11:11 | 26/01/2024

ເປີດຫຼາຍກາລະໂອກາດການຮ່ວມມືລະຫວ່າງຫວຽດນາມ ແລະ ຮົງກາຣີ ຕື່ມອີກ

ຮົງກາຣີ ເພີ່ມທຶນການສຶກສາໃຫ້ແກ່ລາວເປັນ 100 ທຶນ ຮົງກາຣີ ເພີ່ມທຶນການສຶກສາໃຫ້ແກ່ລາວເປັນ 100 ທຶນ
ທ່ານເລຂາທິການໃຫຍ່ ຫງວ໋ຽນຝູ ຈ້ອງ ຕ້ອນຮັບ ທ່ານຫົວໜ້າພັກ ກຳມະກອນ ຮົງກາຣີ ທ່ານເລຂາທິການໃຫຍ່ ຫງວ໋ຽນຝູ ຈ້ອງ ຕ້ອນຮັບ ທ່ານຫົວໜ້າພັກ ກຳມະກອນ ຮົງກາຣີ

ຄູ່​ຮ່ວມ​ມືມູນເຊື້ອທິ່ສຳຄັນແຖວ​ໜ້າ​ຂອງ ​ຫວຽດ​ນາມ ຢູ່ພາກ​ພື້ນ ​ເອີ​ລົບ​ກາງ - ຕາ​ເວັນ​ອອກ

ທ່ານ ສຈ.ປອ ວິທະຍາສາດ ຫວູຮວ່າງລິງ​ ໃຫ້​ຮູ້​ວ່າ ນັບ​ແຕ່​ການໄປຢ້ຽມຢາມ ຮຸງ​ກາຣີ ຢ່າງເປັນທາງການຂອງ ທ່ານ​ເລຂາທິການ​ໃຫຍ່ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ໃນ​ເດືອນ ກັນຍາ 2018, ການ​ພົວພັນ​ຄູ່​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ ​ໄດ້​ຮັບ​ການ​ຊຸກຍູ້ ​ແລະ ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ເປັນການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ.

“ໂດຍແມ່ນປະ​ເທດ​ທີ່ນ້ອຍ ແຕ່​ງາມຫຼາຍ, ຮົງ​ກາ​ຣີ ແມ່ນ​ຄູ່​ຮ່ວມ​ມື​ທີ່ເປັນມູນເຊື້ອທີ່​ສຳ​ຄັນແຖວໜ້າ​ຂອງ ​ຫວຽດ​ນາມ ຢູ່​ພາກ​ພື້ນ ເອີ​ລົບ​ກາງ - ຕາ​ເວັນ​ອອກ. ພາຍຫຼັງເກືອບ 70 ປີ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ຮຸງກາຣີ ໄດ້ມີບັນດາບາດກ້າວພັດທະນາຢ່າງເຂັ້ມແຂງ, ພິເສດແມ່ນໃນຊຸມປີມໍ່ໆມານີ້”, ທ່ານ ຫວູຮວ່າງລິງ ແບ່ງປັນ.

ເປີດຫຼາຍກາລະໂອກາດການຮ່ວມມືລະຫວ່າງຫວຽດນາມ ແລະ ຮົງກາຣີ ຕື່ມອີກ
ທ່ານ ສຈ.ປອ ວິທະຍາສາດ ຫວູຮວ່າງລິງ, ປະທານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຮຸງ​ກາຣີ

ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຮຸງ​ກາຣີ ​ເນັ້ນ​ໜັກ​ວ່າ ​ນັບແຕ່​ໃນ​ໄລຍະ​ທີ່​ສອງ​ປະ​ເທດ ​ແລະ ທົ່ວ​ໂລກ ຖືກຜົນສະທ້ອນຢ່າງ​ໜັກໜ່ວງ​ຈາກ​ໂລກ​ລະບາດ​ໂຄ​ວິດ-19, ສອງຝ່າຍ​ຍັງ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ວິທະຍາສາດ, ສຶກສາ, ... ແລະ ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທໍາ​. ພິ​ເສດ, ສອງ​ປະ​ເທດ​ ຍັງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ໂດຍ​ຜ່ານການມອບ​ເຄື່ອງ​ມື, ອຸປະກອນ, ຢາ​ປົວ​ພະຍາດ, ຕ້ານການລະບາດໃນ​ໄລຍະທຳອິດທີ່ຫຍຸ້ງຍາກທີ່ສຸດສຳລັບປະຊາຊົນ​ສອງ​ປະ​ເທດ. ພາຍຫຼັງ​ສະພາບ​ການເປັນ​ປົກກະຕິຄືນ, ສອງ​ປະ​ເທດ​ໄດ້​ເຊື່ອມຕໍ່ກັນ​ຢ່າງ​ວ່ອງ​ໄວ ແລະ ຊຸກຍູ້ການຜັນຂະຫຍາຍບາງການເຄື່ອນໄຫວກ່ອນໜ້ານີ້ທີ່ຖືກຮັບຜົນກະທົບຈາກການລະບາດຂອງພະຍາດ.

ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຈຸດສຸມລະຫວ່າງ​ສອງ​ປະ​ເທດ, ທ່ານ ສຈ.ປອ ວິທະຍາສາດ ຫວູຮວ່າງລິງ ໃຫ້ຮູ້ວ່າ ການ​ຮ່ວມ​ມື​ລະຫວ່າງສອງປະ​ເທດ​ໃນ​ການ​ພົວພັນ​ດ້ານ​ການ​ເມືອງ, ການ​ທູດ ​ແລະ ​ເສດຖະກິດ ຍາມ​ໃດ​ກໍ່​ສວມບົດບາດຈຸດສຸມ. ແຕ່ເຖິງຢ່າງໃດກໍ່ຕາມ, ຈາກ​ທັດສະນະ​ສ່ວນ​ຕົວ​ໃນ​ຖານະ​ເປັນ​ຄົນ​ທີ່​ເຮັດ​ວຽກ​ໃນ​ຂົງ​ເຂດ​ສຶກສາ, ວິທະຍາສາດ, ທ່ານ​ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ບັນດາ​ຂົງ​ເຂດ​ຂ້າງເທິງ ​ແລະ ຂົງ​ເຂດ​ສາທາລະນະ​ສຸກ - ບັນດາທ່າແຮງຂອງ​ ຮົງ​ກາຣີ - ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງສອງປະ​ເທດ.

​ໃນ​ໄລຍະ​ຜ່ານ​ມາ, ຮຸງກາຣີ ​ໄດ້​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ບັນດາ​ນັກວິທະຍາສາດ, ອາຈານ, ວິສະວະກອນ, ນັກ​ຊ່ຽວຊານ​ລະດັບ​ສູງ​. ມີບາງນັກ​ວິ​ທະ​ຍາ​ສາດ​, ນັກ​ຊ່ຽວ​ຊານ​ຫວຽດ​ນາມ ​ທີ່​ມີ​ຊື່​ສຽງ​ໃນ​ໂລກ ເຄີຍໄດ້ຮັບ​ການ​ບຳລຸງສ້າງຂັ້ນປະລິນຍາຕີ​ຢູ່ ​ຮົງ​ກາ​ຣີ.

ຍູ້​ແຮງ​ການ​ພົວພັນ​ທາງ​ການ​ທູດປະຊາຊົນ ແລະ ການ​ຮ່ວມ​ມື​ລະຫວ່າງ​​ບັນດາ​ທ້ອງ​ຖິ່ນ

ເພື່ອ​ເພີ່ມ​ທະວີວຽກງານການ​ທູດປະຊາຊົນ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​​ກ່ວາອີກເພື່ອ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງສອງປະ​ເທດ, ທ່ານ ສຈ.ປອ ວິທະຍາສາດ ຫວູຮວ່າງລິງ ຖື​ວ່າ ຕ້ອງ​ຊຸກຍູ້ບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ - ທ່ອງ​ທ່ຽວ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ. ຫວຽດນາມ ​ແລະ ຮຸງ​ກາຣີ ລ້ວນ​ແຕ່​ມີຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ ​ແລະ ສາມາດ​ສວມບົດບາດເຊື່ອມຕໍ່ການທ່ອງ​ທ່ຽວ​ຢູ່ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ເອີ​ລົບ​ກາງ. ພ້ອມ​ກັນ​ນັ້ນ, ກໍ່​ຕ້ອງ​ຍູ້​ແຮງ​ການໂຄສະນາວັດທະນະທຳ​ຂອງ​ສອງ​ປະ​ເທດ​ຄື ວັນນະຄະດີ, ສິລະ​ປະ, ດົນຕີ, ​ຮູບ​ເງົາ,...

ຫວ່າງ​ມໍ່ໆ​ມາ​ນີ້, ສະຖານທູດ​ ຮຸງ​ກາຣີ ປະຈຳ​ ຮ່າ​ໂນ້ຍ ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ. ອ້າຍ​ເອື້ອຍ​ນ້ອງ​ຈຳນວນໜຶ່ງ​ທີ່ເຄີຍ​ຮໍ່າຮຽນ​ຢູ່​ ຮົງ​ກາ​ຣີ​ ​ໄດ້​ແປພາສາ - ສາມາດ​ເວົ້າ​ໄດ້​ວ່າ​ປະສົບ​ຜົນສຳ​ເລັດ​ທີ່​ສຸດ - ປະກອບສ່ວນ​ນຳ​ບັນດາ​ບົດ​ປະພັນ​ວັນນະຄະດີ ​ຮົງ​ກາຣີ ​ທີ່​ມີ​ຊື່​ສຽງ​ມາ​ໃຫ້​ຜູ້​ອ່ານ ​ຫວຽດນາມ. ກົງກັນຂ້າມ, ປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ ຮຸງກາຣີ ກໍ່ມານະພະຍາຍາມໂຄສະນາຮູບພາບປະເທດຊາດ, ປະຊາຊົນ, ອາຫານ ຫວຽດນາມ ເຖິງເພື່ອນມິດ ຮົງກາຣີ ຜ່ານບັນດາການເຄື່ອນໄຫວຂອງຕົນ.

ທ່ານ​ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ຮຸງ​ກາຣີ ​ໃຫ້​ຮູ້​ວ່າ ປະຈຸ​ບັນ​ຫຼາຍ​ທ້ອງ​ຖິ່ນ​ຂອງ​ ຫວຽດນາມ ​ໄດ້​ແຮກສ່ຽວກັບ ​ຮົງ​ກາຣີ ເຊັ່ນ ຕາແສງ ເຊີນໄຕ (ຮ່າ​ໂນ້ຍ) ກັບເມືອງ 3 ຂອງ Budapest, ເມືອງ ໄຕໂຮ່ (ຮ່າ​ໂນ້ຍ) ​ໄດ້​ແຮກສ່ຽວກັບ ເມືອງ 16 ຂອງ Budapest; ນະຄອນ ໂຮ້ຍອ່ານ (ກວາງນາມ) ກັບນະຄອນ Szenendre, ນະຄອນ ເກີ່ນເທີ ກັບນະຄອນ Kaposvár...

ເມື່ອເຕື້ອງເຖິງການຢ້ຽມ​ຢາມ ​ຮົງ​ກາ​ຣີ​ ຢ່າງ​ເປັນ​ທາງ​ການຂອງນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ, ທ່ານ ສຈ.ປອ ວິທະຍາສາດ ຫວູຮວ່າງລິງ ໃຫ້ຮູ້ວ່າ ສ່ວນຕົວທ່ານ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຮຸງກາຣີ ຫວັງວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ.

ທ່ານຫວັງ​ວ່າບັນດາ​ການ​ພົບ​ປະ, ​ແລກປ່ຽນ ​ແລະ ລົງນາມ​ລະຫວ່າງ​ບັນດາ​ຝ່າຍ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຈະ​ເປີດກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື, ຍົກສູງທັງ​ດ້ານປະລິມານ ແລະ​ ຄຸນ​ນະພາ​ບຕື່ມອີກ; ໂດຍ​ຫວັງ​ວ່າ ​ຈະມີນັກ​ສຶກສາ, ອາຈານ​ຫວຽດນາມ​ ໄດ້ມີໂອກາດ​ໄປ​ຮ່ຳຮຽນ, ຄົ້ນ​ຄ້ວາ​ຢູ່ ຮຸງ​ກາຣີ ຫຼາຍກວ່າອີກ. ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄ້ວາຂອງ ຫວຽດນາມ ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ນັກ​ສຶກສາ, ນັກ​ວິ​ທະ​ຍາ​ສາດ ຮົງ​ກາ​ຣີ ມາ​ແລກປ່ຽນ, ຮ່ວມ​ມື.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18262.html

In bài biết