່ໄດ້ຮັບການເພີ່ມທະວີ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ປະຕິບັດສັນຍາກ່ຽວກັບລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກລະຫວ່າງສອງລັດຖະບານ; ຜັນຂະຫຍາຍປະຕິບັດວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົງເຂດຊາຍແດນສອງແຂວງຢ່າງມີປະສິດທິຜົນ.
ເພື່ອສືບຕໍ່ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ແຂວງໃນໄລຍະຈະມາເຖິງ, ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາ ແລະ ເພີ່ມທະວີການຮ່ວມມືຮອບດ້ານ ແລະ ລວງເລິກໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດທີ່ສອງຝ່າຍມີທ່າແຮງ. ສຸມໃສ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືດ້ານການລົງທຶນ, ຜະລິດ, ດຳເນີນທຸລະກິດ, ການຄ້າ, ການທ່ອງທ່ຽວ, ການຮ່ວມມືວັດທະນະທຳ, ການສຶກສາ, ການແພດ, ການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ ຕື່ມອີກ.
2 ຝ່າຍຍູ້ແຮງວຽກງານໂຄສະນາເຜີຍແຜ່, ສຶກສາ ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ບັນດາຊັ້ນວັນນະໃນໝູ່ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສັດຊື່ບໍລິສຸດ, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ ແລະ 2 ແຂວງ ແທັງຮວ່າ ແລະ ແຂວງ ຫົວພັນ.
ຕາງໜ້າການນຳແຂວງ ແທັງຮວ່າ, ທ່ານ ຫງວຽນຢວ້ານແອັງ ເລຂາພັກແຂວງ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການອຳນາດການປົກຄອງ ແລະ ປະຊາຊົນແຂວງຫົວພັນ ທີ່ໄດ້ມີການຕ້ອນຮັບໃຫ້ຄະນະຜູ້ແທນແຂວງ ແທັງຮວ່າ ຢ່າງອົບອຸ່ນ, ເຄົາລົບນັບຖື, ລອບຄອບ.
ຕາງໜ້າຄະນະພັກແຂວງ, ຄະນະກຳມະການອຳນາດການປົກຄອງ ແລະ ປະຊາຊົນບັນດາຊາວເຜົ່າແຂວງຫົວພັນ, ສະຫາຍ ພອນສຸກ ອິນທະວົງ, ຮອງເຈົ້າແຂວງຫົວພັນ ໄດ້ສະແດງຄວາມຂອບໃຈເຖິງສະຫາຍ ຫງວຽນຢວ້ານແອັງ, ກໍາມະການສູນກາງພັກ, ເລຂາພັກແຂວງ ແທັງຮວ່າ ແລະ ບັນດາສະມາຊິກໃນຄະນະ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ອວຍພອນບຸນປີໃໝ່ປະຈໍາຊາດ ພ້ອມກັບຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຫົວພັນ.
ສະຫາຍເນັ້ນໜັກວ່າ ຜ່ານບັນດາການຢ້ຽມຢາມ ແລະ ເຮັດວຽກຂອງການນຳສອງແຂວງ ຈະນັບມື້ນັບຮັດແໜ້ນສາຍພົວພັນຄວາມຮັກແພງມິດຕະພາບລະຫວ່າງ ແທັງຮວ່າ - ຫົວພັນ ຈະຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ກ່າວຄຳປາໄສທີ່ການພົບປະກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຊາວແຂວງ ແທັງຮວ່າ ຢູ່ແຂວງ ຫົວພັນ. |
ພາຍຫຼັງອວຍພອນປີໃໝ່ໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຫົວພັນ, ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ມີການພົບປະກັບພໍ່ແມ່ປະຊາຊົນຊຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຊາວແຂວງ ແທັງຮວ່າ ຢູ່ແຂວງ ຫົວພັນ.
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກ.oຄະນະໄດ້ຖ່າຍຮູບທີ່ລະນຶກກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ແທັງຮວ່າ ຢູ່ແຂວງ ຫົວພັນ. |
ຕາງໜ້າການນຳແຂວງ, ທ່ານເລຂາພັກແຂວງ ໄດ້ຂອບໃຈຢ່າງຈິງໃຈສຳລັບຄວາມຮັກແພງອັນເລິກເຊິ່ງຂອງປະຊາຄົມຊາວ ແທັງຮວ່າ ອາໄສຢູ່ແຂວງ ຫົວພັນ ທີ່ມີຕໍ່ບ້ານເກີດເມືອງນອນ. ສະຫາຍ ເຊື່ອໝັ້ນວ່າ ປະຊາຄົມຊາວ ແທັງຮວ່າ ອາໄສຢູ່ແຂວງ ຫົວພັນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຂອງຊາດຫວຽດນາມ ທີ່ຕຸ້ມຫໍ່, ຊ່ວຍເຫຼືອ, ຊຸກຍູ້ເຊິ່ງກັນ ແລະ ກັນ ພ້ອມກັບປະຕິບັດກົດໝາຍຂອງປະເທດປະເທດປະຈຳຖິ່ນໃຫ້ຖືກຕ້ອງ; ຕັ້ງໜ້າຮ່ຳຮຽນ, ອອກແຮງງານ, ພັດທະນາເສດຖະກິດ, ຍົກສູງຊີວິດ; ຮັກສາເອກະລັກວັດທະນະທຳຂອງຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ ປະກອບສ່ວນເຂົ້າໃນການພັດທະນາລວມຂອງແຂວງ, ເຮັດໃຫ້ສາຍພົວພັນອັນດີງາມລະຫວ່າງຫວຽດນາມ - ລາວ, ແທັງຮວ່າ - ຫົວພັນນັບມື້ນັບພັດທະນາແບບຍືນຍົງ.
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ສະຫາຍ ພອນສຸກ ອິນທະວົງ, ຮອງເຈົ້າແຂວງ ຫົວພັນ ໄດ້ຖວາຍດອກໄມ້ຢູ່ອະນຸສາວະລີປະທານປະເທດ ໄກສອນ ພົມວິຫານ. |
ໃນລາຍການໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫົວພັນ, ສະຫາຍ ເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ສະຫາຍ ພອນສຸກ ອິນທະວົງ, ຮອງເຈົ້າແຂວງ ຫົວພັນ ພ້ອມດ້ວຍການນຳສອງແຂວງ ໄດ້ມາຖວາຍດອກໄມ້ຢູ່ອະນຸສາວະລີປະທານປະເທດ ໄກສອນ ພົມວິຫານ ແລະ ອະນຸສາວະລີນັກຮົບອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ທີ່ເສຍສະລະຊີວິດຢູ່ ລາວ.
ການນຳສອງແຂວງຈະສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ, ລະຫວ່າງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນສອງແຂວງ ແທັງຮວ່າ - ແຂວງ ຫົວພັນ ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.
![]() |
ສະຫາຍ ເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ສະຫາຍ ພອນສຸກ ອິນທະວົງ, ຮອງເຈົ້າແຂວງ ຫົວພັນ ພ້ອມກັບການນຳຂອງ 2 ແຂວງ ໄດ້ຖະຫວາຍດອກໄມ້ ແລະ ທູບທຽນຢູ່ທີມທ້ອນໂຮມຊອກຫາອັດຖິກະດູກທະຫານອາສາສະໝັກ ຫວຽດນາມ (ກອງບັນຊາການທະຫານແຂວງ ແທັງຮວ່າ). |
ຕາງໜ້າໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນແຂວງ, ທ່ານ ເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ສະໝັກໃຈຈະສາມັກຄີ, ເສີມຂະຫຍາຍມູນເຊື້ອຂອງບ້ານເກີດເມືອງນອນຂອງແຂວງ ແທັງຮວ່າ, ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເພື່ອກໍ່ສ້າງແຂວງ ແທັງຮວ່າ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ ແລະ ສີວິໄລ, ສົມກັບການເສຍສະລະຊີວິດຂອງບັນດາວິລະຊົນ, ນັກຮົບຜູ້້ເສຍສະລະຊີວິດເພື່ອຊາດ.
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ໄດ້ໂອ້ລົມກັບພະນັກງານ, ນັກຮົບຂອງທີມທ້ອນໂຮມຊອກຫາອັດຖິກະດູກທະຫານອາສາສະໝັກ ຫວຽດນາມ (ກອງບັນຊາການທະຫານແຂວງ ແທັງຮວ່າ). |
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ໄດ້ໄປຢ້ຽມຢາມກອງບັນຊາການທະຫານແຂວງ ຫົວພັນ ເພື່ອອວຍພອນບຸນປີໃໝ່ປະຈຳຊາດ. |
ຕໍ່ໄປ, ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ມີການໂອ້ລົມກັບພະນັກງານ, ນັກຮົບຂອງທີມທ້ອນໂຮມຊອກຫາອັດຖິກະດູກທະຫານອາສາສະໝັກ ຫວຽດນາມ (ກອງບັນຊາການທະຫານແຂວງ ແທັງຮວ່າ); ເພື່ອເໄປອວຍພອນບຸນປີໃໝ່ປະຈຳຊາດໃຫ້ແກ່ພະນັກງານ-ນັກຮົບກອງບັນຊາການທະຫານແຂວງ ຫົວພັນ.
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ເຂົ້າຮ່ວມພິທີຜູກແຂນ. |
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ໄປຢ້ຽມຢາມໂຄງການກໍ່ສ້າງສຳນັກງານຄະນະກຳມະການອຳນາດການປົກຄອງເມືອງ ວຽງໄຊ. |
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ໄປຢ້ຽມຢາມກໍ່ສ້າງສຳນັກງານຄະນະກຳມະການອຳນາດການປົກຄອງເມືອງ ຊຳເໜືອ. |
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ໄປຢ້ຽມຢາມສວນສາທາລະນະມິດຕະພາບ ແທັງຮວ່າ - ຫົວພັນ. |
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ໄປຢ້ຽມຢາມໂຮງໝໍມິດຕະພາບຫວຽດນາມ - ລາວ ແຂວງ ຫົວພັນ ໂດຍລັດຖະບານຫວຽດນາມ ໄດ້ອຸປະຖຳໃຫ້ປະເທດລາວ. |
ເນື່ອງໃນໂອກາດນີ້, ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ແລະ ບັນດາສະມາຊິກໃນຄະນະໄດ້ເຂົ້າຮ່ວມພິທີຜູກແຂນ - ຄວາມງາມດ້ານວັດທະນະທຳມູນເຊື້ອຂອງປະຊາຊົນຊາວບັນດາເຜົ່າລາວ; ໄດ້ໄປຢ້ຽມຢາມກິດຈະການ, ໂຄງການທີ່ແຂວງ ແທັງຮວ່າ ໃຫ້ການໜູນຊ່ວຍ ແຂວງຫົວພັນ, ລວມມີ: ໂຄງການກໍ່ສ້າງສຳນັກງານຄະນະກຳມະການອຳນາດການປົກຄອງເມືອງ ວຽງໄຊ, ກໍ່ສ້າງສຳນັກງານຄະນະກຳມະການອຳນາດການປົກຄອງເມືອງ ຊຳເໜືອ, ສວນສາທາລະນະມິດຕະພາບ ແທັງຮວ່າ - ຫົວພັນ.
![]() |
ທ່ານເລຂາພັກແຂວງ ຫງວຽນຢວ້ານແອັງ ໄດ້ອຳລາສະຫາຍ ພອນສຸກ ອິນທະວົງ, ຮອງເຈົ້າແຂວງຫົວພັນ ເພື່ອອອກເດີນທາງໄປແຂວງ ແທັງຮວ່າ. |
ດ້ວຍຄວາມຮັກແພງ ແລະ ບົນຈິດໃຈມິດຕະພາບ, ພາຍຫຼັງ 2 ວັນໄດ້ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງ ຫົວພັນ, ຄະນະຜູ້ແທນຂັ້ນສູງແຂວງ ແທັງຮວ່າ ໄດ້ອຳລາ, ຂອບໃຈການຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈຂອງການນຳແຂວງ ຫົວພັນ ເພື່ອອອກເດີນທາງໄປແຂວງ ແທັງຮວ່າ, ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫົວພັນ ຢ່າງຈົບງາມ.
![]() | ຫາຍເຢືອງ ແລະ ແທັງຮ໋ວາ ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຂອງບັນດາກອງທັບອາສາສະໝັກ ຫວຽດນາມ ຢູ່ລາວ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ, ຫາຍເຢືອງ ແລະ ແທັງຮ໋ວາ ໄດ້ຈັດຕັ້ງການພົບປະທົບທວນຄືນມູນເຊື້ອທີ່ຢູ່ຄຽງບ່າຄຽງໄຫຼ່ຊາວ ລາວ ໃນການຕໍ່ສູ້ປົກປັກຮັກສາເອກະລາດ. |
![]() | ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ ຍສໝ - ຕອນບ່າຍວັນທີ 29 ພຶດສະພາ, ຢູ່ທີ່ໂຮງແຮມ ຈຳປາ, ເມືອງ ເຊິມເຊີນ, ສະຫາຍ ໂດ໊ຈ່ອງຮຶງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ແທງຮວ໋າ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງສະພາປະຊາຊົນແຂວງ ຫົວພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນຳໂດຍ ສະຫາຍ ຄອນປະພັນ ເລືອງສີຈັນທອງ, ... |
ແທັງຮັ່ງ