18:00 | 31/10/2024

ຍົກສູງຄວາມສາມາດຂອງອາຊຽນ ຕໍ່ໜ້າສິ່ງທ້າທາຍເຖິງຄວາມໝັ້ນຄົງ

ຍົກສູງກຳລັງຄວາມສາມາດໃຫ້ພະນັກງານສະຫະພັນບັນດາອົງການມິດຕະພາບທ້ອງຖິ່ນ ຍົກສູງກຳລັງຄວາມສາມາດໃຫ້ພະນັກງານສະຫະພັນບັນດາອົງການມິດຕະພາບທ້ອງຖິ່ນ
ສ້າງ​ບາດ​ກ້າວ​ ເພື່ອຊ່ວຍຍົກສູງວຽກງານເບິ່ງແຍງດູແລ​ດ້ານ​ສຸ​ຂະ​ພາບ​ໃຫ້​ແກ່ທົ່ວ​ປະ​ຊາ​ຊົນ ສ້າງ​ບາດ​ກ້າວ​ ເພື່ອຊ່ວຍຍົກສູງວຽກງານເບິ່ງແຍງດູແລ​ດ້ານ​ສຸ​ຂະ​ພາບ​ໃຫ້​ແກ່ທົ່ວ​ປະ​ຊາ​ຊົນ
ຍົກສູງຄວາມສາມາດຂອງອາຊຽນ ຕໍ່ໜ້າສິ່ງທ້າທາຍເຖິງຄວາມໝັ້ນຄົງ
ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ: ເນື້ອໃນປຶກສາຫາລືທີ່ກອງປະຊຸມ AMICLC-1 ໄດ້ສະແດງໃຫ້ເຫັນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສະເໜີບັນດາທິດທາງ ກໍຄືຮູບການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານ ເພື່ອແນໃສ່ຮັບປະກັນບົດບາດໃຈກາງຂອງອາຊຽນ ໃນສະພາບການປະຈຸບັນ. ກອງປະຊຸມຍັງເປັນຂີດໝາຍການເຄື່ອນໄຫວທາງການຂອງປະຊາຄົມສືບຂ່າວການທະຫານ/ການປ້ອງກັນຊາດອາຊຽນ (AMIC) ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະຄວາມເຫັນດີເຫັນພ້ອມລະຫວ່າງ ກຳລັງທະຫານຂອງບັນດາປະເທດສະມາຊິກອາຊຽນ. ກອງປະຊຸມເປັນການຢັ້ງຢືນຄຳໝັ້ນສັນຍາຢ່າງແຂງແຮງຂອງບັນດາປະເທດສະມາຊິກອາຊຽນ ໃນການຫັນເປົ້າໝາຍ “ອາຊຽນ: ວິໄສທັດດຽວ, ສີສັນດຽວ, ປະຊາຄົມດຽວ” ໃຫ້ປະກົດຜົນເປັນຈິງ. ນີ້ກໍແມ່ນເປົ້າໝາຍທີ່ກະຊວງປ້ອງກັນປະເທດຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ມຸ່ງໄປເຖິງ, ເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຢູ່ພາກພື້ນ.

Link: https://huunghivietlao.thoidai.com.vn/detail-article-20074.html

In bài biết