ຢູ່ຕາແສງ ນາງອຍ, ເມືອງ ກີເຊີນ, ບັນດາຫົວໜ່ວຍຈັດຕັ້ງໄດ້ມອບຊຸດກັນໜາວ 380 ຊຸດ, ໂທລະທັດ 02 ໜ່ວຍ ແລະ ໂຕະ, ຕັ່ງນັ່ງ 30 ຊຸດ ພ້ອມກັບອຸປະກອນການຮຽນຫຼາຍຢ່າງໃຫ້ນັກຮຽນໂຮງຮຽນປະຖົມເຄິ່ງກິນນອນຊົນເຜົ່າ ນາງອຍ 2, ເມືອງ ກີເຊີນ. ນອກຈາກນັ້ນ, ຄະນະຍັງໄດ້ມອບປຶ້ມຕຳລາຮຽນ, ປຶ້ມຂຽນຕື່ມອີກຈຳນວນໜຶ່ງໃຫ້ຕູປື້ມຫໍສະໝຸດ “ຕິດປີກຄວາມໄຝ່ຝັນ” ຂອງໂຮງຮຽນອີກດ້ວຍ. ນອນໃນບັນດາການເຄື່ອນໄຫວອາສາສະໝັກ, ບັນດາຫົວໜ່ວຍໄດ້ໄປຢື້ຢ້ຽມ, ມອບເຄື່ອງກອງນ້ຳ 01 ເຄື່ອງ ແລະ ຂອງຂວັນໃຫ້ຕຳຫຼວດຕາແສງນາງອຍ, ເມືອງກີເຊີນ; ມອບປຶ້ມ 5.000 ຫົວ ທີ່ເໝາະສົມກັບລະດັບ ແລະ ເກນອາຍຸຂອງເດັກນ້ອຍ ເພື່ອສ້າງຫໍສະໝຸດ “ຕິດປີກຄວາມໄຝ່ຝັນ” ໃຫ້ນັກຮຽນໂຮງຮຽນມັດທະຍົມຕອນປາຍ ກີເຊີນ. | ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ ຍສໝ - ຕອນບ່າຍວັນທີ 22 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການ ດ້ວຍພິທີຕ້ອນຮັບຄະນະຜູ້ແທນລາວ ຢ່າງສົມກຽດຢູ່ ດ່ານຊາຍແດນ ລ່ອງເຊິບ, ເມືອງມົກເຈົາ (ແຂວງເຊີນລາ) ເພື່ອເຂົ້າຮ່ວມບັນດາການ ເຄື່ອນໄຫວທໍາອິດໃນຂອບເຂດງານພົບປະແລກປ່ຽນ. | |