ງານບຸນລົງທົ່ງນາດ້ອຍເຊີນ 2024
ຈັບໃຈງານບຸນຂອງຂວັນທ່ອງທ່ຽວຮ່າໂນ້ຍ ປີ 2023 | |
ງານບຸນເສື້ອຍາວການທ່ອງທ່ຽວຮ່າໂນ້ຍ 2023 |
ງານບຸນລົງທົ່ງນາດ້ອຍເຊີນ 2024 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກຸມພາ ຢູ່ເມືອງຕຽນເຊີນ, ເທດສະບານຕາແສງຢຸຍຕຽນ, ແຂວງຮ່ານາມ. ນີ້ແມ່ນງານບຸນປະເພນີໄດ້ຈັດຂຶ້ນເປັນປະຈຳປີ ເພື່ອແນໃສ່ປຸກລຸກອາລົມຈິດຄວາມຮັກແພງ ສະໜິດຕິດພັນ, ນ້ຳໃຈຮັກມັກການອອກແຮງງານຂອງ ປຊຊ ກັບເຂດດິນແດນຂອງບ້ານເກີດເມືອງນອນ, ສຶກສາມູນເຊື້ອວັດທະນະທຳຂອງຊາດໃຫ້ແກ່ລຸ້ນໜຸ່ມ.
![]() |
ບຸນດ້ຽນເຍີນໄດ້ຮັບການຜັນຂະຫຍາຍໃນເວລາຕໍ່ມາ ແລະ ໄດ້ຮັບຖືວ່າແມ່ນ “ວັນບຸນແຫ່ງຊາດ”, ແມ່ນວັນບຸນທີ່ສຳຄັນຂອງປະຊາຊົນພວກເຮົາ, ດ້ວຍຄວາມໝາຍດ້ານມະນຸດສະທຳ, ຊຸກຍູ້ໃຫ້ຄົນທຳງານ, ຜະລິດ. ນັບແຕ່ປີ 2009 ເປັນຕົ້ນມາ, ງານບຸນ ດ້ຽນບຽນ ໄດ້ຮັບການຟື້ນຟູ ແລະ ຈັດຂຶ້ນເປັນປະຈຳທຸກປີ.
ນອກຈາກພິທີໄດ້ຈັດຂຶ້ນຢ່າງສົມກຽດ, ໃນງານບຸນລົງທົ່ງນາດ້ອຍເຊີນ, ຍັງໄດ້ຈັດບັນດາການເຄື່ອນໄຫວຄື: ແຂ່ງຂັນບານສົ່ງ, ຫຼີ້ນໝາກຮຸກ, ບັນດາການລະຫຼີ້ນພື້ນເມືອງ ພ້ອມກັບການແຂ່ງຂັນແຕ້ມຮູບ, ເຮັດເຂົ້າໜົມໄຢ ແລະ ບັນດາການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ, ງານວາງສະແດງຜະລິດຕະພັນກະເສດຂອງທ້ອງຖິ່ນອີກດ້ວຍ….
ຄຳຮຸ່ງ