ຍີ່ປຸ່ນ ຈະໃຫ້ສອບເສັງເອົາໃບຂັບຂີ່ເປັນພາສາ ຫວຽດນາມ
ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ | |
ສື່ມວນຊົນຍີ່ປຸ່ນໄດ້ຕີລາຄາສູງການຢ້ຽມຢາມຍີ່ປຸ່ນຂອງທ່ານປະທານປະເທດ ຫວໍວັນເຖືອງ |
ການເຮັດສີ່ງນີ້ ແມ່ນເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ຄົນຕ່າງປະເທດ ເພາະການສອບເສັງໃບຂັບຂີ່ ແມ່ນປະຕິບັດເປັນແຕ່ພາສາຍີ່ປຸ່ນ ເທົ່ານັ້ນ.
ກ່ອນໜ້ານີ້, ບັນດາບົດສອບເສັງໃບຂັບຂີ່ປະເພດ 1 ປົກກະຕິ ໄດ້ມີພາສາອັງກິດ, ແຕ່ການສອບເສັງໃບຂັບຂີ່ປະເພດ 2 ກໍໄດ້ສະໜອງພຽງແຕ່ເປັນພາສາຍີ່ປຸ່ນ ເທົ່ານັ້ນ, ສະນັ້ນ ຈິ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ຄົນຕ່າງປະເທດ.
![]() |
ຮູບປະກອບ |
ພະແນກຕໍາຫຼວດແຂວງ Aichi ຢູ່ພາກກາງຂອງ ຍີ່ປຸ່ນ ໄດ້ຈັດຕັ້ງບົດກວດກາໃບຂັບຂີ່ປະເພດ 2 ເປັນພາສາອັງກິດ ເລີ່ມໃນອາທິດນີ້. ພະແນກຕໍາຫຼວດແຂວງ Fukuoka ຢູ່ພາກເຫນືອຂອງ Kyushu ໄດ້ເລີ່ມການສອບເສັງໃບຂັບຂີ່ເປັນພາສາຫວຽດນາມ, ອັງກິດ, ຈີນ ແລະ ເນປານ ໃນທ້າຍເດືອນມີນາ.
ປະມານ 50% ຂອງຜູ້ຍື່ນໃບສະຫມັກເສັງໃບຂັບຂີ່ປະເພດ 2 ທີ່ເສັງຜ່ານ. ຕາມອົງການຕຳຫຼວດແຫ່ງຊາດແລ້ວ, ໃນບັນດາຜູ້ມີໃບອະນຸຍາດປະເພດ 2 ສຳລັບພາຫະນະລົດເບົາ ແລະ ລົດໜັກ, ມີພົນລະເມືອງຕ່າງປະເທດ 6.689 ຄົນ - ໜ້ອຍກວ່າ 1% - ໃນທ້າຍປີ 2023.
ຂະແໜງລົດແທັກຊີ ແລະ ລົດເມ ກໍຄືຂະແໜງ logistics ຍີ່ປຸ່ນ ກໍາລັງປະເຊີນໜ້າກັບສະພາບການຂາດແຄນຄົນຂັບຢ່າງຮ້າຍແຮງ. ການຂາດດຸນໂດຍລວມຄາດວ່າ ຈະມີຜູ້ຂັບລົບປະມານ 67.000 ຄົນ ແລະ 22.000 ຄົນໃນປີ 2029 ຕາມລຳດັບ. ເພື່ອແກ້ໄຂບັນຫາດັ່ງກ່າວ, ອົງການຕຳຫຼວດແຫ່ງຊາດ ໄດ້ແປຄຳຖາມຕົວຢ່າງສຳລັບການເສັງໃບຂັບຂີ່ປະເພດ 2 ເປັນ 20 ພາສາ ແລະ ແຈກຢາຍໃຫ້ທຸກສະຖານີຕຳຫຼວດ ເພື່ອສ້າງເງື່ອນໄຂໃຫ້ຄົນຕ່າງປະເທດສາມາດເຂົ້າຮ່ວມການສອບເສັງ.
ລັດຖະບານ ຍີ່ປຸ່ນ ໄດ້ປະກາດແຜນການຮັບຄົນຂັບລົດຕ່າງປະເທດເຖິງ 24,500 ຄົນຕາມໂຄງການວີຊາແຮງງານທີ່ມີສີມືແຮງງານແຕ່ປີ 2024 ຫາ 2028.
ຕາມຂໍ້ມູນທີ່ກະຊວງແຮງງານ ຍີ່ປຸ່ນ ປະກາດໃນວັນທີ 26 ມັງກອນ 2024, ຈຳນວນຄົນງານຕ່າງປະເທດໃນເດືອນຕຸລາ ປີ 2023 ມີເກືອບ 2,05 ລ້ານຄົນ. ໃນດ້ານສັນຊາດ, ກຸ່ມແຮງງານຫວຽດນາມ ມີ 518.364 ຄົນ, ກວມເອົາ 25,3%. ຮອງລົງມາແມ່ນກຸ່ມແຮງງານຈາກຈີນ (397,918 ຄົນ) ແລະ ຟີລິບປິນ (226,846 ຄົນ).
ໄລ່ຕາມການພັກເຊົາແລ້ວ, ຈໍານວນຜູ້ທີ່ມີວີຊາທີ່ໄດ້ອອກໃຫ້ບຸກຄົນທີ່ມີວິຊາສະເພາະເພີ່ມຂຶ້ນຫຼາຍທີ່ສຸດ, 24,2%, ສູງເຖິງ 595,904 ຄົນ. ໃນນັ້ນ, ຈຳນວນຄົນທີ່ຖືກຈັດເປັນ “ແຮງງານວິຊາການ” ເພີ່ມຂຶ້ນຢ່າງວ່ອງໄວ 75,2%, ຂຶ້ນເຖິງ 138.518 ຄົນ, ລວມມີຊາວ ຫວຽດນາມ ເກືອບ 69.500 ຄົນ ແລະ ຟີລິບປິນ ເກືອບ 25.600 ຄົນ.
ມິງດຶກ