ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ
![]() | ການສຳມະນາ: "ໝູ່ເກາະບ້ານເກີດເມືອງນອນ ແລະ ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ" |
![]() | ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2020 ຍິນດີຕ້ອນຮັບພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດສະເຫຼີມສະຫຼອງປີໃໝ່ປະຈຳຊາດ |
ກ່າວຄຳປາໄສທີ່ການເຮັດວຽກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫຽດນາມ ອາໄສຢູ່ຕ່າງປະເທດ ຢືນຢັນວ່າ ວຽກງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃນຊຸມປີຜ່ານມາ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານ, ບັນລຸໄດ້ບັນດາໝາກຜົນສຳຄັນ, ມີຈຸດພົ້ນເດັ່ນຫຼາຍຢ່າງ. ທ່ານຮອງລັດຖະມົນຕີ ໄດ້ຕີລາຄາສູງບັນດາໝາກຜົນທີ່ແທດຈິງໃນວຽກງານການສົມທົບລະຫວ່າງຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃນວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃນໄລຍະມໍ່ໆມານີ້; ພ້ອມກັນນັ້ນ, ກໍ່ໄດ້ສະເໜີບັນດາການເຄື່ອນໄຫວທີ່ສຳຄັນ ເຊິ່ງສອງຝ່າຍຕ້ອງສົມທົບກັນຜັນຂະຫຍາຍໃນປີ 2025.
![]() |
ພາບທີ່ການເຮັດວຽກ. |
ໃນນັ້ນ, ພົ້ນເດັ່ນມີການຊຸກຍູ້ການລົງນາມໃນລາຍການສົມທົບວຽກງານລະຫວ່າງສອງອົງການ ໄລຍະ 2025 - 2030; ຈັດຕັ້ງບັນດາການເຄື່ອນໄຫວໃຫຍ່ໃຫ້ແກ່ຊາວຫວຽດນາມຢູ່ຕ່າງປະເທດຄື: ຖ້ຽວລົດໄຟມະຫາສາມັກຄີໄປຢ້ຽມຢາມ ເຈື່ອງຊາ ດ້ວຍການເຂົ້າຮ່ວມຂອງວົງຄະນະຍາດຂຶ້ນກັບບັນດາຊົນເຜົ່າ, ສາສະໜາພາຍໃນປະເທດ ແລະ ຊາວຫວຽດນາມຢູ່ຕ່າງປະເທດ; ງານບຸນມະຫາສາມັກຄີຊົນເຜົ່າຄັ້ງທຳອິດ ຢູ່ຕ່າງປະເທດ ຈັດຂຶ້ນຢູ່ສາທາລະນະລັດ ເຊັກໂກ; ຄະນະຊາວຫວຽດນາມຢູ່ຕ່າງປະເທດເປັນສັນຍະລັກໃນການກັບມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ວັນທີ 2 ກັນຍາ.
ນອກຈາກນັ້ນ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີ, ປະທານຄະນະກຳມະການ ກໍ່ເນັ້ນໜັກວ່າ 2 ຝ່າຍຕ້ອງເພີ່ມທະວີການສົມທົບກັນໃນວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ, ມະຫາສາມັກຄີ, ສະມາຄົມຄະນະ, ຂໍ້ມູນຂ່າວສານ, ໂຄສະນາເຜີຍແຜ່, ເຊີດຊູ, ຍ້ອງຍໍຊາວຫວຽດນາມຢູ່ຕ່າງປະເທດ.
![]() |
ທ່ານນາງ ເລທິທູຮັ່ງ ກ່າວຄຳປາໄສທີ່ການເຮັດວຽກ. |
ໂດຍຮັບຮອງ ແລະ ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານກ່ຽວກັບ ຊາວຫວຽດນາມຢູ່ຕ່າງປະເທດ, ທ່ານ ເຈີ່ນວຽດເຈື່ອງ ໄດ້ສະແດງຄວາມປະທັບໃຈຕໍ່ບັນດາການເຄື່ອນໄຫວທີ່ສອງຝ່າຍສົມທົບກັນຈັດຕັ້ງໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ຜ່ານນັ້ນ ກໍ່ເຕົ້າໂຮມກຳລັງແຮງມະຫາສາມັກຄີທົ່ວຊາດ; ເຊື່ອໝັ້ນວ່າ ບັນດາລາຍການ, ການເຄື່ອນໄຫວໃນອະນາຄົດ ຕ້ອງສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນເຂົ້າຮ່ວມໂດຍກົງໃນການປະກອບຄຳເຫັນເຂົ້າໃນຮ່າງເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ສະເໜີຄວາມເຫັນໃຫ້ຂະບວນການເຕີບໂຕເສດຖະກິດ ແລະ ການພັດທະນາວິທະຍາສາດເຕັກໂນໂລຢີຂອງປະເທດຊາດ.
ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນວຽດເຈື່ອງ ກໍ່ຍົກອອກຄຳສະເໜີແນະຈຳນວນໜຶ່ງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດໃນການພົບປະ, ແລກປ່ຽນກັບບັນດາກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແມ່ນຊາວຫວຽດນາມຢູ່ຕ່າງປະເທດ (ເດືອນກຸມພາ ປີ 2025) ເຊັ່ນ ບັນຫາການອອກບັດປະຈຳຕົວໃຫ້ຊາວຫວຽດນາມ ປະຈຳຖິ່ນຢູ່ຕ່າງປະເທດ, ຖືສັນຊາດ ຫວຽດນາມ ຄືນ, ຂໍ້ຄົງຄ້າງໃນການແກ້ໄຂບັນດາລະບຽບການເມື່ອຊາວຫວຽດນາມຢູ່ຕ່າງປະເທດ ກັບມາປະເທດຊາດເພື່ອລົງທຶນ, ນະໂຍບາຍດຶງດູດ, ຖືເປັນສຳຄັນໃນການນຳໃຊ້ນັກວິທະຍາສາດ ແລະ ນັກຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດ...
![]() |
ທ່ານ ເຈີ່ນວຽດເຈື່ອງ ກ່າວຄຳປາໄສທີ່ການເຮັດວຽກ. |
ເນື່ອງໃນໂອກາດນີ້, ຜູ້ຕາງໜ້າການນຳສອງອົງການໄດ້ປຶກສາຫາລື ແລະ ເປັນເອກະພາບກ່ຽວກັບຫຼາຍການກຳນົດທິດລະອຽດໃນວຽກງານການສົມທົບກັນໃນໄລຍະຈະມາເຖິງ. 2 ຝ່າຍເຫັນດີເປັນເອກະພາບຊຸກຍູ້ການລົງນາມໃນລາຍການສົມທົບວຽກງານໃນທັນທີພາຍຫຼັງສຳເລັດຂະບວນການສ້າງໂຄງປະກອບຄືນໃໝ່; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວໃຫຍ່ໃຫ້ສຳລັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃນປີ 2025 ຢ່າງສຳເລັດຜົນ; ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມອາໄສຢູ່ຕ່າງປະເທດ, ມະຫາສາມັກຄີ, ສະມາຄົມຄະນະ, ຂໍ້ມູນຂ່າວສານ, ໂຄສະນາເຜີຍແຜ່, ເຊີດຊູ ແລະ ຍ້ອງຍໍຊາວຫວຽດນາມຢູ່ຕ່າງປະເທດ.
![]() | ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຍສໝ - ນີ້ແມ່ນເນື້ອໃນແລກປ່ຽນຕົ້ນຕໍທີ່ການພົບປະ ແລະ ເຮັດວຽກກັບຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2025-2028 ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງໃນວັນທີ 22 ພະຈິກ ຢູ່ ຮ່າໂນ້ຍ. |
![]() | ເພີ່ມທະວີການສົມທົບກັນປົກປັກຮັກສາຊາຍແດນ ຫວຽດນາມ-ລາວ ຍສໝ - ໃນປີຜ່ານມາ, ສອງຝ່າຍໄດ້ຈັດຕັ້ງການຊາບຊຶມ, ຜັນຂະຫຍາຍການປະຕິບັດເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ກັບກົມທະຫານຊາຍແດນ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຢ່າງເຂັ້ມງວດ, ມີປະສິດທິຜົນ; ສົມທົບກັນໂຄສະນາໃຫ້ປະຊາຊົນສອງປະເທດປະຕິບັດອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ... |
ແທັງຮັ່ງ