ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.000 ຄົນຈະເຂົ້າຮ່ວມ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025
![]() | ປັດໃຈສະດວກໃຫ້ແກ່ການເຕີບໂຕເສດຖະກິດຂອງຫວຽດນາມ 2025 |
![]() | ໂຄງການນໍ້າໃຈຮັກລາວ ມອບລົດຖີບ 1.000 ຄັນ ໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫລີກ |
ທີ່ການປະຊຸມຖະແຫຼງຂ່າວ, ແຈ້ງກ່ຽວກັບລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2025, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ: ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2025 ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ສົມທົບກັນຈັດຕັ້ງ. ນີ້ແມ່ນເຫດການທີ່ມີຄວາມໝາຍໄດ້ກາຍເປັນເຫດການວັດທະນະທຳ ແລະ ການເມືອງທີ່ສຳຄັນ ເຊິ່ງດຶງດູດການເຂົ້າຮ່ວມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນທົ່ວໂລກເປັນຈຳນວນຫຼວງຫຼາຍໃນແຕ່ລະໂອກາດປີໃໝ່ ລະດູບານໃໝ່ວຽນມາກັບຂອງຊາວຫວຽດນາມທັງໝົດທີ່ຢູ່ຕ່າງປະເທດ.
ທ່ານນາງ ຮັ່ງ ເນັ້ນໜັກວ່າ ລາຍການລະດູບານໃໝ່ບ້ານເກີດເມືອງນອນໃນຊຸມປີມໍ່ໆມານີ້ໄດ້ເປັນກຽດຕ້ອນຮັບການນຳພັກ ແລະ ລັດ ເຂົ້າຮ່ວມ. ທ່ານປະທານປະເທດໄດ້ເປັນປະທານການເຄື່ອນໄຫວຫລາຍຢ່າງ ແລະ ອວຍພອນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໂດຍກົງ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເຄົາລົບ, ຄວາມຮັກແພງອັນຈິງໃຈທີ່ມີຕໍ່ຊາວຫວຽດນາມ, ລະດົມປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດສືບຕໍ່ມານະພະຍາຍາມ, ເຮັດວຽກ, ຮ່ຳຮຽນ, ສາມັກຄີ, ສ້າງປະຊາຄົມທີ່ໝັ້ນຄົງ ແລະ ເຂັ້ມແຂງ, ປະກອບສ່ວນເຂົ້າໃນບັນດາແຫຼ່ງກຳລັງທີ່ສຳຄັນໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ .
ຕາມທ່ານນາງ ຮັ່ງ ແລ້ວ, ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2025 ດ້ວຍຫົວຂໍ້ “ຫວຽດນາມ - ບືນຕົວຂຶ້ນໃນສັງກາດໃໝ່” ຈະດຳເນີນໄປແຕ່ວັນທີ 18 ມັງກອນ ຫາວັນທີ 20 ມັງກອນ 2025 ດ້ວຍຫຼາຍເຫດການທີ່ອຸດົມສົມບູນ ແລະ ມີຄວາມໝາຍ.
![]() |
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແຈ້ງກ່ຽວກັບລາຍການລະດູບານບ້ານໃໝ່ເກີດເມືອງນອນ 2025. |
“ປີ 2025 ກໍ່ແມ່ນປີທີ່ມີຫລາຍເຫດການໃຫຍ່ຂອງຫວຽດນາມ. ລາຍການລະດູບານໃໝ່ບ້ານເກີດເມືອງນອນ ແມ່ນເຫດການທາງການເມືອງ ແລະ ວັດທະນະທຳທຳອິດທີ່ເປີດສາກໃຫ້ປີທີ່ເຕັມໄປດ້ວຍເຫດການທີ່ມີຄວາມໝາຍ. ນີ້ກໍ່ແມ່ນເຫດການປະກອບສ່ວນລະດົມ ແລະ ໃຫ້ກຳລັງໃຈຊາວຫວຽດນາມຢູ່ຕ່າງປະເທດ ມານະພະຍາຍາມເຮັດວຽກ, ຮ່ຳຮຽນ, ສາມັກຄີ, ສ້າງປະຊາຄົມໃຫ້ໝັ້ນຄົງ ແລະ ເຂັ້ມແຂງ, ເພີ່ມທະວີກຳລັງແຮງແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມ.
ນອກຈາກນັ້ນ, ກໍ່ຈະຈັດຕັ້ງໃຫ້ບັນດາຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ດີເດັ່ນ ມາຕ້ອນຮັບບັນດາການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ແລະ ການນຳນະຄອນ ຮ່າໂນ້ຍ. ພ້ອມກັນນັ້ນ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກໍ່ຈະຈັດຕັ້ງງານລ້ຽງຕ້ອນຮັບຊາວຫວຽດນາມຢູ່ຕ່າງປະເທດ ທີ່ມາເຂົ້າຮ່ວມລາຍການລະດູບານໃໝ່ບ້ານເກີດເມືອງນອນ.
ເມື່ອເວົ້າເຖິງລັກສະນະໃໝ່ຂອງລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2025 ເມື່ອທຽບໃສ່ຊຸມປີກ່ອນ, ທ່ານນາງ ຮັ່ງ ໃຫ້ຮູ້ວ່າ, ນີ້ແມ່ນເຫດການປະຈຳປີ ສະນັ້ນ ການເຮັດໃໝ່ ແມ່ນສິ່ງທ້າທາຍຢ່າງແທ້ຈິງ. ປີ 2024, ນະຄອນໂຮ່ຈິມິນ ໄດ້ຮັບການເລືອກເປັນສະຖານທີ່ຈັດຕັ້ງ, ປີນີ້ ຮ່າໂນ້ຍ ໄດ້ຮັບການເລືອກເອົາ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແມ່ນ “ຄູ່ຮ່ວມມື” ພ້ອມກັນເປັນປະທານຈັດຕັ້ງເຫດການນີ້.
ນີ້ແມ່ນເຫດການການເມືອງ ແລະ ວັດທະນະທຳຄັ້ງທຳອິດຂອງປີ 2025, ແມ່ນປີທີ່ເຕັມໄປດ້ວຍເຫດການທີ່ມີຄວາມໝາຍສຳລັບຫວຽດນາມ. ຫົວຂໍ້ ຫວຽດນາມ - ບືນຕົວຂຶ້ນໃນສັງກາດໃໝ່ ຈະຖືບັນດາສານຕິດພັນກັບບັນດາເຫດການທີ່ສຳຄັນຂອງປະເທດ, ສະແດງໃຫ້ເຫັນຄວາມມຸ່ງມາດບືນຕົວຂຶ້ນຂອງປະເທດຊາດ ຫວຽດນາມ ໃນສັງກາດໃໝ່.
ພ້ອມກັນນັ້ນ, ການຈັດຕັ້ງບັນດາການເຄື່ອນໄຫວເຊື່ອມຕໍ່ກັບບັນດາທ້ອງຖິ່ນ, ໃນນັ້ນ ຢູ່ນອກ ຮ່າໂນ້ຍ ຈະມີແຂວງ ຮຶ່ງອຽນ ແມ່ນໂອກາດເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສາມາດປະກອບສ່ວນ, ວາງແຜນໃຫ້ຂະບວນການພັດທະນາເສດຖະກິດສັງຄົມ ແລະ ບັນດາຂົງເຂດຂອງທ້ອງຖິ່ນ”, ທ່ານນາງ ຮັ່ງ ແບ່ງປັນ.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2025 ຈະມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.000 ຄົນເຂົ້າຮ່ວມ, ໃນນັ້ນ ມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ດີເດັ່ນປະມານ 100 ຄົນໃນທຸກຂົງເຂດ.
![]() | ຝູເຖາະເພີ່ມທະວີວຽກງານການທູດປະຊາຊົນ, ເປີດກວ້າງການພົວພັນສາກົນໃນປີ 2025 ຍສໝ - ວັນທີ 13 ທັນວາ, ສະຫະພັນບັນດາອົງການມິດຕະພາບແຂວງ ຝູເຖາະ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານການທູດປະຊາຊົນ ປີ 2024 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ ປີ 2025. |
![]() | ນະຄອນໂຮ່ຈີມິນ ຕ້ອນຮັບນັກທ່ອງທ່ຽວ MICE 1.000 ຄົນຈາກ ອິນເດຍ ຍສໝ - ຫວ່າງແລ້ວນີ້, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບນັກທ່ອງທ່ຽວ MICE 1.000 ຄົນ (ທ່ອງທ່ຽວສົມທົບກັບກອງປະຊຸມ ແລະກອງປະຊຸມສໍາມະນາ) ຈາກອິນເດຍ. |
ແທັງຮັ່ງ