11:42 | 05/01/2024

ສູນຄົ້ນຄ້ວາອັງກິດ ຄາດຄະເນວ່າ ປີ 2038 ຫວຽດນາມຈະເຂົ້າໃນອັນດັບ 25 ປະເທດພື້ນຖານເສດຖະກິດໂລກ

ນາຍົກລັດຖະມົນຕີລາວ ແລະ ພັນລະຍາ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ນາຍົກລັດຖະມົນຕີລາວ ແລະ ພັນລະຍາ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ

ຕາມ CEBR ແລ້ວ, ປະຈຸ​ບັນ, ຫວຽດນາມ ຢືນ​ອັນ​ດັບ 34 ກ່ຽວ​ກັບ WELT, ​ໃນ​ປີ 2024 ຫວຽດນາມ ຈະ​ຫຍັບຂຶ້ນ 1 ອັນ​ດັບ​ ​ຢູ່​ອັນ​ດັບທີ 33 ​ແລະ ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ຢືນ​ອັນ​ດັບ 24 ​ໃນ​ປີ 2033, ກ່ອນທີ່​ຈະ​ກາຍ​ເປັນ​ພື້ນຖານ​ເສດຖະກິດ​ທີ 21 ​ໃນ​ປີ 2038 ຂອງໂລກ. ພ້ອມ​ກັນ​ນັ້ນ, ຟີ​ລິບ​ປິນ​ ຍັງ​ມີ​ການ​ເຕີບ​ໂຕ​ຢ່າງ​ເດັ່ນ​ຊັດ​ເພື່ອ​ຂຶ້ນ​ສູ່​ອັນ​ດັບ​ທີ 23 ໃນ​ປີ 2038.

ສູນຄົ້ນຄ້ວາອັງກິດ ຄາດຄະເນວ່າ ປີ 2038 ຫວຽດນາມຈະເຂົ້າໃນອັນດັບ 25 ປະເທດພື້ນຖານເສດຖະກິດໂລກ
ຮູບປະກອບ.

ພິ​ເສດ, ​ໃນ​ການແນະນຳການຈັດ​ອັນ​ດັບ​ທີ່​ປະກາດ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, CERB ຕີ​ລາຄາ​ຫວຽດນາມ ​ແລະ ຟີ​ລິບ​ປິນ ​ແມ່ນ​ບັນດາຕົວຢ່າງປະເທດທີ່ພົ້ນ​ເດັ່ນ​ຂອງ​ກຸ່ມ​ບັນດາ​ປະ​ເທດ​ທີ່​ໄດ້ຄອງຄອຍຈະ​ປັບປຸງ​ການຈັດ​ອັນ​ດັບ​ໃໝ່ໂດຍອີງໃສ່ທີ່ຕັ້ງໃນ​ລະບົບມູນ​ຄ່າ​ທົ່ວໂລກ, ນຳໃຊ້ການ​ປະຕິ​ຮູບ​ພາຍ​ໃນ, ​ເພີ່ມ​ທະວີ​ການ​ຜະລິດຂອງກໍາລັງແຮງງານ, ເຊິ່ງສາມາດບັນລຸໄດ້ໂດຍຜ່ານການສະສົມທຶນຂອງລັດ ແລະເອກະຊົນຢ່າງມີປະສິດທິຜົນ.

ຂໍ້ສັງເກດຂອງ CEBR ໄດ້ເຕື້ອງເຖິງມາດຕາຖ່ວງຂອງພື້ນຖານເສດຖະກິດ, ບໍ່ແມ່ນເຕື້ອງເຖິງລາຍຮັບສະເລ່ຍໃນປະເທດ, ການແບ່ງແຍກລະຫວ່າງຄົນຮັ່ງມີ ແລະ ຜູ້ທຸກຍາກ ຫຼື ບັນຫາອື່ນໆ.

ຕາມ CEBR ແລ້ວ, ຫວຽດນາມ ພວມ​ຢືນຢູ່​ໜ້າ​​ແງ່​ຫວັງ​ໃນ​ໄລຍະ 15 ປີ​ຕໍ່ໜ້າ. ດ້ວຍ​ທ່າແຮງ​ໄດ້​ປຽບ​ດ້ານ​ປະຊາກອນ​ທີ່​ມີ​ຢູ່​ແລ້ວ, ມີຄວາມອາດສາມາດ​ວ່າ​ ຈະ​ບັນລຸ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045. ດ້ວຍ​ຈຳນວນ​ປະຊາກອນ ​ແລະ ​ໄວ​ໜຸ່ມທີ່​ຫຼວງຫຼາຍ, ຫວຽດນາມ ມີ​ໂອກາດ​ລື່ນ​ກາຍ​ບັນດາ​ປະ​ເທດ “ຮຸ່ນອ້າຍ” ​ໃນ​ອາ​ຊຽນ ​​ປະຈຸ​ບັນກ່ຽວກັບເສດຖະກິດ, ຄື ສິງກະ​ໂປ, ​ໄທ, ມາ​ເລ​ເຊຍ​ ເພື່ອຈະ​ເປັນ​ອັນ​ດັບຖັດຈາກ​ອິນ​ໂດ​ເນ​ເຊຍ ​ໃນ​ຈຳນວນ 25 ປະ​ເທດ​ທີ່​ມີ​ພື້ນຖານເສດຖະກິດ​​ໂລກ ​ໃນ​ປີ 2038.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-18156.html

In bài biết