20:51 | 26/03/2025

ໄຂປີທ່ອງທ່ຽວແຫ່ງຊາດ 2025 “ເຫ້ວ - ເມືອງຫຼວງເກົ່າ, ກາລະໂອກາດໃໝ່”

ວັນ​ບຸນ ​ວັງ​ເຫ້ວ​ນາມ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຫ້ວ ວັນ​ບຸນ ​ວັງ​ເຫ້ວ​ນາມ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຫ້ວ
ໄຂປີທ່ອງທ່ຽວແຫ່ງຊາດ 2025  “ເຫ້ວ - ເມືອງຫຼວງເກົ່າ, ກາລະໂອກາດໃໝ່”
ພິທີເປີດປີທ່ອງທ່ຽວແຫ່ງຊາດ - ເຫ້ວ 2025 ແມ່ນເຫດການເປີດສາກໃຫ້ແກ່ການເຄື່ອນໄຫວທາງດ້ານວັດທະນະທຳ, ກິລາ ແລະທ່ອງທ່ຽວ ທີ່ດໍາເນີນໄປທົ່ວທຸກແຂວງ, ນະຄອນໃນທົ່ວປະເທດ. ນີ້ກໍ່ແມ່ນເຫດການໝັ້ນໝາຍວ່າ ຈະນໍາພາເຫ້ວ ໃຫ້ກາຍເປັນຈຸດສຸມແຫ່ງການທ່ອງທ່ຽວ, ວັດທະນະທຳຂອງ ຫວຽດນາມ ແລະພາກພື້ນ, ປະກອບສ່ວນໂຄສະນາ, ສົ່ງແຮງບັນດານໃຈແຫ່ງການທ່ອງທ່ຽວໄປເຖິງປະຊາຊົນ, ສ້າງກຳລັງໜູນຊຸກຍູ້ຂະແໜງທ່ອງທ່ຽວໃຫ້ຟື້ນຟູ ແລະພັດທະນາຢ່າງວ່ອງໄວ ແລະຍືນຍົງ. ຕາມນັ້ນແລ້ວ, ປີທ່ອງທ່ຽວແຫ່ງຊາດ 2025 ຈະດຳເນີນໄປດ້ວຍບັນດາການເຄື່ອນໄຫວທີ່ຟົດຟື້ນຫຼາຍຢ່າງຢູ່ນະຄອນ ເຫ້ວ ແລະຫຼາຍແຂວງ, ນະຄອນໃນທົ່ວປະເທດ, ຕາມທິດ “ສົມທົບກໍາລັງແຮງ, ທະວີຄູນທ່າໄດ້ປຽບ, ແຫຼ່ງທີ່ມາຂອງຄວາມສໍາເລັດ”, ໃນນັ້ນມຸ່ງໄປເຖິງການຈັດຕັ້ງບັນດາເຫດການຕອບສະໜອງຢ່າງແທດຈິງ, ມີກຳລັງແຜ່ຂະຫຍາຍ, ຄື: ສັບປະດາວັດທະນະທຳ-ທ່ອງທ່ຽວ, ງານບຸນອາຫານການກິນ, ບັນດາກິດຈະກຳສິລະປະ...

Link: https://huunghivietlao.thoidai.com.vn/detail-article-20723.html

In bài biết