11:39 | 19/05/2024

ຮູບພາບທີ່ປະທັບໃຈໃນງານບຸນ ທ້ອງ​ຖະ​ໜົນ “ບ້ານ​ເກີດ​ຍາມ​ລະ​ດູ​ບານດອກ​ບົວ​ເບັ່ງ​ບານ”

ຊາວ​ຫວຽດນາມ​ ອາໄສຢູ່ ໄທ ໄດ້​ແຕ້ມ​ຮູບ ​ລຸງ​ໂຮ່ ກວ່າ 100 ຮູບ ຊາວ​ຫວຽດນາມ​ ອາໄສຢູ່ ໄທ ໄດ້​ແຕ້ມ​ຮູບ ​ລຸງ​ໂຮ່ ກວ່າ 100 ຮູບ
ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງລຸງໂຮ່ ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງລຸງໂຮ່

ຕອນຄ່ຳວັນທີ 17 ພຶດສະພາ, ຢູ່ນະຄອນ ວິງ, ແຂວງ ເງະອານ, ພະແນກວັດທະນະທຳ ແລະ ກິລາ ແຂວງ ເງະອານ ໄດ້ຈັດພິທີໄຂງານບຸນສະແດງຢູ່ທ້ອງຖະໜົນ ດ້ວຍຫົວຂໍ້ “ບ້ານເກີດຍາມລະດູດອກບົວເບັ່ງບານ” ແລະ ງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ໂຮ່ຈີມິນ - ຊື່ຂອງເພິ່ນສວຍງາມທີ່ສຸດ”.

ຮູບພາບທີ່ປະທັບໃຈໃນງານບຸນ ທ້ອງ​ຖະ​ໜົນ “ບ້ານ​ເກີດ​ຍາມ​ລະ​ດູ​ບານດອກ​ບົວ​ເບັ່ງ​ບານ”

ຮູບພາບທີ່ປະທັບໃຈໃນງານບຸນ ທ້ອງ​ຖະ​ໜົນ “ບ້ານ​ເກີດ​ຍາມ​ລະ​ດູ​ບານດອກ​ບົວ​ເບັ່ງ​ບານ”

ງານບຸນບ້ານດອກບົວປີນີ້ ໄດ້ດຳເນີນດ້ວຍກິດຈະກຳທີ່ຫຼາກຫຼາຍຮູບແບບ ກ່ຽວກັບວັດທະນະທຳສິລະປະ ແລະ ກິລາ ທີ່ໄດ້ຮັບການລົງທຶນກະກຽມຢ່າງລອບຄອບຖີ່ຖ້ວນ. ເພື່ອແນໃສ່ຫັນເປັນຫຼາຍຮູບຫຼາຍແບບ ແລະ ຍົກສູງຄຸນນະພາບຂອງງານບຸນ, ລາຍການສະແດງຢູ່ທ້ອງຖະໜົນ ປີນີ້ ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 17 ພຶດສະພາ ຢູ່ຖະໜົນຍ່າງ ນະຄອນ ວິງ, ໂດຍມີການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ, ນັກສິລະປະກອນ ເກືອບ 1000 ຄົນ ທີ່ມາຈາກ 20 ເມືອງ, ນະຄອນ ແລະ ກອງສິລະປະການ.

ຮູບພາບທີ່ປະທັບໃຈໃນງານບຸນ ທ້ອງ​ຖະ​ໜົນ “ບ້ານ​ເກີດ​ຍາມ​ລະ​ດູ​ບານດອກ​ບົວ​ເບັ່ງ​ບານ”

ການສະແດງດົນຕີຫຼາຍຢ່າງເພື່ອສະເຫຼີມສະຫຼອງວັນເກີດຂອງລຸງໂຮ່
ຮູບພາບທີ່ປະທັບໃຈໃນງານບຸນ ທ້ອງ​ຖະ​ໜົນ “ບ້ານ​ເກີດ​ຍາມ​ລະ​ດູ​ບານດອກ​ບົວ​ເບັ່ງ​ບານ”

ໃນຂະນະນັ້ນ, ກິດຈະກຳວາງສະແດງຮູບພາບດ້ວຍຫົວຂໍ້ “ໂຮ່ຈີມິນ - ຊື່ຂອງເພິ່ນສວຍງາມທີ່ສຸດ” ດ້ວຍພາບເອກະສານເກືອບ 200 ແຜ່ນ ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ ຖືກຈັດຂຶ້ນແຕ່ວັນທີ 17 – 30 ພຶດສະພາ ຢູ່ສະໜາມຫຼວງ ໂຮ່ຈີມິນ, ນະຄອນ ວິງ, ແຂວງເງະອານ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-18822.html

In bài biết