09:16 | 16/07/2024

ອິນເດຍ ໄດ້ລົງທຶນເຂົ້າ ລາວ ກວ່າ 300 ລ້ານ USD

EuroCham: ວິສາຫະກິດ ເອີລົບ ຫາກໍ EuroCham: ວິສາຫະກິດ ເອີລົບ ຫາກໍ "ລົງທຶນ" ຕື່ມອີກ 100 ລ້ານ USD ຢູ່ ຫວຽດນາມ
ສາດສະດາຈານຫວຽດນາມ ໄດ້ຮັບທຶນຄົ້ນຄວ້າເກືອບ 6 ລ້ານ USD ສາດສະດາຈານຫວຽດນາມ ໄດ້ຮັບທຶນຄົ້ນຄວ້າເກືອບ 6 ລ້ານ USD

ຂໍ້​ມູນ​ດັ່ງກ່າວ ​ໄດ້ຍົກ​ອອກຢູ່ກອງ​ປະຊຸມທຸລະກິດ​ ແລະ​ ການ​ລົງທຶນ ​ອິນ​ເດຍ - ລາວ ທີ່ດຳເນີນໃນຫວ່າງ​ມໍ່ໆມານີ້, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານລັດຖະມົນຕີອຸດສາຫະກຳ ແລະ ການຄ້າ ​ລາວ​ ​ມະໄລທອງ ກົມ​ມະ​ສິດ, ​ທ່ານເອກ​ອັກຄະ​ລັດຖະທູດ​ ອິນ​ເດຍ Prashant Agrawal, ​ທ່ານປະທານ​ສະພາທຸລະກິດ ອາ​ຊຽນ - ອິນ​ເດຍ Ramesh Kodammal.

ອິນເດຍ ໄດ້ລົງທຶນເຂົ້າ ລາວ ກວ່າ 300 ລ້ານ USD

ກອງ​ປະຊຸມທຸລະກິດ​ ແລະ​ ການ​ລົງທຶນ ​ອິນ​ເດຍ - ລາວ

ທີ່​ກອງ​ປະຊຸມ, 2 ຝ່າຍ ​ໄດ້​ຮັບ​ຮູ້​ວ່າ ​ໃນ​ເວລາ​ຜ່ານ​ມາ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ອິນ​ເດຍ - ລາວ ນັບ​ມື້​ນັບ​ສະໜິດ​ຕິດພັນ, ບັນດາ​ຝ່າຍ​ຈັດ​ຕັ້ງ​ບັນດາ​ເວທີ​ປາ​ໄສ​ການ​ຄ້າ ​ແລະ ບັນດາ​ເຫດການລວມ​ເປັນ​ປະຈຳ ແລະ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​​ການຮ່ວມມືການ​ລົງທຶນ​​ໃນ​ບັນດາ​ຂົງ​ເຂດ ກະສິກຳ, ການປຸງແຕ່ງສະບຽງອາຫານ, ການຂຸດຄົ້ນແຮ່ທາດ, ການທ່ອງທ່ຽວ...

ກອງປະຊຸມ ກໍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮຽກຮ້ອງວິສາຫະກິດ ອິນເດຍ ຄົ້ນຄວ້າ ແລະ ຊອກຫາແງ່ຫວັງດ້ານການລົງທຶນຢູ່ ສປປ ລາວ ກໍຄືການຊຸກຍູ້ການເຂົ້າເຖິງທ້ອງຕະຫຼາດ ອາຊຽນ ທີ່ມີປະຊາກອນ 600 ລ້ານຄົນ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18357.html

In bài biết