22:12 | 12/02/2025

ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຫົວໜ້າກົມໃຫຍ່ພາສີ ອາຊຽນ ຄັ້ງທີ 33 ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຫົວໜ້າກົມໃຫຍ່ພາສີ ອາຊຽນ ຄັ້ງທີ 33
ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14
ດ້ວຍຫົວຂໍ້ “ຫວນຄືນການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຍີ່ປຸ່ນ ແລະປຶກສາຫາລືທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ”, ກອງປະຊຸມໄດ້ຢັ້ງຢືນຄວາມໝາຍ ແລະຄວາມສຳຄັນຂອງຂໍ້ລິເລີ່ມໃນການເພີ່ມທະວີການຮ່ວມມື ອາຊຽນ-ຍີ່ປຸ່ນ ໂດຍກະຊວງປ້ອງກັນປະເທດ ສະເໜີ, ໃນນັ້ນມີ ຂໍ້ລິເລີ່ມຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ-ອາຊຽນ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ (JASMINE) ສຳລັບການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຍີ່ປຸ່ນ. ໄປພ້ອມກັບການເຄື່ອນໄຫວຮ່ວມມືທີ່ແທດຈິງຕ່າງໆນັ້ນ, ຂໍ້ລິເລີ່ມ JASMINE ໄດ້ຢືນຢັນຄຳໝັ້ນສັນຍາຂອງ ຍີ່ປຸ່ນ ແລະບັນດາປະເທດອາຊຽນ ໃນການເພີ່ມທະວີຄວາມສາມັກຄີ, ແບ່ງປັນ ແລະການຮ່ວມມືທີ່ແທດຈິງເພື່ອຜ່ານຜ່າສິ່ງທ້າທາຍ, ຊອກຫາກາລະໂອກາດ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບໃຫ້ແກ່ຄວາມໝັ້ນຄົງ, ສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

Link: https://huunghivietlao.thoidai.com.vn/detail-article-20553.html

In bài biết