ໂຮ້ຍອານ ຢືນອັນດັບທີ 1 ໃນທອັບ10 ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ 2024
ພື້ນຖານການທ່ອງທ່ຽວອອນໄລແຖວໜ້າຂອງໂລກ Booking.com ໄດ້ປະກາດ 10 ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ ໃນລາງວັນ Traveller Review Awards. ໂຮ້ຍອານ (ກວາງນາມ) ຢືນອັນດັບ 1, ຟອງຍາ (ກວາງບິ່ງ) ຢືນອັນດັບທີ 2 ໃນບັນຊີລາຍຊື່ດັ່ງກ່າວ.
![]() |
ໂຮ້ຍອານຢືນອັນດັບ 1 ໃນທອັບ10 ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ. |
ຢືນອັນດັບໜຶ່ງໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມແມ່ນ ໂຮ້ຍອານ (ກວາງນາມ), ຖັດມາແມ່ນ ຟອງຍາ, ນິງບິ່ງ, ກາວບັງ, ຝູ໋ກວກ, ຮ່າຢາງ, ຮະລອງ, ດ່າລາດ, ຕຸຍຮວ່າ ແລະ ຍາຈາງ.
ໝາກຜົນດັ່ງກ່າວແມ່ນອີງຕາມການຕີລາຄາຂອງນັກທ່ອງທ່ຽວທີ່ມາຈາກຫຼາຍປະເທດໃນໂລກ ແລະ ຫວຽດນາມ ນັບລ້ານເທື່ອຄົນ, ກ່ຽວກັບ 11.360 ສະຖານທີ່ພັກເຊົາຢູ່ຫວຽດນາມ. ມີແຕ່ນຳໃຊ້ການບໍລິການຢູ່ສະຖານທີ່ເຫຼົ່ານີ້, ນັກທ່ອງທ່ຽວຈຶ່ງສາມາດຕີລາຄາບັນດາສະຖາທີ່ພັກເຊົາຢູ່ ໃນ Booking.com ໄດ້.
ຕາມ Booking.com ແລ້ວ, ການຈັດບັນຊີລາຍຊື່ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ ປີ 2024 ແມ່ນເພື່ອຊ່ວຍໃຫ້ນັກທ່ອງທ່ຽວມີການທ່ອງທ່ຽວທີ່ເປັນໜ້າຈົດຈຳ. ນັກທ່ອງທ່ຽວສາມາດຄົ້ນຫາທັດສະນີຍະພາບ ແລະຮູ້ສຶກໄດ້ເຖິງການຕ້ອນຮັບຢ່າງອົບອຸ່ນ ແລະຄວາມຮັກແພງແຂກຄົນເຊິ່ງບັນດາສະຖານທີ່ດັ່ງກ່າວນໍາມາໃຫ້.
Booking.com ເປັນພື້ນຖານການທ່ອງທ່ຽວດີຈີຕອນ, ໜູນຊ່ວຍນັກທ່ອງທ່ຽວຈອງທີ່ພັກເຊົາ, ຖ້ຽວບິນ ແລະເຊື່ອມຕໍ່, ຕີລາຄາສະຖານທີ່ທ່ອງທ່ຽວ.
![]() |
ໂຮ້ຍອານ ຢືນອັນດັບທີ 1 ໃນທອັບ10 ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ 2024 |
![]() |
ໂຮ້ຍອານ ຢືນອັນດັບທີ 1 ໃນທອັບ10 ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ 2024 |
![]() |
![]() |
![]() |
![]() |
![]() | ໂຮ້ຍອານ ແລະ ດ່າລາດ ມີຊື່ໃນເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO ຍສໝ - ຫຼັງຈາກຮ່າໂນ້ຍ, ອີກ 2 ນະຄອນຂອງຫວຽດນາມ ໄດ້ຮັບການຮັບຮອງເປັນ ນະຄອນປະດິດຄິດສ້າງຂອງ UNESCO ຄື: ດ່າລາດໃນຂົງເຂດດົນຕີ ແລະ ໂຮ້ຍອານ ໃນຂົງເຂດຫັດຖະກຳ ແລະ ສິລະປະພື້ນເມືອງ. |
![]() | ນັກທ່ອງທ່ຽວລາວ ນັບມື້ນັບນິຍົມບັນດາສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ ຍສໝ - ບັນດາປາຍທາງທີ່ນັກທ່ອງທ່ຽວຕ່າງປະເທດນິຍົມໄປຫວຽດນາມ ຮອດເດືອນມິຖຸນາແມ່ນນະຄອນແຄມທະເລພາກກາງໍ ນະຄອນດ່ານັງ. ຖະໜົນເກົ່າໂຮ້ຍອານ, ດາລາດ, ຍາຈາງ, ຫວຸງເຕົ່າ ແລະ “ເກາະ ເພັດສະຫວັນ” ຝູກວກ. |
ບູນມີ