ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ
ໂຄງການຄອບຄົວຊາວຫວຽດນາມ ໄດ້ທູນຫົວນັກສຶກສາ ລາວ ແລະ ກຳປູເຈຍ ໄດ້ສ້າງສັນພັນແຫ່ງມິດຕະພາບ | |
ນະຄອນໂຮ່ຈີມິນ: 67 ຄອບຄົວຮັບອຸປະຖໍານັກສຶກສາລາວ, ກໍາປູເຈຍ |
![]() |
ເມື່ອບໍ່ດົນມານີ້, ທ່ານນາງ ເຈິ່ນກີມອຽນ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ລົງພົບປະ, ຢ້ຽມຢາມຖາມຂ່າວບັນດາຄອບຄົວທີ່ຮັບອຸປະຖໍານັກສຶກສາລາວ ແລະນັກສຶກສາ ກຳປູເຈຍ ຢູ່ນະຄອນ. ການພົບປະແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ດ້ວຍໂຄງການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ”. ທີ່ການພົບປະ, ທ່ານນາງ ເຈິ່ນກີມອຽນ ໄດ້ສົ່ງຄຳຂອບໃຈ, ສະແດງຄວາມຮູ້ບຸນຄຸນມາຍັງບັນດາຄອບຄົວທີ່ໄດ້ຮັບອຸປະຖໍານັກສຶກສາລາວ ແລະນັກສຶກສາກຳປູເຈຍ ຢູ່ນະຄອນໂຮ່ຈີມິນ. ທ່ານນາງ ເຈິ່ນກີມອຽນ ເນັ້ນໜັກວ່າ: “ຫວຽດນາມ, ລາວ, ກຳປູເຈຍ ແມ່ນ 3 ປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ການພົວພັນສາມັກຄີລະຫວ່າງ 3 ປະເທດໄດ້ຮັບການສ້າງຂຶ້ນໂດຍການນຳນັບແຕ່ສະໄໝບູຮານ. ສະນັ້ນ, ຕໍ່ຈາກນີ້ໄປລຸ້ນຂອງພວກເຮົາຍິ່ງຕ້ອງມີຄວາມຮັບຜິດຊອບຮັກສາ ແລະພັດທະນາ”. ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ເຈິ່ນກີມອຽນ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວຂອງບັນດາຫົວໜ່ວຍທີ່ຈັດຕັ້ງຂຶ້ນ ເພື່ອໃຫ້ນັກສຶກສາລາວ ແລະນັກສຶກສາກຳປູເຈຍ ໄດ້ເຂົ້າຮ່ວມຄົ້ນຫາ, ຊອກຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດຫວຽດນາມ. |
ບູນມີ