ສື່ມວນຊົນ, ເຜີຍແພ່ແນະນຳການທ່ອງທ່ຽວຫວຽດນາມ ເພື່ອດຶງດູດນັກທ່ອງທ່ຽວສາກົນ
![]() | ຫວຽດນາມ ນອນໃນ top 2 ຂອງຈຳນວນນັກທ່ອງທ່ຽວສາກົນມາລາວ |
![]() | ນັກທ່ອງທ່ຽວສາກົນ ຕື່ນເຕັ້ນເພື່ອສະເຫຼີມສະຫຼອງບຸນເຕັດພື້ນເມືອງຫວຽດນາມ |
ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ: ໜ່ວຍງານຈະສົມທົບກັບບັນດາທ້ອງຖິ່ນເພື່ອແນໃສ່ຊຸກຍູ້ ແລະ ເຜີຍແພ່ແນະນຳການທ່ອງທ່ຽວ ຫວຽດນາມ ໃນປີ 2024 ດ້ວຍຫຼາຍກິດຈະກຳຢູ່ຕ່າງປະເທດ.
ພິເສດ, ຫວຽດນາມ ຈະເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວ Bali Beyond Tourism ຄັ້ງທີ 10 (BBTF) ແຕ່ວັນທີ 12 – 14 ມິຖຸນາ ຢູ່ Nusa Dua, Bali (ອິນໂດເນເຊຍ). ນີ້ແມ່ນງານລ້ຽງປະຈຳປີ, ໃນນັ້ນມີບັນດາເຫດການທີ່ເຊື່ອມໂຍງໂດຍກົງກັບບັນດາວິສາຫະກິດ, ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືດ້ານການທ່ອງທ່ຽວຄຸນນະພາບໃຫ້ບັນດາຜະລິດຕະພັນທ່ອງທ່ຽວ MICE, ການທ່ອງທ່ຽວບັນເທິງ ແລະ ຜະລິດຕະພັນທ່ອງທ່ຽວພິເສດ.
ຕ່າມນັ້ນ, ແຕ່ວັນທີ 23 ມິຖຸນາ ຫາວັນທີ 3 ກໍລະກົດ ແມ່ນໂຄງການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ຝະລັ່ງ (ປາຣີ), ເຢຍລະມັນ (ແຟຣງເຟີດ) ແລະ ອີຕາລີ (ມິລານ). ນີ້ແມ່ນໂອກາດເພື່ອໃຫ້ອົງການທ່ອງທ່ຽວແຫ່ງຊາດ, ທ້ອງຖິ່ນ ແລະ ບັນດາວິສາຫະກິດທ່ອງທ່ຽວແນະນຳບັນດານະໂຍບາຍ, ຈຸດໝາຍປາຍທາງ, ຜະລິດຕະພັນການທ່ອງທ່ຽວມຸ່ງໄປເຖິງຕະຫຼາດເອີລົບ.
![]() |
ໂຄງການສ້າງກາລະໂອກາດໃຫ້ບັນດາທ້ອງຖິ່ນ ແລະ ດຳເນີນທຸລະກິດທ່ອງທ່ຽວເຊື່ອມຕໍ່ ແລະ ສ້າງຕັ້ງການຮ່ວມມືດຳເນີນທຸລະກິດ, ດຶງດູດນັກທ່ອງທ່ຽວ ຝະລັ່ງ, ເຢຍລະມັນ, ອີຕາລີ ເວົ້າສະເພາະ ແລະ ນັກທ່ອງທ່ຽວເອີລົບ ໂດຍທົ່ວໄປມາທ່ອງທ່ຽວຫວຽດນາມ ແລະ ກົງກັນຂ້າມ.
ໃນລະຫວ່າງວັນທີ 1-8 ກໍລະກົດ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງໂຄງການແນະນຳການທ່ອງທ່ຽວຢູ່ນະຄອນຫຼວງ ມົດສະກູ ແລະ Saint Petersburg, ລັດເຊຍ ເພື່ອໂຄສະນາຄວາມງາມຂອງປະເທດ ແລະ ປະຊາຊົນຫວຽດນາມ; ແນະນຳນະໂຍບາຍການທ່ອງທ່ຽວໃໝ່ເພື່ອດຶງດູດ ແລະ ຟື້ນຟູຈຳນວນນັກທ່ອງທ່ຽວລັດເຊຍ ມາຫວຽດນາມ.
ພ້ອມກັນນັ້ນ, ໃນໄລຍະຈະມາເຖິງ, “ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024” ຈະດຳເນີນຢູ່ 2 ເມືອງດັ່ງກ່າວ. ຜ່ານນັ້ນ ປະກອບສ່ວນແນະນຳ ແລະ ໂຄສະນາບັນດາຄຸນຄ່າວັດທະນະທຳ ແລະ ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ ຫວຽດນາມ ໃຫ້ປະຊາຄົມລັດເຊຍ ຜ່ານບັນດາລາຍການສະແດງສິລະປະ, ຊົມຮູບເງົາ, ງານວາງສະແດງ, ສຳມະນາໂຄສະນາການທ່ອງທ່ຽວ. ພິເສດແມ່ນຊ່ອງວາງສະແດງ, ແນະນຳວັດທະນະທຳ, ທ່ອງທ່ຽວ ດ້ວຍຫົວຂໍ້ “ຫວຽດນາມ - ປະເທດມໍລະດົກໂລກ”; ລາຍການວັນຮູບເງົາຫວຽດນາມ...
ບັນດາການເຄື່ອນໄຫວດັ່ງກ່າວຈະໄດ້ຮັບການຈັດຕັ້ງຢ່າງເຂັ້ມງວດ, ສະແດງໃຫ້ເຫັນຄຸນຄ່າວັດທະນະທຳຂອງຊາດ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາສິລະປະພື້ນເມືອງ ແລະ ປະຈຸບັນ. ດ້ວຍເຫດນີ້ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ.
ໃນ 5 ເດືອນຜ່ານມາ, ນັກທ່ອງທ່ຽວສາກົນມາຫວຽດນາມ ບັນລຸເກືອບ 7,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 64,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເພີ່ມຂຶ້ນ 3,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.
ບັນດາຂະແໜງການທັງໝົດພວມສືບຕໍ່ມານະພະຍາຍາມບັນລຸເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 17-18 ລ້ານເທື່ອຄົນ; ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 110 ລ້ານເທື່ອຄົນ (ໃນນັ້ນມີແຂກທ່ອງທ່ຽວປະມານ 72,5 ລ້ານຄົນ) ໃນປີ 2024. ລວມຍອດລາຍຮັບຈາກນັກທ່ອງທ່ຽວບັນລຸປະມານ 840.000 ຕື້ດົ່ງ.
ໃນໄລຍະຈະມາເຖິງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈະສືບຕໍ່ສົມທົບກັບບັນດາທ້ອງຖິ່ນເພື່ອພັດທະນາບັນດາແຫຼ່ງທ່ອງທ່ຽວທີ່ມີລະດັບສູງ, ມີຫຼາຍປະສົບການ ດ້ວຍບັນດາຜະລິດຕະພັນທີ່ມີຫົວຄິດປະດິດສ້າງ, ເປັນເອກະລັກສະເພາະ, ດຶງດູດແຂກທ່ອງທ່ຽວ; ພ້ອມກັນນັ້ນ, ກໍ່ສ້າງຈຸດໝາຍປາຍທາງທີ່ປອດໄພ, ມີອາລະຍະທຳ, ເປັນມິດກັບສະພາບແວດລ້ອມສີຂຽວ, ສະອາດ ແລະ ສວຍງາມ.
ນອກນີ້, ບັນດາຫົວໜ່ວຍທີ່ກ່ຽວຂ້ອງສືບຕໍ່ປະດິດສ້າງບັນດາເນື້ອໃນ ແລະ ວິທີການໂຄສະນາ ແລະ ຊຸກຍູ້ການທ່ອງທ່ຽວ; ສຸມໃສ່ພັດທະນາ ແລະ ຂຸດຄົ້ນບັນດາຂະແໜງການຕະຫຼາດລູກຄ້າຕາມບັນດາຜະລິດຕະພັນທີ່ມີຈຸດໜັກແໜ້ນຂອງຫວຽດນາມ
![]() | Tripadvisor ຄັດເລືອກ 2 ສະຖານທີ່ທ່ອງທ່ຽວຫວຽດນາມ ເຂົ້າໃນທອັບສະຖານທີ່ທ່ອງທ່ຽວທີ່ມີຄວາມນິຍົມທີ່ສຸດໃນໂລກ ຍສໝ - ອ່າວຮະລອງ (ແຂວງກວ໋າງນີງ) ຖືກຈັດຢູ່ອັນດັບທີ 3 ໃນບັນດາສະຖານທີ່ທີ່ໄດ້ຮັບລາງວັນ Best of the Best ຂອງ Travellers’ Choice (ນັກທ່ອງທ່ຽວຄັດເລືອກ). |
![]() | ນັກຊ່ຽວຊານສິງກະໂປ ສະເໜີຄວາມເຫັນ ໃຫ້ການທ່ອງທ່ຽວຫວຽດນາມ ຍສໝ - ປະທານກຽດຕິຍົດສະຖາບັນຄຸ້ມຄອງການທ່ອງທ່ຽວສິງກະໂປ Wong Soon-hwa ໄດ້ຕີລາຄາທີ່ຕັ້ງການທ່ອງທ່ຽວຂອງຫວຽດນາມ ແມ່ນ “ດີທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້” ແຕ່ຕ້ອງປັບປຸງການຄຸ້ມຄອງຈຸດໝາຍປາຍທາງ. |
ຄຳຮຸ່ງ