ດັກລັກ ລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍສະບັບກັບຄູ່ຮ່ວມມືຈາກ ລາວ, ຍີ່ປຸ່ນ
![]() | ດັກລັກ: ຂອງຂວັນຫຼາຍຢ່າງມອບໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຜູ້ປະສົບກັບຄວາມຫຍຸ້ງຍາກ |
![]() | CTFK (ອາເມລິກາ) ຊ່ວຍເຫຼືອເດັກນ້ອຍ 4,000 ຄົນຢູ່ ດັກລັກ ຮຽນລອຍນໍ້າຢ່າງປອດໄພ |
ຕອນບ່າຍວັນທີ 11 ມີນາ, ຢູ່ນະຄອນ ບວນເມຖວດ ໄດ້ດຳເນີນພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງຄະນະກຳມະການປະຊາຊົນແຂວງ ດັກລັກ (ຫວຽດນາມ) ແລະ ອຳນາດການປົກຄອງແຂວງ ອັດຕະປື (ສປປ ລາວ).
ທີ່ພິທີ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືສອງຝ່າຍໃນ 9 ຂົງເຂດ: ມິດຕະພາບ, ການພົບປະແລກປ່ຽນປະຊາຊົນ; ການຄ້າ ແລະ ການລົງທຶນ; ການສຶກສາ ແລະ ບຳລຸງສ້າງ; ກະສິກຳ; ການແພດ; ວັດທະນະທໍາ, ກິລາ, ການທ່ອງທ່ຽວ ແລະ ຂໍ້ມູນຂ່າວສານ - ສື່ມວນຊົນ; ປ້ອງກັນຕ້ານອາດຊະຍາກຳການຄ້າຂາຍຢາເສບຕິດ; ວຽກງານການຕ່າງປະເທດທ້ອງຖິ່ນ.
![]() |
ພິທີລົງນາມຂໍ້ຕົກລົງການຮ່ວມມືລະຫວ່າງຄະນະກຳມະການປະຊາຊົນແຂວງ ດັກລັກ (ຫວຽດນາມ) ແລະ ອຳນາດການປົກຄອງແຂວງ ອັດຕະປື (ສປປ ລາວ) |
ທ່ານ ເຈືອງກົງຖາຍ - ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ ໃຫ້ຮູ້ວ່າ, ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມແມ່ນພື້ນຖານສຳຄັນມຸ່ງໄປເຖິງເພີ່ມທະວີການຮ່ວມມືພັດທະນາເຊິ່ງກັນ ກັນລະຫວ່າງແຂວງ ດັກລັກ ແລະ ອັດຕະປື ໃນຫຼາຍຂົງເຂດ. ສອງແຂວງຈະຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ, ດ້ວຍມີຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມສູງສຸດ, ສົມທົບກັນສ້າງບັນດາຜົນງານທີ່ມີຄວາມໝາຍ, ແທດຈິງ, ປະກອບສ່ວນນຳສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່.
![]() |
ຄະນະກຳມະການປະຊາຊົນແຂວງ ດັກລັກ ໃຫ້ການຕ້ອນຮັບມະນຸດສຳພັນຄະນະປະຕິບັດງານຂອງທ່ານ ເອກອັກຄະລັດຖະທູດ ອາເມລິກາ. |
ໃນວັນດຽວກັນ, ຄະນະກຳມະການປະຊາຊົນແຂວງ ດັກລັກ ຈັດຕັ້ງການຕ້ອນຮັບມະນຸດສຳພັນຄະນະປະຕິບັດງານຂອງທ່ານເອກອັກຄະລັດຖະທູດ ອາເມລິກາ ແລະ ຜູ້ແທນສາກົນເຂົ້າຮ່ວມງານບຸນກາເຟ ບວນເມຖວດ ຄັ້ງທີ 9.
ສ່ວນທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ອາເມລິກາ ປະຈຳ ຫວຽດນາມ Marc Evans Knapper ໃຫ້ຮູ້ວ່າ, ໃນໄລຍະທີ່ຜ່ານມາ, ການພົວພັນ ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວທີ່ສຳຄັນໃນທຸກຂົງເຂດ, ພິເສດແມ່ນເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
![]() |
ແຂວງ ດັກລັກ ໄດ້ຮັບຕ້ອນມະນຸດສຳພັນຄະນະຜູ້ແທນສາກົນທີ່ເຂົ້າຮ່ວມງານບຸນກາເຟ ບວນເມຖວດ ຄັ້ງທີ 9 |
ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ເວົ້າລວມ ແລະ ແຂວງ ດັກລັກ ເວົ້າສະເພາະ ຈະນັບມື້ນັບພັດທະນາຢ່າງລວງເລິກກວ່າ; ເປີດກວ້າງການຮ່ວມມືລະຫວ່າງສອງຝ່າຍໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ການສຶກສາ, ການແພດ, ຂົງເຂດຜະລິດເຕັກໂນໂລຊີສູງ, ພະລັງງານ... ແລະ ບັນດາຂົງເຂດປາຍແຫຼມທີ່ສອງປະເທດໄດ້ຮ່ວມກັນກຳນົດ.
![]() |
ພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແຂວງ ດັກລັກ ແລະ ສະຫະພັນບັນດາສະມາຄົມຊາວຫວຽດນາມ ປະຈຳ ຍີ່ປຸ່ນ |
ໃນວັນດຽວກັນ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແຂວງ ດັກລັກ ແລະ ສະຫະພັນບັນດາສະມາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື. ຕາມເນື້ອໃນຂອງບົດບັນທຶກຊ່ວຍຈຳ, 2 ຝ່າຍຈະຮ່ວມມືເພື່ອແນໃສ່ໂຄສະນາພາບພົດທຳມະຊາດ, ວັດທະນະທຳຂອງແຂວງ ດັກລັກ ໃຫ້ເຖິງປະຊາຄົມຊາວ ຍີ່ປຸ່ນ ຜ່ານບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ງານວາງສະແດງສິລະປະ ແລະ ການພົບປະແລກປ່ຽນປະຊາຊົນ.
ນອກຈາກນັ້ນ, ສອງຝ່າຍກໍ່ແບ່ງປັນຂໍ້ມູນຂ່າວສານເພື່ອຮຽກຮ້ອງບັນດາແຫຼ່ງກໍາລັງຈາກປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ກໍ່ຄືບັນດາແຫຼ່ງກໍາລັງຖືກກົດໝາຍຕ່າງໆເພື່ອປະກອບສ່ວນໜູນຊ່ວຍ, ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນແຂວງ ດັກລັກ, ຜ່ານການຈັດຕັ້ງບັນດາລາຍການອາສາສະໝັກ, ໂຄງການຮັບປະກັນສັງຄົມ ດ້ວຍການເຂົ້າຮ່ວມຂອງທັງສອງຝ່າຍ.
![]() | ເປີດໂຄງການເດືອນຊາວໜຸ່ມ ແລະ ເດືອນມີນາຊາຍແດນຢູ່ແຂວງ ດັກລັກ ຍສໝ - ໃນຕອນບ່າຍວັນທີ 25 ກຸມພາ, ຢູ່ເມືອງບ່ວນໂດນ, ຄະນະຊາວໜຸ່ມແຂວງ ດັກລັກ ໄດ້ຈັດພິທີປະກາດເດືອນຊາວໜຸ່ມ ແລະ ເດືອນມີນາຊາຍແດນ 2024 ດ້ວຍການເຂົ້າຮ່ວມຂອງບັນດາການນໍາທ້ອງຖິ່ນ, ພ້ອມດ້ວຍສະມາຊິກສະຫະພັນ ແລະ ເດັກນ້ອຍໃນຂອບເຂດທົ່ວປະເທດເປັນຈໍານວນຫຼວງຫຼາຍ. |
ແທັງຮັ່ງ