10:46 | 22/02/2024

ລາວ - ສະຫະພັນລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືສອງຝ່າຍກ່ຽວກັບດ້ານການຄ້າ ແລະ ການລົງທຶນ

ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ
ຫວຽດນາມ - ອັງກິດ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ຫວຽດນາມ - ອັງກິດ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ

ບັນດາ​ຂົງ​ເຂດຈຸດສຸມທີ່​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລວມມີ: ການ​ເງິນ, ທະນາຄານ, ການທ່ອງທ່ຽວ, ວັດທະນະທຳ, ການ​ສຶກສາ, ສາທາລະນະ​ສຸກ, ຄວາມ​ໝັ້ນຄົງ ​ແລະ ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

ລາວ - ສະຫະພັນລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືສອງຝ່າຍກ່ຽວກັບດ້ານການຄ້າ ແລະ ການລົງທຶນ


​ທ່ານ Andrey Rudenko ລັດຖະມົນຕີກະຊວງການຕ່າງປະເທດ ສະຫະພັນລັດເຊຍ (ຊ້າຍ) ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ນັບແຕ່ວັນທີ 18-19 ກຸມພາ ເພື່ອເພີ່ມທະວີການຮ່ວມມື.

ທີ່ກອງປະຊຸມລະຫວ່າງ​ທ່ານ Andrey Rudenko ລັດຖະມົນຕີກະຊວງການຕ່າງປະເທດ ສະຫະພັນລັດເຊຍ ​ແລະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ທີ່​ໄດ້​ດຳ​ເນີນຫຼັງຈາກນັ້ນ, ສອງ​ຝ່າຍ ກໍໄດ້ໃຊ້​ເວລາ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໄລຍະ​ປີທີ່ຜ່ານ​ມາ ແລະ ​ແຜນການ​ໃນ​ອະນາຄົດ, ພ້ອມກັນນັ້ນ ​ກໍແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນທີ່ສອງ​ຝ່າຍມີຄວາມສົນໃຈ.

ສອງ​ຝ່າຍ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ອັນ​ຍາວ​ນານ​ລະຫວ່າງ​ ລາວ - ສະຫະພັນລັດເຊຍ, ພິ​ເສດ​ແມ່ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ດ້ານ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ​ອາຊີ - ປາຊີ​ຟິກ; ເຫັນດີເປັນເອກະພາບ​ຈັດ​ຕັ້ງ​ການ​ພົບ​ປະ​ລະຫວ່າງ​ຜູ້ນຳ ​ລາວ ແລະ ສະຫະພັນລັດເຊຍ ເພື່ອ​ເປີດກວ້າງການ​ຮ່ວມ​ມື ​ແລະ ​ຈັດ​ຕັ້ງ​ການ​ສົນທະນາ​ທາງ​ການ​ເມືອງ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຂອງສອງ​ປະ​ເທດ​ຕື່ມ​ອີກ...

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18368.html

In bài biết