16:00 | 11/07/2024

ຮ່າ​ໂນ້ຍ: ເຝິກອົບຮົມຄວາມ​ຮູ້ກ່ຽວ​ກັບ​ພິທີ​ການ​ທາງ​ການ​ທູດ ​ໃຫ້​ແກ່​ພະນັກງານທີ່​ເຮັດ​ວຽກ​ງານການຕ່າງປະເທດປະຊາຊົນ

ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ
ໄທ ຖື​ເປັນ​ສຳຄັນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ສະຖານ​ທີ່​ຕິດ​ພັນ​ກັບ​ການ​ພົວພັນ​ກັບ ຫວຽດນາມ ໄທ ຖື​ເປັນ​ສຳຄັນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ສະຖານ​ທີ່​ຕິດ​ພັນ​ກັບ​ການ​ພົວພັນ​ກັບ ຫວຽດນາມ

ກ່າວ​ຄຳປາໄສທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ນາມ​ຫາຍ, ຮອງ​ປະທານ HAUFO ​ໃຫ້​ຮູ້​ວ່າ ໂດຍສືບຕໍ່ຜົນສຳເລັດຂອງບັນດາກອງ​ປະຊຸມ​ຝຶກ​ອົບຮົມ​ປີ 2023, ກອງ​ປະຊຸມ​ຝຶກ​ອົບຮົມ​ກ່ຽວກັບງຽກງານການ​ຕ່າງປະ​ເທດປະຊາຊົນ​ຄັ້ງ​ນີ້ ຈະ​ລົງ​ເລິກ​ບັນດາ​ເນື້ອ​ໃນ​ວິຊາສະເພາະກ່ຽວກັບພິທີ​ການ​ທາງ​ການ​ທູດ.

ທ່ານ​ຮອງ​ປະທານ HAUFO ຄາດ​ວ່າ ຜ່ານ​ກອງ​ປະຊຸມ, ບັນດາ​ສຳມະນາກອນ ຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຄວາມຮູ້ຄວາມ​ສາມາດ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ຄວາມ​ຮູ້, ​ວິຊາສະເພາະ, ຈາກນັ້ນ ກໍປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຖັນແຖວທີ່​ເຮັດ​ວຽກງານທາງການຕ່າງປະເທດປະຊາຊົນນະຄອນຫຼວງ.

ຮ່າ​ໂນ້ຍ: ເຝິກອົບຮົມຄວາມ​ຮູ້ກ່ຽວ​ກັບ​ພິທີ​ການ​ທາງ​ການ​ທູດ ​ໃຫ້​ແກ່​ພະນັກງານທີ່​ເຮັດ​ວຽກ​ງານການຕ່າງປະເທດປະຊາຊົນ

ທ່ານ​ນາງ ເຈົ່າມາຍແອງ, ຮອງ​ຫົວໜ້າ​ກົມ​ກົມພິທີການ​ແຫ່ງ​ລັດ (ກະຊວງ​ການ​ຕ່າງປະ​ເທດ ຫງຽດນາມ) ​ແບ່ງປັນ​ຂໍ້ມຸ່ນທີ່​ກອງ​ປະຊຸມ.

ທີ່​ກອງ​ປະຊຸມ, ທ່ານ​ນາງ ເຈົ່າມາຍແອງ, ຮອງ​ຫົວໜ້າ​ກົມ​ກົມພິທີການ​ແຫ່ງ​ລັດ (ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ) ​ໄດ້​ແບ່ງປັນ​ກັບ​ສຳມະນາກອນ 02 ​ເນື້ອ​ໃນ​ຄື: ສັງເຂບກ່ຽວກັບພິທີ​ການ​ທູດ ​ແລະ ພິທີ​ການພົວພັນ​ຕ່າງປະ​ເທດ ​ແລະ ​ແນະນຳ​ກ່ຽວ​ກັບ​ພິທີ​ການທາງການການ​ຕ່າງປະ​ເທດ, ການ​ຕ້ອນຮັບແຂກຕ່າງປະເທດ.

ບັນດາ​​ສຳມະນາກອນ ​ໄດ້ແລກປ່ຽນ, ສົມທົບຊຶ່ງກັນ ແລະ ກັນຢ່າງຕັ້ງໜ້າໃນ​ຫຼາຍ​ສະພາບ​ການ​ກ່ຽວ​ກັບ​ທັກ​ສະ​ໃນ​ການ​ຕ້ອນຮັບ, ​ໂອ້​ລົມ​ສົນທະນາ, ງານລ້ຽງ... ນີ້ກໍແມ່ນໂອກາດ​ເພື່ອ​ໃຫ້​ບັນດາ​ຄະນະຜູ້​ແທນບັນດາຂັ້ນ​ໄດ້​ອັບເດດ​ຄວາມ​ຮູ້, ທັກ​ສະ, ​ແລກປ່ຽນ​ປະສົບ​ການ ​ເພື່ອ​ເສີມຂະຫຍາຍບົດບາດທີ່ສຳຄັນຂອງການປະຕິບັດວຽກງານການຕ່າງປະເທດປະຊາຊົນໃຫ້ຫຼາຍກ່ວາອີກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ຊຸກຍູ້ການເຊື່ອມໂຍງສາກົນຂອງນະຄອນ ຮ່າໂນ້ຍ ໃນສະພາບການໃໝ່.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18592.html

In bài biết