ງານມະຫາກຳສົ່ງເສີມການຄ້າ ແລະ ແລກປ່ຽນວັດທະນະທຳ ລະຫວ່າງ ຫວຽດນາມ - ລາວ
ນະຄອນ ໂຮ້ຍອານ ມີຕື່ມອີກ 2 ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ | |
ຫວຽດນາມ ຈັດຕັ້ງການເຄື່ອນໄຫວວັດທະນະທຳ ແລະ ທ່ອງທ່ຽວຫຼາຍຢ່າງໃນໄລຍະບຸນປີໃຫມ່. |
ຕອນເຊົ້າວັນທີ 17 ເມສາ, ຢູ່ສູນວັດທະນະທຳ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ (ລາວ), ໄດ້ດຳເນີນງານມະຫາກຳສົ່ງເສີມການຄ້າ ແລະ ແລກປ່ຽນວັດທະນະທຳ ລະຫວ່າງ ຫວຽດນາມ - ລາວ ໂດຍສະພາປະສານງານ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບສະມາຄົມວິສາຫະກິດ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ແລະ ສູນວັດທະນະທຳ ຫວຽດນາມ ຢູ່ລາວ ຈັດຂຶ້ນ. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ໂຄສະນາ ແລະ ເຜີຍແຜ່ບັນດາຮູບພາບ, ວັດທະນະທຳດີເດັ່ນຂອງ ຫວຽດນາມ ໄປຍັງປະຊາຊົນຊາວຫວຽດນາມ ເປັນຈຳນວນຫຼາຍ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ນະຄອນຫຼວງ ວຽງຈັນ ກໍ່ຄື ປະຊາຊົນລາວ.
![]() |
ງານມະຫາກຳສົ່ງເສີມການຄ້າ ແລະ ແລກປ່ຽນວັດທະນະທຳ ລະຫວ່າງ ຫວຽດນາມ - ລາວ |
ນະທີ່ນີ້, ບັນດາຜູ້ແທນໄດ້ຮັບຊົມບັນດາລາຍການສະແດງສິລະປະ ທີ່ພົ້ນເດັ່ນຂອງ 2 ຊາດ ຫວຽດນາມ ແລະ ລາວ, ພ້ອມກັນຢ້ຽມຊົມຮ້ານວາງສະແດງໜັງສືຫວຽດເດີມ, ຜະລິດຕະພັນ, ສິນຄ້າຂອງ ສອງປະເທດ, ຊອກຫາສະຖານທີ່ແນະນຳຮຽນພາສາຫວຽດ ບົນພື້ນຖານທາງໄກ ແລະ ຮັບປະທານອາຫານ ຫວຽດ.
ຄຳຮຸ່ງ