15:09 | 05/01/2024

ຂໍ້ຕົກລົງຂອງປະທານປະເທດກ່ຽວກັບການມອບຂອງຂວັນບຸນປີໃໝ່ຫວຽດນາມ 2024

ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ
ຄົນອອກແຮງງານເກືອບ 3.000 ຄົນຈະສາມາດເດີນທາງດ້ວຍລົດໄຟ ແລະ ຍົນໂດຍບໍ່ເສຍຄ່າກັບເມືອບ້ານເພື່ອຕ້ອນຮັບບຸນປີໃໝ່ປີ 2024 ຄົນອອກແຮງງານເກືອບ 3.000 ຄົນຈະສາມາດເດີນທາງດ້ວຍລົດໄຟ ແລະ ຍົນໂດຍບໍ່ເສຍຄ່າກັບເມືອບ້ານເພື່ອຕ້ອນຮັບບຸນປີໃໝ່ປີ 2024

ຕາມ​ນັ້ນ​ແລ້ວ, ຂອງຂວັນ 600.000 ດົ່ງ​ແມ່ນ​ມອບ​ໃຫ້​ບັນດາ​ຜູ້ທີ່ມີຄູນງາມຄວາມດີຕໍ່ກັບການປະຕິວັດ, ​ໃນ​ນັ້ນ​ມີ: ຜູ້ທີ່ເຂົ້າເຄື່ອນໄຫວການ​ປະຕິວັດ​ກ່ອນ​ວັນ​ທີ 1 ມັງກອນ 1945 ພວມ​ໄດ້​ຮັບບ້ວງອຸດໜູນບູລິມະສິດປະຈຳ​ເດືອນ; ຜູ້ທີ່ເຂົ້າເຄື່ອນໄຫວການປະຕິວັດແຕ່​ວັນ​ທີ 1 ມັງກອນ 1945 ຫາວັນລຸກຮືຂຶ້ນ​ເດືອນ​ສິງຫາ 1945 ພວມ​ໄດ້​ຮັບບ້ວງອຸດໜູນບູລິມະສິດປະຈຳເດືອນ; ແມ່ຫວຽດນາມ​ວິ​​ລະ​ຊົນ ພວມ​ໄດ້​ຮັບບ້ວງອຸດໜູນບູລິມະສິດປະຈຳເດືອນ; ບັນດາວິລະຊົນຂອງກຳລັງປະກອບອາວຸດປະຊາຊົນ ແລະ ວິລະຊົນແຮງງານໃນໄລຍະຕໍ່ຕ້ານ ພວມ​ໄດ້​ຮັບບ້ວງອຸດໜູນບູລິມະສິດປະຈຳເດືອນ; ທະຫານເສຍອົງຄະ, ຜູ້ທີ່​ໄດ້​ຮັບນະໂຍບາຍອຸດໜູນຄື ທະຫານເສຍອົງຄະ, ທະຫານເສຍອົງຄະປະເພດ B, ທະຫານເຈັບປ່ວຍທີ່ມີມາດຕາສ່ວນເສຍຫາຍທາງຮ່າງກາຍແຕ່ 81% ຂຶ້ນໄປທີ່ໄດ້​ຮັບບ້ວງອຸດໜູນບູລິມະສິດປະຈຳເດືອນ; ນັກເຄື່ອນໄຫວຕໍ່ຕ້ານທີ່ຕິດແປດສານພິດເຄມີທີ່ມີມາດຕາສ່ວນເສຍຫາຍທາງຮ່າງກາຍແຕ່ 81% ຂຶ້ນໄປ ​ໄດ້​ຮັບບ້ວງອຸດໜູນບູລິມະສິດປະຈຳເດືອນ; ຜູ້​ທີ່​ມີ​ການ​ປະກອບສ່ວນ​ຊ່ວຍ​ເຫຼືອ​ໃຫ້​ແກ່​ການ​ປະຕິວັດ ພວມໄດ້ຮັບບ້ວງອຸດໜູນລ້ຽງດູປະຈຳ​ເດືອນ.

ຂໍ້ຕົກລົງຂອງປະທານປະເທດກ່ຽວກັບການມອບຂອງຂວັນບຸນປີໃໝ່ຫວຽດນາມ 2024
ທ່ານຮອງ​ປະ​ທານ​ປະ​ເທດ ​ນາງ​ ຫວໍທິ​ແອງ​ຊວນ ໄດ້​ມອບ​ຂອງ​ຂວັນ​ໃຫ້​ທ່ານ ຫງວຽນ​ວັນ​ຕ່າຍ (ເຂດ 3, ​​ຕາແສງ V, ນະ​ຄອນ ວິເເທງ, ແຂວງ ເຮົ້າຢ່າງ), ເປັນພໍ່​ຂອງ​ນັກຮົບສະຫຼະຊີວິດເພື່ອຊາດ, ເນື່ອງ​ໃນ​ໂອ​ກາດ​ບຸນປີໃໝ່ຫວຽດນາມ 2023. (ພາບ: : VNA)

ຍາດພີ່ນ້ອງຂອງນັກຮົບທີ່ສະຫຼະຊີວິດເພື່ອຊາດ ພວມໄດ້ຮັບບ້ວງອຸດໜູນລ້ຽງດູປະຈຳເດືອນ ແລະ ຍາດພີ່ນ້ອງຂອງນັກຮົບທີ່ສະຫຼະຊີວິດເພື່ອຊາດ 2 ຄົນຂຶ້ນໄປ ໄດ້ຮັບບ້ວງອຸດໜູນແຕ່ລະເດືອນ ກໍ່ໄດ້ຮັບຂອງຂວັນ 600.000 ດົ່ງ.

ຂອງຂວັນໃີໃູນຄ່າ 300.000 ດົ່ງ ມອບໃຫ້ປະຊາຊົນທີ່ມີຄຸນງາມຄວສມດີຕໍ່ກັບການປະຕິວັດ, ລວມມີ: ທະຫານເສຍອົງຄະ, ຜູ້ໄດ້ຮັບນະໂຍບາຍຄືທະຫານເສຍອົງຄະ, ທະຫານເສຍອົງຄະປະເພດ B, ທະຫານເຈັບປ່ວຍທີ່ມີມາດຕາສ່ວນເສຍຫາຍທາງຮ່າງກາຍແຕ່ 80% ລົງມາທີ່ໄດ້ຮັບບ້ວງອຸດໜູນບູລິມະສິດປະຈຳເດືອນ; ທະຫານເສຍອົງຄະ ທີ່ພວມໄດ້ຮັບບ້ວງອ່ອນແຮງໃນການອອກແຮງງານ.

ນັກເຄື່ອນໄຫວຕໍ່ຕ້ານທີ່ຕິດສານພິດເຄມີທີ່ມີມາດຕາສ່ວນເສຍຫາຍຮ່າງກາຍ 80% ລົງມາທີ່ພວມໄດ້ຮັບບ້ວງອຸດໜູນບູລິມະສິດປະຈຳເດືອນ; ຜູ້​ທີ່​ມີເຄື່ອນໄຫວການ​ປະຕິວັດ, ຕໍ່ຕ້ານ, ປ້ອງ​ກັນ​ປະ​ເທດ, ປະຕິບັດ​ໜ້າ​ທີ່​ສາກົນ ​ແລະ ຖືກ​ສັດຕູ​ຈັບໃສ່ຄຸກຢູ່ເຂດຫ່າງໄກສອກຫຼີກທີ່​ພວມໄດ້ຮັບບ້ວງອຸດໜູນບູລິມະສິດປະຈຳເດືອນ; ຜູ້​ທີ່ມີຄຸນງາມຄວາມດີ​​ປະກອບສ່ວນ​ຊ່ວຍ​ເຫຼືອ​ການ​ປະຕິວັດ​ ທີ່ພວມໄດ້ຮັບບ້ວງອຸດໜູນບູລິມະສິດປະຈຳເດືອນ; ຜູ້ທີ່ໄຫວ້ບູຊາຜູ້ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (​ໃນ​ກໍລະນີ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ບໍ່​ມີ​ຍາດ​ພີ່ນ້ອງ) ກໍ່​ຈະ​ໄດ້​ຮັບ​ຂອງຂວັນ 300.000 ດົ່ງເຊັ່ນກັນ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-18127.html

In bài biết