ການທູດ “ ໄມ້ໄຜ່ຫວຽດນາມ” ຍົກສູງທີ່ຕັ້ງຂອງປະເທດຊາດ
ການທູດ “ ໄມ້ໄຜ່ຫວຽດນາມ” ຍົກສູງທີ່ຕັ້ງຂອງປະເທດຊາດ
ບົດຂຽນທີ່ລົງໃນວັນທີ 1 ມັງກອນ ໃນເວັບໄຊ Equilibrium Global ຂອງ ອາກເຈນຕນາ ໃຫ້ຂໍ້ສັງເກດວ່າ: ຄະນະຝ່າຍການທູດທີ່ເຂັ້ມຂຸ້ນໄປດ້ວຍສີສັນ “ໄມ້ໄຜ່ຫວຽດນາມ” ໄດ້ນຳມາເຊິ່ງບົດບາດໃຫ້ກັບ ຫວຽດນາມ ນັບມື້ນັບໃຫຍ່ຫຼວງບົນເວທີສາກົນ.
![]() |
ບົດຄວາມທີ່ຍ້ອງຍໍສັນລະເສີນຜົນງານ“ການທູດໄມ້ໄຜ່” ຂອງຫວຽດນາມ ໄດ້ຈັດພິມໃນໜັງສືພິມ Equilibrium Global Argentina. (ພາບ: TTXVN) |
ບົດຂຽນໄດ້ຍົກໃຫເຫັນຢ່າງຈະແຈ້ງວ່າ: ໃນຕະຫຼອດໄລຍະປະຫວັດສາດຂອງຊາດຫວຽດນາມ, ການພົວພັນຕ່າງປະເທດຍາມໃດ ກໍ່ຮັກສາບົດບາດສຳຄັນທີ່ສຸດ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ແລະ ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.
ຕາມ Equilibrium Global, ຄະນະຝ່າຍການທູດ “ໄມ້ໄຜ່ຫວຽດນາມ” ໄດ້ສະແດງໃຫ້ເຫັນຄວາມດຸ່ນດ່ຽງຍຸດທະສາດ ໃນການພົວພັນກັບບັນດາປະເທດໃຫຍ່ ແລະ ໃນໂລກ, ບົນພື້ນຖານຫຼັກການຫຼັກແຫຼ່ງ ແມ່ນຜົນປະໂຫຍດຂອງຊາດ, ເອກະລາດ, ເປັນເຈົ້າຕົນເອງໃນການພົວພັນຕ່າງປະເທດ, ບັນດາຫຼັກການ ໄດ້ຝັງເລິກເຂົ້າໃນອຸດົມຄະຕິການທູດຂອງປະທານໂຮ່ຈິມິນ ແລະ ສ້າງພື້ນຖານໃຫ້ແກ່ແນວທາງການຕ່າງປະເທດຂອງຫວຽດນາມ.
ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຄົມໂລກ ເລືອກຕັ້ງເຂົ້າຮ່ວມຫຼາຍອົງການສາກົນ. ບັນດາການເຄື່ອນໄຫວຢ່າງຟົດຟື້ນຂອງຫວຽດນາມ ຢູ່ຫຼາຍອົງການທີ່ຂຶ້ນກັບອົງການສະຫະປະຊາຊາດ ໄດ້ສະແດງໃຫ້ເຫັນຢ່າງຄົບຖ້ວນກ່ຽວກັບທີ່ຕັ້ງ, ບົດບາດ ແລະ ເປັນເຈົ້າການທີ່ນັບມື້ນັບຕັ້ງໜ້າຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືສາກົນ ໃນຂອບເຂດທົ່ວໂລກ. ຫວຽດນາມ ພວມຢືນຢັນຕົນເອງ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນ.
ໃນຂະນະນັ້ນ, ໃນການໃຫ້ສຳພາດຕໍ່ ສຳນັກຂ່າວສານຫວຽດນາມ, ທ່ານສາດສະດາຈານ ຟູລຸຕາ ມູທູ (Furuta Motoo) ອໍານວຍການ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ເນັ້ນໜັກວ່າ: ອຸດສາຫະກຳ ວັດທະນະທຳທີ່ເຂັ້ມແຂງ ປະກອບສ່ວນຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ.
![]() |
ສາດສະດາຈານ. Furuta Motoo, ຜູ້ອຳນວຍການມະຫາວິທະຍາໄລຍີ່ປຸ່ນ-ຫວຽດນາມ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ. |
ຕາມທ່ານສາດສະດາຈານ ຟູລຸຕາ ມູທູ ແລ້ວ, ນ້ຳໃຈຮັກຊາດຂອງຊາວ ຫວຽດນາມ ແມ່ນໜຶ່ງຈຸດທີ່ເປັນລັກສະນະພິເສດ ທີ່ໂລກຮັບຮູ້. ຊາວຫວຽດນາມ ມີຈິດໃຈເປີດອົກເປີດໃຈ, ຕັ້ງໜ້າຮັບເອົາບັນດາປັດໄຈທີ່ດີໃນວັດທະນະທຳຂອງໂລກ. ຫວຽດນາມ ພວມຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ພ້ອມທັງເສີມຂະຫຍາຍບັນດາສີສັນຊາດ.
ທ່ານສາດສະດາຈານ ຊາວຍີ່ປຸ່ນກ່າວວ່າ ປະເທດໜຶ່ງ ເຖິງວ່າມີວັດທະນະທຳອຸດົມສົມບູນ, ແຕ່ເສດຖະກິດຍັງດ້ອຍພັດທະນານັ້ນ ກໍ່ຍາກທີ່ຈະຮັກສາວັດທະນະທຳນັ້ນ. ແຕ່ເຖິງວ່າເປັນປະເທດພັດທະນາ ແລະ ຮັ່ງມີທາງດ້ານເສດຖະກິດກໍ່ຕາມ, ຖ້າປະຊາຊົນບໍ່ໍພໍໃຈທາງດ້ານຈິດໃຈ, ສັງຄົມກໍ່ຈະບໍ່ໝັ້ນຄົງ. ຈາກທັດສະນະດັ່ງກ່າວ, ທ່ານສາດສະດາຈານ ຟູລູຕາ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ວາງເປົ້າໝາຍກາຍເປັນປະເທດພັດທະນາໃນ ປີ 2045, ຖືເປັນສຳຄັນບັນດາປັດໄຈວັດທະນະທຳແມ່ນສິ່ງຈຳເປັນ.
ໃນການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຍີ່ປຸ່ນ, ທ່ານສາດສະດາຈານ ຟູລູຕາ ຕີລາຄາສູງບັນດາທິດທາງພັດທະນາ, ພິເສດ ແມ່ນໃນຂົງເຂດການຮ່ວມມືດ້ານວັດທະນະທຳ. ທ່ານເຊື່ອໝັ້ນວ່າ ການສ້າງສາຍພົວພັນ "ຄູ່ຮ່ວມມືທີ່ສະເໝີພາບ” ລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ແມ່ນສຳຄັນທີ່ສຸດ.
![]() | ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຍສໝ - ຕອນຄ່ຳວັນທີ 7 ທັນວາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການພົບປະກັບເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ກ່ອນທີ່ເດີນທາງໄປປະຕິບັດໜ້າທີ່. |
![]() | ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວັງວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນຈະເປັນທູດຂອງສາຍພົວພັນມິດຕະພາບຫວຽດນາມ - ຈີນ ຍສໝ - ຕອນບ່າຍວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບພະນັກງານ, ລັດຖະກອນຂອງສະຖານກົງສຸນໃຫຍ່ ແລະ ປະຊາຄົມຊາວຫວຽດນາມ ຢູ່ແຂວງຢູນໜານ, ຈີນ ໃນການໄປປະຕິບັດງານຢູ່ປະເທດນີ້ແຕ່ວັນທີ 5-8 ພະຈິກ. |
ຊ ສະຫວັດ