06:31 | 11/07/2024

ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາ: ການຢ້ຽມຢາມ ສ້າງກໍາລັງໜູນໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບລາວ ແລະກຳປູເຈຍ

ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ
ການຢ້ຽມຢາມ ຫວຽດນາມ ຂອງ ເຟຣເດີຣິກ ອົງມົງກຸດລາຊະກຸມມານ ແຫ່ງລາຊະອານາຈັກເດນມາກ ໄດ້ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍໃຫ້ດີຍິງຂຶ້ນອີກ ການຢ້ຽມຢາມ ຫວຽດນາມ ຂອງ ເຟຣເດີຣິກ ອົງມົງກຸດລາຊະກຸມມານ ແຫ່ງລາຊະອານາຈັກເດນມາກ ໄດ້ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍໃຫ້ດີຍິງຂຶ້ນອີກ

ໃນລະຫວ່າງວັນທີ 11-13 ກໍລະກົດ, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ລາວ ແລະກຳປູເຈຍ. ເນື່ອງໃນໂອກາດນີ້, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດ.

ຂໍໃຫ້ທ່ານຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍຂອງການປະຕິບັດງານພິເສດຄັ້ງນີ້ຂອງທ່ານປະທານປະເທດ ແລະທ່ານຮອງລັດຖະມົນຕີ ຕີລາຄາການພົວພັນ ຫວຽດນາມ-ລາວ ແລະ ຫວຽດນາມ-ກຳປູເຈຍ ຄືແນວໃດ?

ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາ: ການຢ້ຽມຢາມ ສ້າງກໍາລັງໜູນໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບລາວ ແລະກຳປູເຈຍ

ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: toquoc.vn

ໂດຍໄດ້ຮັບຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ແລະພະມະຫາກະສັດ ກຳປູເຈຍ Norodom Sihamoni, ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ລາວ ແລະກຳປູເຈຍ. ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານປະທານປະເທດ ນັບແຕ່ຂຶ້ນຮັບຕຳແໜ່ງ. ການຢ້ຽມຢາມລາວ ແລະກຳປູເຈຍ ຄັ້ງທຳອິດຂອງທ່ານປະທານປະເທດ ແມ່ນມີຄວາມໝາຍອັນໃຫຍ່ຫຼວງ, ໄດ້ສະແດງໃຫ້ເຫັນສານທີ່ສຳຄັນຂອງພັກ ແລະລັດຫວຽດນາມ ກໍ່ຄືໃນນາມສ່ວນຕົວຂອງທ່ານປະທານປະເທດ.

ນັ້ນແມ່ນພັກ ແລະລັດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະໃຫ້ບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງ ຫວຽດນາມ - ກໍາປູເຈຍ.

ນັ້ນກໍ່ແມ່ນສານຢືນຢັນຄວາມສາມັກຄີ, ຄວາມສະໜິດສະໜົມລະຫວ່າງ 3 ປະເທດ. ຫວຽດນາມ, ລາວ ແລະກຳປູເຈຍ ມີຄວາມໃກ້ຊິດຕິດແທດທາງດ້ານພູມສາດ, ປະຫວັດສາດ, ວັດທະນະທຳ, 3 ພັກນໍາພາຢູ່ 3 ປະເທດມີຕົ້ນກຳເນີດຮ່ວມກັນຄືພັກກອມມູນິດອິນດູຈີນ. ປະຊາຊົນ 3 ປະເທດກໍ່ມີນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນ, ການເສຍສະຫຼະເລືອດເນື້ອເພື່ອພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະພັດທະນາປະເທດຊາດຄືປະຈຸບັນ.

ດ້ວຍຄວາມຕັດສິນໃຈຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງແຂງແຮງ, ເປັນຕົ້ນແມ່ນໝາກຜົນຂອງການພົບປະປະຈຳປີລະຫວ່າງກົມການເມືອງຂອງພັກກອມມູນິດຫວຽດນາມ ກັບກົມການເມືອງຂອງພັກປະຊາຊົນປະຕິວັດລາວ ແລະກັບຄະນະປະຈຳພັກປະຊາຊົນກຳປູເຈຍ, ການຢ້ຽມຢາມຄັ້ງນີ້ຈະເປັນຂີດໝາຍໄລຍະພັດທະນາໃໝ່ຂອງການພົວພັນ ຫວຽດນາມ - ລາວ ແລະ ຫວຽດນາມ - ກໍາປູເຈຍ ບົນພື້ນຖານທີ່ສະເໝີພາບ, ພ້ອມກັນມີຜົນປະໂຫຍດ, ຮ່ວມມືກັນຢ່າງມີປະສິດທິຜົນ, ເຄົາລົບຜົນປະໂຫຍດຂອງກັນ ແລະກັນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າອີກ, ເພີ່ມທະວີຄວາມສາມັກຄີລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ ແລະອາຊຽນ.

ສະເໜີໃຫ້ທ່ານຮອງລັດຖະມົນຕີ ຕີລາຄາລວມກ່ຽວກັບການພົວພັນຫວຽດນາມ ກັບສອງປະເທດ ແລະຈຸດພົ້ນເດັ່ນຂອງແຕ່ລະປະເທດ?

ການພົວພັນ ຫວຽດນາມ - ລາວ, ຫວຽດນາມ - ກໍາປູເຈຍ ພວມພັດທະນາຢ່າງດີງາມ, ຮອບດ້ານບົນພື້ນຖານນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈ ແລະຄວາມສະໜິດຕິດພັນ. ການຮ່ວມມືໃນທາງຊ່ອງພັກແມ່ນມີບົດບາດຫຼັກແຫຼ່ງ, ໄດ້ ແລະພວມກຳນົດທິດ, ນຳພາການພົວພັນຢ່າງແຂງແຮງ.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ - ກໍາປູເຈຍ ນັບມື້ນັບກາຍເປັນເສົາຄ້ຳແຫ່ງການຮ່ວມມືຢ່າງໝັ້ນແກ່ນ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງ, ການເມືອງ, ສັງຄົມຂອງແຕ່ລະປະເທດ, ພິເສດແມ່ນຢູ່ບັນດາເຂດຊາຍແດນ. ຫວຽດນາມ ກັບ ລາວ ແລະ ກຳປູເຈຍ ລ້ວນແຕ່ຢຶດໝັ້ນຫຼັກການບໍ່ອະນຸຍາດໃຫ້ອິດທິກຳລັງປໍລະປັກນຳໃຊ້ດິນແດນຂອງປະເທດໜຶ່ງເພື່ອດຳເນີນການເຄື່ອນໄຫວຕ້ານກັບປະເທດອື່ນ. 3 ປະເທດພວມເສີມຂະຫຍາຍກົນໄກຮ່ວມມືທີ່ສຳຄັນເປັນຢ່າງດີ ຄື: ການພົບປະປະຈຳປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ແລະບັນດາການຊ້ອມຮົບກູ້ຊີບ, ກູ້ໄພຮ່ວມລະຫວ່າງກອງທັບ 3 ປະເທດ; ກອງປະຊຸມປະຈໍາປີລະຫວ່າງ 3 ລັດຖະມົນຕີກະຊວງຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ / ພາຍໃນ.

ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າສືບຕໍ່ມີບາດກ້າວພັດທະນາຢ່າງຕັ້ງໜ້າ ແລະມີປະສິດທິຜົນກວ່າອີກ, ການຮ່ວມມືດ້ານເສດຖະກິດຢູ່ເຂດຊາຍແດນພັດທະນາຢ່າງຂະຫຍັນຂັນເຄື່ອນ, ບໍ່ພຽງແຕ່ເປັນການເພີ່ມທະວີຄວາມສາມັກຄີລະຫວ່າງ 3 ປະເທດເທົ່ານັ້ນ ຫາກຍັງປະກອບສ່ວນສຳຄັນເຂົ້າໃນການຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນລະຫວ່າງ ຫວຽດນາມ - ລາວ, ຫວຽດນາມ - ກໍາປູເຈຍ ກໍ່ຄືລະຫວ່າງ 3 ປະເທດ.

ການຮ່ວມມືດ້ານການສຶກສາ - ກໍ່ສ້າງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳພັກ, ລັດຂອງ 3 ປະເທດ. ຫວຽດນາມ, ລາວ ແລະ ກຳປູເຈຍ ລ້ວນແຕ່ໃຫ້ບຸລິມະສິດສູງຕໍ່ການໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກ້ວາງຂວາງ, ເປັນຕົ້ນແມ່ນຕໍ່ກັບລຸ້ນໜຸ່ມກ່ຽວກັບຄຸນຄ່າປະຫວັດສາດແຫ່ງຄວາມສາມັກຄີ, ມູນເຊື້ອມິດຕະພາບ ແລະການເສຍສະຫຼະເຊິ່ງກັນ ແລະກັນລະຫວ່າງ 3 ປະເທດ. ຄຽງຂ້າງນັ້ນ, ຫວຽດນາມ ຖືເປັນສໍາຄັນຕໍ່ການຊ່ວຍເຫຼືອລາວ ແລະ ກໍາປູເຈຍ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຈຳນວນນັກສຶກສາແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວ, ຫວຽດນາມ ແລະ ກຳປູເຈຍ ນັບມື້ນັບເພີ່ມຂຶ້ນດ້ວຍຄຸນນະພາບສູງ, ເປັນແຫຼ່ງຊັບພະຍາກອນມະນຸດທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງແຕ່ລະປະເທດ, ພ້ອມທັງແມ່ນພື້ນຖານສຳຄັນທີ່ສຸດທີ່ຊ່ວຍຊຸກຍູ້ການແລກປ່ຽນວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈ ແລະການພົບປະແລກປ່ຽນລະຫວ່າງປະຊາຊົນ.

ໃນການຢ້ຽມຢາມ, ທ່ານປະທານປະເທດ ຄາດວ່າ ຈະມີການພົບປະກັບບັນດາການນຳຂັ້ນສູງຂອງທັງສອງປະເທດ ລາວ ແລະ ກຳປູເຈຍ. ນີ້ແມ່ນໂອກາດທີ່ສະດວກເພື່ອໃຫ້ບັນດາການນຳຂັ້ນສູງກວດກາຄືນບັນດາຂໍ້ຕົກລົງຂັ້ນສູງ, ບັນດາຂົງເຂດຮ່ວມມືທີ່ສຳຄັນ ແລະວາງທິດທາງການຮ່ວມມືອອກໃນໄລຍະຈະມາເຖິງ. ການຢ້ຽມຢາມຈະສ້າງກຳລັງໜູນໃໝ່, ເພື່ອແນໃສ່ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແລະການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງ ຫວຽດນາມ - ກໍາປູເຈຍ ໃຫ້ເລິກເຊິ່ງ, ຮອບດ້ານກວ່າອີກ; ພ້ອມທັງຊຸກຍູ້ການຮ່ວມມືໃນຂອບເຂດຫຼາຍຝ່າຍເຊັ່ນ ອາຊຽນ, ກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະສະຫະປະຊາຊາດ.

ຂໍຂອບໃຈທ່ານຮອງລັດຖະມົນຕີ!

ບູນມີ

Link: https://huunghivietlao.thoidai.com.vn/detail-article-19182.html

In bài biết