ສິງກະໂປ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງຫວຽດນາມ
ຂີດໝາຍໃໝ່ໃນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ - ສິງກະໂປ | |
ສ້າງບຸກທະລຸໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ |
ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ: ຫວຽດນາມ ຖືສິງກະໂປ ເປັນສໍາຄັນບໍ່ພຽງແຕ່ແມ່ນຮ່ວມໃນກຸ່ມອາຊຽນ ເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືຫຼັກແຫຼ່ງ, ຮ່ວມເດີນທາງໃນວິວັດການພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ອີກດ້ວຍ.
![]() |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ. ພາບ: ເຍິດມິງ |
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ 6 ເສົາຄ້ຳຮ່ວມມືໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດລ້ວນແຕ່ມີຄວາມໝາຍສຳຄັນທີ່ສຸດ; ສະເໜີຍູ້ແຮງການຮ່ວມມືລະຫວ່າງສອງພັກກຳອຳນາດ ແລະເຫັນດີເປັນເອກະພາບຕໍ່ບັນດາທິດທາງຍຸດທະສາດໃນການບໍາລຸງກໍ່ສ້າງພະນັກງານ; ຊົມເຊີຍ, ສະໜັບສະໜູນຂໍ້ສະເໜີຮ່ວມມືກັບສິງກະໂປ ໃນຂົງເຂດພະລັງງານສີຂຽວ ກໍ່ຄືຕາໜ່າງໄຟຟ້າສີຂຽວໃນພາກພື້ນ; ຍົກລະດັບລະບົບບັນດາເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ຕາມທິດຂຽວກວ່າ, ອັັດສະລິຍະກວ່າ ແລະເຊື່ອມຕໍ່ກວ່າ.
![]() |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ. ພາບ: ເຍິດມິງ |
ທ່ານນາຍົກລັດຖະມົນຕີ Lawrence Wong ເຫັນດີເປັນເອກະສັນກັບບັນດາທິດທາງຍຸດທະສາດສຳຄັນໃຫ້ແກ່ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງໂດຍທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ, ໂດຍສະເພາະແມ່ນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະສົມທົບກັນດ້ານຍຸດທະສາດຜ່ານການແລກປ່ຽນທຸກຂັ້ນລະຫວ່າງພັກ, ລັດຖະບານ ແລະສະພາແຫ່ງຊາດຢ່າງບໍ່ຢຸດຢັ້ງ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະສ້າງບັນດາກົນໄກໃໝ່ທີ່ເໝາະສົມກັບລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ;... ເຫັນດີຕໍ່ການເພີ່ມທະວີການປຶກສາຫາລື, ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ທ່ານນາຍົກລັດຖະມົນຕີ Lawrence Wong ຢືນຢັນຄືນໃໝ່ຫຼັກໝັ້ນຂອງສິງກະໂປ ຕໍ່ການຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ແລະສາກົນອີງໃສ່ກົດໝາຍສາກົນ, ປັບປຸງຄວາມສາມັກຄີ, ເປັນເອກະພາບໃນອາຊຽນ, ຮັກສາບົດບາດໃຈກາງຂອງອາຊຽນ ຢູ່ພາກພື້ນ.
*ກໍ່ໃນວັນດຽວດກັນ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ.
ທີ່ການພົບປະ, ການນຳສອງທ່ານໄດ້ຕີລາຄາສູງບັນດາຜົນການຮ່ວມມືທີ່ພົ້ນເດັ່ນໃນທຸກຂົງເຂດໄລຍະຜ່ານມາ; ເຫັນດີເປັນເອກະພາບວ່າ ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະແບ່່ງປັນຜົນປະໂຫຍດ ແລະວິໄສທັດໃນຫຼາຍຂົງເຂດຈະຊ່ວຍສອງປະເທດສະໜິດຕິດພັນ, ເຊື່ອມຕໍ່ຢ່າງຮອບດ້ານກວ່າ, ຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ແລະມີປະສິດທິຜົນ, ນັບທັງສອງຝ່າຍ ກໍ່ຄືໃນບັນດາບັນຫາຍຸດທະສາດພາກພື້ນ. ສອງຝ່າຍເຫັນດີເປັນເອກະສັນກັນວ່າ ຫວຽດນາມ ແລະສິງກະໂປ ຕ້ອງເສີມຂະຫຍາຍປະສິດທິຜົນຄວາມສາມາດຮ່ວມມື, ດ້ວຍພື້ນຖານເສດຖະກິດທີ່ມີລັກສະນະເພີ່ມເຕີມເຊິ່ງກັນ ແລະກັນ; ສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍບັນດາເນື້ອແທ້ຂອງຂອບການພົວພັນໃໝ່ຢ່າງມີປະສິດທິຜົນ. ການນຳສອງທ່ານເຫັນດີເປັນເອກະພາບຖືວ່າ ຫວຽດນາມ ແລະສິງກະໂປ ຕ້ອງສືບ ຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນ ອາຊຽນ ແລະສະຫະປະຊາຊາດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ; ຮັກສາຄວາມສາມັກຄີ ແລະຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ສຳຄັນ, ໃນນັ້ນມີບັນຫາທະເລຕາເວັນອອກ, ຊຸກຍູ້ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 (UNCLOS).
*ຕອນບ່າຍວັນທີ 26 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ Lawrence Wong.
ການນຳສອງທ່ານເຫັນດີນຳກັນວ່າ, ສະພາແຫ່ງຊາດສອງປະເທດຕ້ອງສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະບົດຮຽນ, ປະສົບການທີ່ດີຂອງແຕ່ລະປະເທດໃນການປັບປຸງລະບອບລະບຽບການ, ນະໂຍບາຍ, ລະບົບກົດໝາຍໃຫ້ສົມບູນແບບ; ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ພົບປະແລກປ່ຽນລະຫວ່າງບັນດາຄະນະກາມາທິການ, ອົງການຂອງສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງຂອງສອງປະເທດ; ສືບຕໍ່ຊຸກຍູ້ການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ການທ່ອງທ່ຽວ, ແຮງງານ ແລະການພົບປະແລກປ່ຽນປະຊາຊົນ... ກໍ່ຄືຫຼາຍຂົງເຂດທີ່ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາການປຶກສາຫາລື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ.
![]() | ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ ຍສໝ - ວັນທີ 6 ມັງກອນນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ໄດ້ສົມທົບກັບສະຖານທູດສິງກະໂປ ປະຈຳຫວຽດນາມ ໄດ້ຈັດຕັ້ງພິທີປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ. logo ເປັນທາງການໄດ້ຮັບການປະກາດ ເພື່ອແນໃສ່ເປັນຂີດໝາຍບາດກ້າວບຸກທະລຸໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ສິງກະໂປ ໃນປີ 2025 ... |
![]() | ສິງກະໂປ ເປັນປະເທດນຳໜ້າໃນໂລກໃນການປ່ຽນແປງໃໝ່ການບໍລິການສາທາລະນະ ຍສໝ - ຕາມການຈັດອັນດັບກ່ຽວກັບປະສິດທິພາບຂອງບັນດາການບໍລິການສາທາລະນະ ແລະ ອົງການບໍລິຫານລັດໂດຍມະຫາວິທະຍາໄລ Oxford (ອັງກິດ) ແລ້ວ, ສິງກະໂປ ຢືນອັນດັບຫນຶ່ງໃນໂລກ. |