ຫໍບູຊາເຈົ້າຍິງ, ສັນຍາລັກແຫ່ງນໍ້າໃຈມິດຕະພາບ ຫວຽດນາມ - ລາວ
ການບູລະນະຫໍເທບທິດາປະເທດ ລາວ ຢູ່ແຂວງ ນິງບິ່ງ | |
ໄປຢ້ຽມຢາມຖະໜົນເກົ່າຮ່າໂນ້ຍ, ຄວນໄປແວ່ ຫໍບູຊາ ກວານເດ໊ 28 ຮ່າງບ່ວມ |
![]() |
ຫໍບູຊາ ເທື້ອງທ້າຍເຊິ່ນ ໄຫວ້ບູຊາເຈົ້າຍິງຂອງລາວ ທີ່ມີຊື່ວ່າ ເຈົ້າຍິງ ໂຍ່ຍຮວາ, ຕັ້ງຢູ່ເທິງຈອມພູ. ຫໍແມ່ນຕັ້ງຢູ່ບ້ານ ທ້າຍເຊີ່ນ, ຕາແສງ ເຊີນລາຍ, ເມືອງ ຢໍ່ກວ່ານ (ແຂວງ ນິງບິ່ງ). ຜ່ານໄປຫຼາຍສັດຕະວັດ, ຫໍບູຊາ ແລະ ຈຸດພິເສດວັດທະນະທຳລາວ ໄດ້ຮັບການປົກປັກຮັກສາຈາກປະຊາຊົນຢູ່ທີ່ນີ້, ກາຍເປັນສັນຍາລັກວັດທະນະທຳທີ່ສວຍງາມຂອງມິດຕະພາບ ຫວຽດນາມ - ລາວ. ພາບ: ດິງມິນ. |
![]() |
ຄຽງຄູ່ກັບຊື່ຂອງຫໍບູຊາ ເທື້ອງ, ປະຊາຊົນຢູ່ທີ່ນີ້ຍັງເຄົາລົບນັບຖືເອີ້ນຫໍບູຊາເຈົ້າຍິງ ໂຍ່ຍຮວາ ວ່າຫໍບູຊາ ເຈົ້າຍິງຍ່າ ໂຍ່ຍຮວາ (Ba Chua Hoa) ຫຼື ຫໍເມົ້້າ. ຫໍແມ່ນຕັ້ງຢູ່ໃນໝູ່ບ້ານທີ່ມີຄວາມສະຫງົບຢູ່ໃນທ່າມກາງພູຜາ ແລະ ເນີນພູທີ່ໃຫຍ່ໂຕສວຍງາມ. ພາບ: ດິງມິນ. |
![]() | ||
|
![]() |
ຈົດຈໍາຄຸນງາມຄວາມດີຂອງເຈົ້າຍິງ, ເຈົ້າຊີວິດ ເລແທັງຕົງ ໄດ້ກໍ່ສ້າງສຸສານ ແລະ ສ້າງຫໍບູຊາເຈົ້າຍິງ. ສະຖານທີ່ທີ່ເຈົ້າຍິງຢູ່ຢ່າງສະຫງົບສຸກແມ່ນເຂດບ້ານ ທ້າຍເຊີນ, ຕາແສງ ເຊີນລາຍ ໃນທຸກມື້ນີ້. ພາບ: ດິງມິນ. |
![]() | ||||
ປະຈຸບັນ, ສະຖານທີ່ອະນຸສອນສະຖານປະກອບດ້ວຍ 2 ພາກສ່ວນຄື: ຫໍບູຊາເທື້ອງ - ໄຫວ້ບູຊາເຈົ້າຍິງ ໂຍ່ຍຮວາ ແລະ ຫໍບູຊາຮະ - ໄຫວ້ບູຊາເຈົ້າຊີວິດ ກຸ້ຍມິນ ດາຍເວື່ອງ. ພາບ: ດິງມິນ.
|
|
![]() |
ຫໍບູຊາເຈົ້າຍິງ ໂຍ່ຍຮວາ ໄດ້ຮັບຮັບຮອງເປັນຮ່ອງຮອຍປະຫວັດສາດລະດັບແຂວງໃນປີ 2007. ພາບ: ດິງມິງ. |
![]() |
ທຸກໆປີ, ປະຊາຊົນໃນເຂດດັ່ງກ່າວໄດ້ຈັດງານບຸນປະເພນີໃນມື້ຂຶ້ນ 3 ຄໍ່າເດືອນ 3 (ຕາມຈັນທະປະຕິທິນ) ໂດຍມີກິດຈະກໍາສິນລະປະວັດທະນະທໍາ, ໃນນັ້ນ ຈະມີຟ້ອນລໍາຕາມຈັງຫວະເພງຈໍາປາ (ເພງປະເພນີພື້ນເມືອງລາວ) ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງເຈົ້າຍິງ ໂຍ່ຍຮວາ. ພາບ: ດິງມິນ. |
![]() |
ບໍ່ພຽງແຕ່ແມ່ນຮ່ອງຮອຍປະຫວັດສາດເທົ່ານັ້ນ, ຫໍບູຊາເຈົ້າຍິງປະເທດລາວ ຍັງເປັນການຢັ້ງຢືນໃຫ້ເຫັນເຖິງນ້ຳໃຈສາມັກຄີລະຫວ່າງຊາວ ຫວຽດນາມ ແລະ ລາວ. ໃນຮູບພາບແມ່ນເສັ້ນທາງຂຶ້ນໄປຍັງຫໍບູຊາ ເທື້ອງ, ບ່ອນທີ່ບູຊາເຈົ້າຍິງໂຍ່ຍຮວາ. ພາບ: ດິງມິນ. |
ອ.ສະຫວັດ