ທ່ານຮອງປະທານສະພາແຫ່ງຊາດລາວ: ບັນດາບົດເພງພື້ນເມືອງ ວີ້, ຢ້ຳ ທີ່ເປັນເອກະລັກສະເພາະຂອງຫວຽດນາມ
![]() | ຕໍ່າຫູກ - ວັດທະນະທຳພື້ນເມືອງ ທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ກະຕູ່ ຢູ່ຫວຽດນາມ ແລະ ລາວ |
![]() | ທ່ານປະທານສະພາແຫ່ງຊາດ ກູບາ ມາຢ້ຽມຢາມຫວຽດນາມ: ຕີລາຄາສູງການພົວພັນແບບພິເສດ |
ທ່ານຮອງປະທານສະພາແຫ່ງຊາດລາວ: ບັນດາບົດເພງພື້ນເມືອງ ວີ້, ຢ້ຳ ທີ່ເປັນເອກະລັກສະເພາະຂອງຫວຽດນາມ
ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດລາວ ກ່າວຄໍາເຫັນໃນພິິທີພົບປະກັບຄະນະການນໍາ ສະໂມສອນ ເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຢູ່ຮ່າໂນ້ຍ ໃນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 2-7 ມັງກອນ 2024.
ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ ກ່າວວ່າ: “ແຕ່ດົນນານແລ້ວ, ຂ້າພະເຈົ້າໄດ້ຮູ້ຈັກ ແລະ ມັກຮັກບັນດາບົດເພງພື້ນເມືອງວີ້, ຢ້ຳຂອງຫວຽດນາມ. ນັ້ນແມ່ນຮູບແບບສິລະປະພື້ນເມືອງທີ່ເປັນເອກະລັກສະເພາະ. ບົດເພງພື້ນເມືອງວີ້, ຢ້ຳບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈ ຂອງຫວຽດນາມ ເທົ່ານັ້ນ ແຕ່ຍັງແມ່ນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດນຳອີກ”.
ທ່ານ ສະແດງຄວາມຫວັງວ່າ ສະໂມສອນ ເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຢູ່ຮ່າໂນ້ຍ ຈະສືບຕໍ່ພັດທະນາ ແລະ ມີການເຄື່ອນໄຫວແລກປ່ຽນວັດທະນະທຳກັບລາວ ຫຼາຍຢ່າງ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ໃນການພົບປະ, ນັກສິລະປິນປະຊາຊົນ ເລ່ງອກ ໄດ້ຕາງໜາໃຫ້ ນັກສິລະປິນ ມອບບົດເພງພື້ນເມືອງພື້ນເມືອງວີ້, ຢ້ຳ ຂອງຫວຽດນາມ ໃຫ້ທ່ານຮອງປະທານສະພາແຫ່ງຊາດ ລາວ ແລະ ບັນດາສະມາຊິກໃນຄະນະ.
![]() |
ບັນດານັກສິລະປິນຂອງສະໂມສອນ ໄດ້ສະແດງໃນພິທີສະເຫຼີມສະຫຼອງ ຄົບຮອບ 9 ປີ ທີ່ UNESCO ເຊີດຊູນາມມະຍົດ ເພງພື້ນເມືອງວີ້, ຢ້ຳ ເງະອານ ແມ່ນວັດທະນະທຳນາມມະທຳຂອງມວນມະນຸດ. |
ຕາມທ່ານນາງ ຫງວຽນທິແທ່ງ, ຫົວໜ້າສະໂມສອນ ເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຢູ່ຮ່າໂນ້ຍ ແລ້ວ: ສະໂມສອນໄດ້ຮັບການສ້າງຕັ້ງໃນວັນທີ 19 ພຶດສະພາ 2014, ເນື່ອງໃນໂອກາດສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ. ພາຍຫຼັງ 9 ປີແຫ່ງການເຄື່ອນໄຫວ, ສະໂມສອນໄດ້ດຶງດູດສະມາຊິກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ດ້ວຍຄວາມຮັກແພງຕໍ່ບັນດາບົດເພງພື້ນເມືອງ ແລະ ຊາວ ເງະອານ ທີ່ຮັກແພງແລ້ວ, ບັນດາສະມາຊິກກໍ່ໄດ້ສົມທົບກັນແຕ່ງບົດເພງ ແລະ ສະແດງ ເຊິ່ງໄດ້ນຳເອົາຈຸດທີ່ເປັນເອກະລັກສະເພາະຂອງບັນດາຮູບແບບສິລະປະພື້ນເມືອງມາເພື່ອແຜ່ປະກາຍແຈ້ງໃນຊີວິດຈິດໃຈ ຂອງຊາວຮ່າໂນ້ຍ, ກໍ່ຄືປະຊາຊົນທົ່ວປະເທດ.
![]() |
ທ່ານນາງ ຫງວຽນທິແທ່ງ, ຫົວໜ້າສະໂມສອນເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຢູ່ ຮ່າໂນ້ຍ ໄດ້ຖ່າຍຮູບທີ່ລະນຶກ ກັບທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ. |
ເດືອນພະຈິກ 2023, ສະໂມສອນ ໄດ້ຈັດຕັ້ງສໍາເລັດການສະເຫຼີມສະຫຼອງ 18 ປີແຫ່ງວັນມໍລະດົກວັດທະນະທຳ ຫວຽດນາມ (23/11/2005 – 23/11/2023) ແລະ 9 ປີແຫ່ງວັນ UNESCO ໄດ້ເຊີດຊູບັນດາບົດເພງພື້ນເມືອງ ວີ້, ຢ້ຳ ເງະ ຕິ໋ງ ຂອງຫວຽດນາມ ແມ່ນວັດທະນະທໍານາມມະທຳ. ນີ້ແມ່ນໂອກາດເພື່ອໃຫ້ລູກຫຼານຊາວ ເງະອານ ເວົ້າສະເພາະ ແລະ ບັນດາຄົນຜູ້ທີ່ມັກຮັກບັນດາບົດເພງພື້ນເມືອງ ເວົ້າລວມ ໄດ້ພ້ອມກັນເຊີດຊູບັນດາຄຸນຄ່າມໍລະດົກວັດທະນະທໍານາມມະທຳນີ້,ຈາກນັ້ນ ກໍ່ປະກອບສ່ວນການຊຸກຍູ້ ແລະ ເພີ່ມທະວີຄວາມຮັກແພງ, ຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຕໍ່ບ້ານເກີດເມືອງນອນແລະ ປະເທດຂອງຕົນຕື່ມອີກ.
ການສະແດງບົດເພງພື້ນເມືອງວີ້, ຢ້ຳ ໄດ້ນຳເອົາອາລົມຈິດອັນດີງາມຫຼາຍຢ່າງມາໃຫ້ແຟນເພງ ແລະ ບົດຂັບຟ້ອນ ກໍ່ໄດ້ປະກອບສ່ວນຫຼໍ່ລ້ຽງຄວາມຮັກແພງບ້ານເກີດເມືອງນອນ, ໂຄສະນາພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ...
ເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ (ບາງຄົນເອີ້ນວ່າ ວີ້, ຢ້ຳ) ແມ່ນຮູບແບບສິລະປະພື້ນເມືອງທີ່ມີທົ່ວໄປຢູ່ແຂວງ ເງະອານ ແລະ ແຂວງຮ່າຕິ໋ງ. ໃນເມື່ອກ່ອນນັ້ນ, ບັນດາບົດເພງວີ້, ຢ້ຳ ໄດ້ຂັບຮ້ອງໃນເກືອບທຸກກິດຈະກຳປະຈຳວັນ, ນັບແຕ່ກອ່ມລູກຫຼານນອນ, ໃນເວລາເຮັດວຽກຖັກແສ່ວ ຈົນເຖິງການເຮັດວຽກຢູ່ໄຮ່ນາ ແລະ ພາຍເຮືອຢູ່ຕາມແມ່ນ້ຳ. ເນື້ອເພງ ໄດ້ຍ້ອງຍໍບັນດາຄຸນຄ່າຮີດຄອງປະເພນີອັນເລິກເຊິ່ງ ແລະ ເປັນມູນເຊື້ອເຊັ່ນ: ຄວາມເຄົາລົບນັບຖືລຸ້ນພໍ່ແມ່, ຄວາມຈົງຮັກພັກດີຕໍ່ຜູ້ອື່ນ, ພ້ອມທັງຍ້ອງຍໍສັນລະເສີນຄວາມສັດຊື່ ແລະ ໄມຕີຈິດມິດຕະພາບ ລະຫວ່າງ ຄົນກັບຄົນ...
ວັນທີ 27 ພະຈິກ 2014, ຢູ່ປາຣີ (ນະຄອນຫຼວງຂອງ ຝະລັ່ງ), ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳນາມມະທຳຂອງ UNESCO ໄດ້ຈັດພິທີມອບນາມມະຍົດໃຫ້ ບົດເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຫວຽດນາມ ເປັນມໍລະດົກນາມມະທຳຂອງມວນມະນຸດ.
ຊ ສະຫວັດ