ການພັດທະນາວັດທະນະທໍາເພື່ອຊຸກຍູ້ການຂະຫຍາຍຕົວ
![]() | ດ່າໜັງ: ເຕັມໄປດ້ວຍສີສັນວັດທະນະທຳ ລັດເຊຍ ໃນງານບຸນອຳລາລະດູໜາວຢ່າງຄຶກຄັກ |
![]() | ຮ່າໂນ້ຍ ແບ່ງປັນບົດຮຽນໃນການພັດທະນາວັດທະນະທໍາ, ສັງຄົມກັບ ສປປ ລາວ |
ໃນໄລຍະມໍ່ໆມານີ້, ການກໍ່ສ້າງຊີວິດວັດທະນະທໍາຢູ່ຮາກຖານໄດ້ຮັບການຮັກສາ ແລະ ພັດທະນາ, ຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທໍາ” ຕິດພັນກັບຂະບວນການແຂ່ງຂັນຮັກຊາດ, ກໍ່ສ້າງຊົນນະບົດໃໝ່, ຕົວເມືອງທີ່ອາລະຍະທໍາໄດ້ສ້າງສະຕິ ແລະ ລະດົມກໍາລັງແຮງພາຍໃນຂອງປະຊາຄົມປະຊາຊົນພ້ອມກັບເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ. ຄະນະຊີ້ນຳວຽກງານຄອບຄົວ ແລະ ຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທຳ” ບັນດາລະດັບຢູ່ແຂວງ ອານຢາງ ໄດ້ສຸມໃສ່ຮັກສາ, ປັບປຸງ ແລະ ຍົກສູງຄຸນນະພາບບັນດານາມມະຍົດວັດທະນະທຳທີ່ໄດ້ຮັບການຮັບຮູ້; ໂຄສະນາບັນດາແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບການພັດທະນາວັດທະນະທຳ.
ຮອດທ້າຍປີ 2024, ອານຢາງ ມີສິລະປະດົນຕີ ຕ່າຍຕື້ ພາກໃຕ້ (ໄດ້ຮັບການພັດທະນາຢູ່ບັນດາແຂວງພາກໃຕ້) ແລະ ງານບຸນ ຂວັນແມ່ພະຍາຢູ່ເຂດພູ ສາມ ໄດ້ຮັບການຮັບຮອງຈາກ UNESCO ເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຕາງໜ້າຂອງມະນຸດ;ສິ່ງລ້ຳຄ່າແຫ່ງຊາດ 8 ອັນ; ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸລະດັບຊາດ 8 ອັນ.
![]() |
ຂະບວນການວັດທະນະທຳ - ສິລະປະນັບມື້ນັບພັດທະນາ. |
ຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທໍາ” ປະກອບສ່ວນສຳຄັນໃນການພັດທະນາສັງຄົມຢ່າງຮອບດ້ານ, ຕິດພັນກັບການເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ. ແຂວງ ສືບຕໍ່ຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງຊຸມຊົນ, ສົ່ງເສີມການພັດທະນາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ຕິດພັນກັບບັນດາລາຍການພັດທະນາເສດຖະກິດ - ສັງຄົມ. ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວໃຫ້ບັນດາເຜົ່າໃນແຂວງ, ສ້າງຜະລິດຕະພັນ ແລະ ເຫດການທີ່ດຶງດູດການທ່ອງທ່ຽວ, ຮັບໃຊ້ບັນດາຄວາມຕ້ອງການຊົມໃຊ້ວັດທະນະທຳທາງຈິດໃຈ ແລະ ບຳລຸງສ້າງກຳລັງກາຍຂອງປະຊາຊົນໃຫ້ເປັນຢ່າງດີ, ພິເສດແມ່ນຢູ່ບັນດາເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ເຂດຊົນເຜົ່າສ່ວນໜ້ອຍ, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີຂອງບັນດາເຜົ່າໃນບໍລິເວນແຂວງ, ປະຕິບັດບັນດາໜ້າທີ່ການເມືອງ, ຮັກສາຄວາມສະຫງົບຢູ່ຊາຍແດນຢ່າງມີໄຊ.
ສຸມໃສ່ລົງທຶນການອະນຸລັກ, ບູລະນະບັນດາຮ່ອງຮອຍປະຫວັດສາດ - ວັດທະນະທຳໃນບໍລິເວນແຂວງ. ສືບຕໍ່ຍູ້ແຮງວຽກງານການອະນຸລັກ, ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳ, ບັນດາຮູບແບບວັດທະນະທຳທີ່ປັນວັດຖຸ ແລະ ບໍ່ເປັນວັດຖຸ, ໂດຍຜ່ານການສ້າງບັນດາເອກະສານ, ໂຄງການອະນຸລັກ ແລະ ເສີມຂະຫຍາຍບັນດາຮູບແບບມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງບັນດາເຜົ່າໃນບໍລິເວນແຂວງ. ຍູ້ແຮງການຮ່ວມມືສາກົນໂດຍຜ່ານບັນດາການເຄື່ອນໄຫວວັດທະນະທຳຕ່າງປະເທດ, ສົມທົບກັນຈັດຕັ້ງບັນດາເຫດການວັດທະນະທຳ; ເຂົ້າຮ່ວມການພົບປະແລກປ່ຽນດ້ານສິລະປະ, ງານວາງສະແດງການຄ້າ, ວັດທະນະທຳ - ການທ່ອງທ່ຽວຢູ່ພາຍໃນ ແລະ ສາກົນ.
ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳສິລະປະ, ໂຄສະນາລະດົມສຳຜັດໂດຍກົງ, ງານວາງສະແດງ, ຫໍສະໝຸດຢູ່ບັນດາທ້ອງຖິ່ນຂອງແຂວງດ້ວຍບັນດາຮູບແບບ ແລະ ເນື້ອໃນໃໝ່ເພື່ອຮັບໃຊ້ໜ້າທີ່ການເມືອງ, ສະເຫຼີມສະຫຼອງບັນດາວັນບຸນສຳຄັນຂອງຊາດ, ບັນດາເຫດການສຳຄັນຂອງແຂວງ ແລະ ປະເທດຊາດ, ບຸລິມະສິດຟູ່ບັນດາເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ເຂດຊົນເຜົ່າສ່ວນໜ້ອຍເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ວັດທະນະທຳທາງຈິດໃຈຂອງປະຊາຊົນ. ຜ່ານນັ້ນ, ປະກອບສ່ວນກໍ່ສ້າງຊີວິດດ້ານວັດທະນະທຳຢູ່ຮາກຖານ ແລະ ເຜີຍແຜ່ບັນດາແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ, ກົດໝາຍຂອງລັດ, ບັນດາເຫດການການເມືອງ, ວັດທະນະທຳ - ສັງຄົມຢ່າງທັນການໃຫ້ເຖິງປະຊາຊົນທຸກຊັ້ນວັນນະໃນແຂວງ.
ຄະນະຊີ້ນຳຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທໍາ” ທຸກຂັ້ນສືບຕໍ່ປັບປຸງ ແລະ ຮັກສາບັນດານາມມະຍົດວັດທະນະທຳ. ສຸມໃສ່ຍົກສູງຂະບວນການກໍ່ສ້າງຊີວິດດ້ານວັດທະນະທຳ - ກິລາຢູ່ຮາກຖານ, ຍູ້ແຮງຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທໍາ” ຕິດພັນກັບການປະຕິບັດລາຍການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ສົມທົບກັບບັນດາຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຈັດຕັ້ງງານມະໂຫລານສີລະປະສີສັນຊາຍແດນແຂວງ ອານຢາງ ຄັ້ງທີ 2/2025...
![]() | ກໍ່ສ້າງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຫຼັງປີ 2025 ໃຫ້ຂະຫຍັນຂັນເຄື່ອນ ແລະເຂັ້ມແຂງດ້ວຍຕົນເອງ ຍສໝ - ກອງປະຊຸມສໍາມະນາສາກົນກ່ຽວກັບແຜນການຍຸດທະສາດຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ (ASCC) ປີ 2025 ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກ ຢູ່ ຮ່າໂນ້ຍ. |
![]() | ໄຂວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວບັນດາເຜົ່າທາງທິດຕາເວັນອອກສ່ຽງເໜືອ 2024 ຍສໝ - ຕອນຄໍ່າວັນທີ 2 ພະຈິກ, ທີ່ນະຄອນລ້າງເຊີນ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຮ່ວມກັບຄະນະກໍາມະການປະຊາຊົນແຂວງລ້າງເຊີນ ຈັດພິທີໄຂວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າທາງທິດຕາເວັນອອກສ່ຽງເໜືອ ຄັ້ງທີ XI ປີ 2024 ຂຶ້ນ. |
ແທັງຮັ່ງ