[ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ
ວັນທີ 23 ຕຸລາ, ໃນການເດີນທາງຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato' Johari Bin Abdul ແລະ ພັນລະຍາ ທ່ານນາງ Puan Sri Datin Noraini Binti Mohd ໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ ຢູ່ ຮ່າໂນ້ຍ
![[ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ [ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ](https://huunghivietlao.thoidai.com.vn/stores/news_dataimages/hangnt/102024/24/15/3056_anh-chu-tich-ha-vien-malaysia-va-phu-nhan-tham-di-tich-quoc-gia-dac-biet-van-mieu-quoc-tu-giam-20241023160508.jpg?rt=20241024153115) |
ທີ່ການຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ, ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato' Johari Bin Abdul ແລະ ທ່ານນາງ Puan Sri Datin Noraini Binti Mohd ໄດ້ຮັບຟັງການແນະນໍາກ່ຽວກັບປະຫວັດສາດການສ້າງຕັ້ງ ແລະ ການພັດທະນາຂອງມະຫາວິທະຍາໄລແຫ່ງທຳອິດຂອງຫວຽດນາມ, ແມ່ນສະຖານທີ່ຕິດພັນກັບບັນດາການຮ່ຳຮຽນທີ່ເປັນມູນເຊື້ອຂອງປະເທດຊາດ, ເຕົ້າໂຮມສິ່ງຍອດຢ້ຽມດິນແດນແຫ່ງການສຶກສາຂອງດ້າຍຫວຽດ ເມື່ອກ່ອນ ແລະ ຫວຽດນາມ ປັດຈຸບັນ. |
![[ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ [ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ](https://huunghivietlao.thoidai.com.vn/stores/news_dataimages/hangnt/102024/24/15/3104_anh-chu-tich-ha-vien-malaysia-va-phu-nhan-tham-di-tich-quoc-gia-dac-biet-van-mieu-quoc-tu-giam-20241023160535.jpg?rt=20241024153159) |
ວັນໝຽວ - ກວກຕຶ້ຢ໋າມ ໄດ້ຮັບການສ້າງຕັ້ງແຕ່ປີ 1070 (ຄືປີ ເທີນຫວູ້ ທີ 2 ສະໄໝຂອງ ຫຼີແທ໋ງຕົ່ງ); ຖືວ່າເປັນສັນຍາລັກແຫ່ງຄວາມຮູ້ພູມປັນຍາ ແລະ ພື້ນຖານການສຶກສາຂອງ ຫວຽດນາມ. ດ້ວຍສະຖາປັດຕະຍະກຳທີ່ເກົ່າແກ່ ແລະ ບັນດາຄຸນຄ່າມະນຸດສະທຳທີ່ເປັນເອກະລັກສະເພາະ, ວັນໝຽວ - ກວກຕຶ້ຢ໋າມ ແມ່ນຂີດໝາຍຕໍ່ປະຫວັດສາດຂອງຮ່າໂນ້ຍ ໃນອະດີດ ແລະ ປັດຈຸບັນ, ປະກອບສ່ວນເສີມຂະຫຍາຍຄັງສາງດ້ານວັດທະນະທຳຂອງຊາດໃຫ້ອຸດົມສົມບູນຂຶ້ນຕື່ມ. |
![[ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ [ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ](https://huunghivietlao.thoidai.com.vn/stores/news_dataimages/hangnt/102024/24/15/3227_anh-chu-tich-ha-vien-malaysia-va-phu-nhan-tham-di-tich-quoc-gia-dac-biet-van-mieu-quoc-tu-giam-20241023160544.jpg?rt=20241024153248) |
ນີ້ແມ່ນຫນຶ່ງໃນບັນດາສັນຍາລັກທີ່ມີຊື່ສຽງທີ່ສຸດ ເມື່ອເວົ້າເຖິງນະຄອນຫຼວງ ຮ່າໂນ້ຍ ອາລະຍະທຳພັນປີ. ບໍ່ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈ ແລະ ເປັນຮ່ອງຮອຍປະຫວັດສາດແຖວໜ້າເທົ່ານັ້ນ, ວັນໝຽວ ຫາກຍັງເປັນຕາງໜ້າໃຫ້ພື້ນຖານການສຶກສາຂອງ ຫວຽດນາມ. |
![[ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ [ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ](https://huunghivietlao.thoidai.com.vn/stores/news_dataimages/hangnt/102024/24/15/3319_anh-chu-tich-ha-vien-malaysia-va-phu-nhan-tham-di-tich-quoc-gia-dac-biet-van-mieu-quoc-tu-giam-20241023160611.jpg?rt=20241024153333) |
ໃນປີ 2012, ວັນໝຽວ - ກວກຕຶ້ຢ໋າມ ໄດ້ກາຍເປັນຮ່ອງຮອຍປະຫວັດສາດແຫ່ງຊາດພິເສດຢ່າງເປັນທາງການ. ທຸກໆປີ, ນັກຮຽນ, ນັກສຶກສາໃນທົ່ວປະເທດມາທີ່ນີ້ ເພື່ອຈັດພິທີຖະຫວາຍທູບທຽນ - ສົ່ງເສີມການຮຽນຮູ້ ແລະ ເຊີດຊູມູນເຊື້ອຂອງບັນພະບຸລຸດ. ຮ່ອງຮອຍ, ມໍລະດົກສາລະຄະດີໂລກຂອງ 82 ສິລາລຶກປະລິນຍາເອກ, ຈະເປັນບ່ອນອະນຸລັກຮັກສາ ແລະ ເຜີຍແຜ່ການຮ່ຳຮຽນທີ່ເປັນມູນເຊື້ອ, ເຄົາລົບຄູອາຈານ ແລະ ເຄົາລົບຜູ້ເກັ່ງກ້າຂອງປະເທດຊາດຕະຫຼອດໄປ. |
![[ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ [ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ](https://huunghivietlao.thoidai.com.vn/stores/news_dataimages/hangnt/102024/24/15/3442_anh-chu-tich-ha-vien-malaysia-va-phu-nhan-tham-di-tich-quoc-gia-dac-biet-van-mieu-quoc-tu-giam-20241023160620.jpg?rt=20241024153447) |
ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato' Johari Bin Abdul ແລະ ພັນລະຍາໄດ້ໄປທັດສະນະບັນດາສະຖາປັດຕະຍະກຳບູຮານເຊັ່ນ ປະຕູ ດ້າຍຈຸ່ງ, ເຄວວັນກ໋າກ, ຫໍວັງ ດ້າຍແທ່ງ, ສວນສິລາລຶກປະລິນຍາເອກ ແລະ ຈຸ່ວັນອານ; ຊອກຮູ້ກ່ຽວກັບສະຖານທີ່ປົກປັກຮັກສາ, ເຊີດຊູຄຸນທຳຮຽນຮູ້, ເກັບຮັກສາ ແລະ ສະແດງໃຫ້ເຫັນບັນດາຄຸນຄ່າທີ່ພົ້ນເດັ່ນຂອງອາລະຍະທຳ ຫວຽດນາມ. |
![[ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ [ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ](https://huunghivietlao.thoidai.com.vn/stores/news_dataimages/hangnt/102024/24/15/3638_anh-chu-tich-ha-vien-malaysia-va-phu-nhan-tham-di-tich-quoc-gia-dac-biet-van-mieu-quoc-tu-giam-20241023160517_1.jpg?rt=20241024153643) |
ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato' Johari Bin Abdul ພ້ອມພັນລະຍາ ໄດ້ໄປທັດສະນະ ແລະ ຮັບຟັງການແນະນຳກ່ຽວກັບມໍລະດົກສາລະຄະດີໂລກ 82 ສິລາລຶກປະລິນຍາເອກຢູ່ເຂດຮ່ອງຮອຍ. |
![[ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ [ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ](https://huunghivietlao.thoidai.com.vn/stores/news_dataimages/hangnt/102024/24/15/2948_anh-chu-tich-ha-vien-malaysia-va-phu-nhan-tham-di-tich-quoc-gia-dac-biet-van-mieu-quoc-tu-giam-20241023160602.jpg?rt=20241024153734) |
ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato' Johari Bin Abdul ແລະ ພັນລະຍາ ພ້ອມຄະນະໄດ້ຊົມບັນດາວັດຖຸບູຮານທີ່ວາງສະແດງຢູ່ວັນໝຽວ - ກວກຕຶ້ຢ໋າມ. |
![[ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ [ຮູບພາບ] ທ່ານປະທານສະພາຕ່ຳ ມາເລເຊຍ ແລະພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ](https://huunghivietlao.thoidai.com.vn/stores/news_dataimages/hangnt/102024/24/15/2943_anh-chu-tich-ha-vien-malaysia-va-phu-nhan-tham-di-tich-quoc-gia-dac-biet-van-mieu-quoc-tu-giam-20241023162430.jpg?rt=20241024153759) |
ການນຳສູນການເຄື່ອນໄຫວວັດທະນະທຳ ແລະ ວິທະຍາສາດ ວັນໝຽວ - ກວກຕຶ້ຢ໋າມ ໄດ້ມອບປື້ມ “ວັນໝຽວ - ກວກຕຶ້ຢ໋າມ ທັງລອງ” ໃຫ້ທ່ານປະທານສະພາແຫ່ງຊາດ ແຟງລັງ ແລະ ຄະນະ. (ຮູບພາບ: ໜັງສືພິມ ປະຊາຊົນ) |
| ງານລາຕີພົບປະແລກປ່ຽນວັດທະນະທຳເອກະລັກພິເສດເຊື່ອມຕໍ່ນ້ຳໃຈມິດຕະພາບ ຫວຽດນາມ - ມາເລເຊຍ ຍສໝ - ຕອນຄ່ຳວັນທີ 23 ສິງຫາ, ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ແລະ ມະຫາວິທະຍາໄລ Malaya ໄດ້ຈັດຕັ້ງງານລາຕີພົບປະແລກປ່ຽນວັດທະນະທຳເພື່ອເຊື່ອມຕໍ່ນ້ຳໃຈມິດຕະພາບ. ເຫດການດັ່ງກ່າວ ໄດ້ດຶງດູດ ຊາວຫວຽດນາມ ຢູ່ມາເລເຊຍ, ຄູອາຈານ ແລະ ນັກສຶກສາຂອງໂຮງຮຽນເຂົ້າຮ່ວມນັບຮ້ອຍຄົນ. |
| ສະພາແຫ່ງຊາດ ຫວຽດນາມ ແລະລັດຖະສະພາ ມາເລເຊຍ ພ້ອມແລ້ວທີ່ຈະລົງນາມໃນສັນຍາຮ່ວມມື ຍສໝ - ວັນທີ 9 ສິງຫາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ມາເລເຊຍ, ທ່ານ ຫງວຽນຄັກດິ້ງ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບ ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato' Johari Bin Abdul ແລະ ໂອ້ລົມເຈລະຈາກັບ ... |
ແທັງຮັ່ງ