11:19 | 08/07/2024

ລັດຖະບານລາວ “ເປີດໄຟຂຽວ” ໃຫ້ແກ່ໂຄງການພະລັງງານລົມ 1,200 ເມກາວັດ

ລັດຖະບານລາວ ຍາມໃດກໍໃຫ້ບັນດານະໂຍບາຍພິເສດ ໃຫ້ວິສາຫະກິດຫວຽດນາມ ລັດຖະບານລາວ ຍາມໃດກໍໃຫ້ບັນດານະໂຍບາຍພິເສດ ໃຫ້ວິສາຫະກິດຫວຽດນາມ
ຫວຽດນາມ ເຂົ້າຮ່ວມການຕິດຕາມກວດກາ, ອະນຸລັກຮັກສາ ແລະ  ເສີມຂະຫຍາຍຄຸນຄ່າຂອງເກືອບ 1.200 ມໍລະດົກໂລກ. ຫວຽດນາມ ເຂົ້າຮ່ວມການຕິດຕາມກວດກາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງເກືອບ 1.200 ມໍລະດົກໂລກ.

ສື່ມວນຊົນ ລາວ ລາຍງານວ່າ ໃນຄວາມພະຍາຍາມເພື່ອຊຸກຍູ້ພະລັງງານທົດແທນໃນພາກພື້ນອາຊີຕາເວັນອອກສຽງໃຕ້, ລັດຖະບານລາວໄດ້ລົງນາມໃນຂໍ້ຕົກລົງການພັດທະນາໂຄງການ (PDA) ໄຟຟ້າແຮງລົມທີ່ມີສະມັດຕະພາບສູງເຖິງ 1.200 ເມກາວັດ ຢູ່ເມືອງ ເຊໂປນ ແຂວງ ສະວັນນະເຂດ ທາງພາກກາງຂອງ ລາວ ທີ່ຕິດກັບ ຫວຽດນາມ.

ຕາມສື່ມວນຊົນ ລາວ ແລ້ວ, ນີ້​ບໍ່​ພຽງ​ແຕ່​ແມ່ນ​ໂຄງການ​ໄຟຟ້າແຮງລົມທີ່​ໃຫຍ່​ທີ່​ສຸດຢູ່ ລາວ ໄລ່ມາຮອດ​ປະຈຸ​ບັນ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ວິວັດການ​ມຸ່ງໄປເຖິງພະລັງງານ​ສະອາດ ​ແລະ ​ການ​ພັດທະນາ​ແບບ​ຍືນ​ຍົງຂອງ​ລາວ​.

​ໂຄງການ​ດັ່ງກ່າວ​ມີ​ຍອດ​ມູນ​ຄ່າ​ການ​ລົງທຶນ​ປະມານ 2 ຕື້ USD ​ໄດ້​ລົງ​ນາມ​ລະຫວ່າງ​ລັດຖະບານ​ລາວ ແລະ ບໍລິສັດພະລັງງານ​ທົດ​ແທນ Savan Vayu ຈຳກັດ (SVARE), ຜະລິດ​ໄຟຟ້າ​ບໍ່​ພຽງ​ແຕ່​ຮັບ​ໃຊ້​ທ້ອງ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສົ່ງ​ອອກ, ປະກອບສ່ວນ​ຮັບປະກັນຄວາມໝັ້ນຄົງດ້ານ​ພະ​ລັງ​ງານຂອງ​ພາກ​ພື້ນ.

ລັດຖະບານລາວ “ເປີດໄຟຂຽວ” ໃຫ້ແກ່ໂຄງການພະລັງງານລົມ 1,200 ເມກາວັດ


ລັດຖະບານລາວ “ເປີດໄຟຂຽວ” ໃຫ້ແກ່ໂຄງການພະລັງງານໄຟຟ້າແຮງລົມ 1.200 ເມກາວັດ

ຄາດວ່າ, ​ເມື່ອ​ເລີ່​ມນຳເຂົ້າເຄື່ອນໄຫວ​ໃນ​ຕົ້ນ​ປີ 2026, ​ໂຄງການ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຈະ​ສ້າງ​ພະລັງງານ​ສະອາດ ​ແລະ ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ​, ສ້າງ​ໂອກາດ​ວຽກ​ເຮັດ​ງານ​ທຳ​ຢ່າງ​ຫຼວງ​ຫຼາຍ​ໃນ​ຂະ​ບວນການ​ກໍ່ສ້າງ ​ແລະ ດຳ​ເນີນ​ງານ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ພະລັງງານ​ທົດ​ແທນ​ຂອງ​ ລາວ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການຫັນການປະຕິບັດ​ເປົ້າ​ໝາຍ​ພະລັງງານ​ທົດ​ແທນຂອງປະເທດນີ້ໃນປີ 2030 ໃຫ້ປະກົດຜົນເປັນຈິງ.

ໂຄງການຂ້າງເທິງນີ້ເປັນພຽງແຕ່ໜຶ່ງໃນຫຼາຍໂຄງການພະລັງງານທົດແທນທີ່ໄດ້ລົງນາມໂດຍລັດຖະບານ ລາວ ກັບຄູ່ຮ່ວມພັດທະນາໃນຊຸມປີມໍ່ໆມານີ້ ເພື່ອພັດທະນາພະລັງງານສະອາດ, ຮັບໃຊ້ເປົ້າໝາຍຊຸກຍຸ້ການພັດທະນາເສດຖະກິດແບບຍືນຍົງ ແລະ ບັນລຸເປົ້າໝາຍເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃຫ້ລົງເປັນ 0 ໃນປີ 2050.

ລາວ​ ມີ​ນະ​ໂຍບາຍພະລັງງານກຳນົດທິດການ​ສົ່ງ​ອອກ ແລະ ຄາດ​ວ່າ​ຈະ​ກາຍ​ເປັນ “​ໝໍ້​ໄຟ”ຂອງ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນອະນາຄົດ ໂດຍ​ຜ່ານ​ການ​ເພີ່ມ​ທະວີການ​ສົ່ງ​ອອກ​ໄຟຟ້າ​ໄປ​ປະ​ເທດ​ເພື່ອນ​ບ້ານ ​ແລະ ​ເພີ່ມ​ທະວີ​ການ​ພັດທະນາ​ແຫຼ່ງພະລັງງານ​ສະອາດ.

​ເພື່ອ​ບັນລຸໄດ້​ເປົ້າໝາຍ​ດັ່ງກ່າວ, ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ລັດຖະບານ ​ລາວ​ ​ໄດ້​ສຸມໃສ່ການ​ພັດທະນາ​ແຫຼ່ງພະລັງງານ, ພື້ນຖານ​ໂຄງ​ລ່າງ​ທີ່​ກ່ຽວຂ້ອງຢ່າງຕັ້ງໜ້າ... ຂໍ້ມູນຂອງກະຊວງ​ພະລັງງານ ​ແລະ ບໍ່ແຮ່ຂອງ ​ລາວ ​ທີ່​ປະກາດ​ໃນ​ທ້າຍ​ປີ 2023 ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ນີ້​ໃນ​ປະຈຸ​ບັນ​ມີ ໂຮງງານໄຟຟ້າ 94 ແຫ່ງ, ດ້ວຍສະມັດຕະພາບຕິດຕັ້ງທັງໝັດກ່ວາ 11.600 ເມກາວັດ, ໃນນັ້ນມີໂຮງງານໄຟຟ້ານ້ຳຕົກ 81 ແຫ່ງ, ສ່ວນທີ່ເຫຼືອແມ່ນບັນດາໂຮງງານໄຟຟ້າຄວາມຮ້ອນ, ພະ​ລັງ​ງານ​ແສງ​ຕາ​ເວັນ, ຊີວະມວນ...

ປະຈຸ​ບັນ, ພະລັງງານໄຟຟ້າ​ປະມານ 80% ທີ່​ຜະລິດ​ຢູ່​ ລາວ ໄດ້ຂາຍ​ໃຫ້​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ລວມມີ: ​ໄທ, ຈີນ, ມຽນມາ, ຫວຽດນາມ, ກຳປູ​ເຈຍ ​ແລະ ສິງກະ​ໂປ, ​ໃນ​ນັ້ນ ​ໄທ ​ແລະ ຫວຽດນາມ ​ແມ່ນສອງທ້ອງຕະຫຼາດນຳເຂົ້າໄຟຟ້າ​ໃຫຍ່​ທີ່ສຸດຂອງ​ລາວ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18356.html

In bài biết