ເຕັມໄປດ້ວຍຄວາມຮັກແພງອັນອົບອຸ່ນ ຫວຽດນາມ ໃນໂອກາດບຸນປີໃໝ່ຂອງບັນດາປະເທດເພື່ອນມິດ
![]() | ກຽດອັນສະຫງ່າ ຫວຽດນາມ 2023: ເຊີດຊູບັນດາແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ |
![]() | ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືເພື່ອຮັກສາສະຖຽນລະພາບ ແລະ ສັນຕິພາບໃນໂລກ |
ວັນທີ 6 ເມສາ, ສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກ ກຳປູເຈຍ ໄດ້ສົມທົບກັບໂຮງໝໍ Cho Ray-Phnom Penhແລະ ບໍລິສັດຫຸ້ນສ່ວນກະສິກຳ ເຈືອງຫາຍ (Thaco Agri) ຈັດຕັ້ງໂຄງການກວດກາ, ປິ່ນປົວພະຍາດ, ແຈກຢາຍຢາ, ມອບຂອງຂວັນໃຫ້ຄົນງານ ຫວຽດນາມ ແລະ ກຳປູເຈຍ ຢູ່ເຂດປະສົມ Snuol ຂອງບໍລິສັດ Thaco Agri (ເມືອງ Snuol, ແຂວງ Kratie).
![]() |
ທ່ານໝໍ, ພະຍາບານຈາກໂຮງໝໍ Cho Ray-Phnom Penh ກວດກາ ແລະ ໃຫ້ຄຳປຶກສາດ້ານສຸຂະພາບແກ່ຄົນງານຢູ່ເຂດປະສົມ Snuol ຂອງບໍລິສັດ Thaco Agri (ເມືອງ Snuol, ແຂວງ Kratie, ລາຊະອານາຈັກ ກຳປູເຈຍ). ພາບ: TTXVN |
ດ້ວຍອຸປະກອນການແພດພິເສດ, ທີມແພດໝໍ, ພະຍາບານ 26 ທ່ານ ຈາກໂຮງໝໍ Cho Ray – Phnom Penh ໄດ້ໄປກວດ, ກວດພະຍາດ ແລະ ໃຫ້ຄຳປຶກສາດ້ານສຸຂະພາບໃຫ້ແກ່ຄົນງານ 500 ຄົນ, ໃນນັ້ນມີຊາວຫວຽດນາມ 200 ຄົນ ແລະ ກຳປູເຈຍ 300 ຄົນ.
ກ່າວຄຳປາໄສທີ່ໂຄງການ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນມິງຫວູ ໄດ້ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນ ແລະ ນ້ຳໃຈສາມັກຄີລະຫວ່າງບັນດາໂຮງໝໍ ແລະ ວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ ໃນການເບິ່ງແຍງ ແລະ ປົກປັກຮັກສາສຸຂະພາບຂອງຄົນງານ ແລະ ປະຊາຊົນປະຈຳຖິ່ນ.
ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ: ເຂດປະສົມຂອງບໍລິສັດ Thaco Agriແມ່ນໂຄງການລົງທຶນກະສິກຳທີ່ມີຄຸນນະພາບສູງຂອງສາກົນ ດ້ວຍຄົນງານທີ່ມີທັກສະສູງຫຼາຍພັນຄົນ. ນີ້ແມ່ນການສະແດງໃຫ້ເຫັນການຮ່ວມມືດ້ານເສດຖະກິດທີ່ເຂັ້ມແຂງລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.
![]() |
ກວດພະຍາດໃຫ້ປະຊາຊົນ ແຂວງຫົວພັນ (ລາວ). ພາບ: ໜັງສືພິມ ຮ່າໂນ້ຍ ໃໝ່ |
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ອວຍພອນປີໃໝ່ປະຈຳຊາດ ກຳປູເຈຍ Choul Chnam Thmey ມາຍັງຄົນງານ ຫວຽດນາມ ແລະ ກຳປູເຈຍ ທີ່ພວມເຮັດວຽກຢູ່ເຂດປະສົມ. ທ່ານເອກອັກຄະລັດຖະທູດຍັງໄດ້ມອບຂອງຂວັນ 500 ພູດໃຫ້ບັນດາຄອບຄົວທີ່ດ້ອຍໂອກາດ, ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ລູກຫຼານພະນັກງານ, ລັດຖະກອນທີ່ເຮັດວຽກຢູ່ເຂດປະສົມ Snuol.
ກ່ອນໜ້ານັ້ນ, ວັນທີ 3-4 ເມສາ, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ (ລາວ) ໄດ້ສົມທົບກັບ ໂຮງໝໍຫຼາຍຂະແໜງ ອານຫວຽດ, ທີມປະຕິບັດງານພິເສດ (ທະຫານເຂດ 4), ຄະນະບໍລິຫານງານຊາວ ຫວຽດນາມ ແຂວງ ຫົວພັນ ເພື່ອປະຕິບັດໂຄງການກວດກາ, ແຈກຢາຍຢາໂດຍບໍເສຍຄ່າ ແລະ ມອບຂວັນໃຫ້ປະຊາຊົນລາວ ຢູ່ເມືອງວຽງໄຊ (ແຂວງຫົວພັນ).
ການນຳເມືອງວຽງໄຊ ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດໂດຍບໍເສຍຄ່າທີ່ມີຂະໜາດໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາຢູ່ທີ່ນີ້, ສະແດງໃຫ້ເຫັນຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ.
![]() | 3 ຂີດໝາຍຂອງກຳລັງຮັກສາສັນຕິພາບໃນປີ 2022 ຍສໝ - ຕາມທ່ານຮອງລັດຖະມົນຕີ ຮວ່າງຊວນຈ໊ຽນ ແລ້ວ, ນີ້ແມ່ນບັນດາຂີດໝາຍໜ້າພາກພູມໃຈທີ່ຄວນສືບຕໍ່ເຜີຍແຜ່ ແລະ ເສີມຂະຫຍາຍໃນໄລຍະຈະມາເຖິງ. |
ມີງດຶກ