00:00 | 10/03/2024

ເຂດ 3 ກອງທັບເຮືອໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຊາວປະມົງ ແລະ ລູກຫຼານຊາວປະມົງທີ່ໄດ້ຮັບການອຸປະກາລະ

ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ
ຄົນອອກແຮງງານເກືອບ 3.000 ຄົນຈະສາມາດເດີນທາງດ້ວຍລົດໄຟ ແລະ ຍົນໂດຍບໍ່ເສຍຄ່າກັບເມືອບ້ານເພື່ອຕ້ອນຮັບບຸນປີໃໝ່ປີ 2024 ຄົນອອກແຮງງານເກືອບ 3.000 ຄົນຈະສາມາດເດີນທາງດ້ວຍລົດໄຟ ແລະ ຍົນໂດຍບໍ່ເສຍຄ່າກັບເມືອບ້ານເພື່ອຕ້ອນຮັບບຸນປີໃໝ່ປີ 2024

ພົນເຮືອເອກ ຫງວຽນ​ດັງ​ຕ໋ຽນ, ເລ​ຂາ​ຄະນະພັກ, ຜູ້ຮັບຜິດຊອບການເມືອງເຂດ 3 ກອງທັບ​ເຮືອ ໄດ້​ລົງ​ຢ້ຽມ​ຢາມມາບັນດາ​ກຳ​ປັ່ນ​ຫາ​ປາ​ທີ່​ຈອດ​ຢູ່​ທ່າ​ກຳ​ປັ່ນ​ຫາ​ປາ ຕາມກວາງ (ແຂວງ ກວາງ​ນາມ) ເພື່ອ​ເຜີຍ​ແຜ່ກ່ຽວກັບ​ສະ​ພາບ​ການ​ທະ​ເລ, ໝູ່​ເກາະ ເເລະ ບັນດາເອກະສານກົດໝາຍ, ໂຄສະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຫາ​ປາ​ທີ່​ຜິດ​ກົດໝາຍ, ບໍ່​ລາຍ​ງານ ​ແລະ ບໍ່​ປະຕິບັດຕາມ​ລະບຽບ​ການ (IUU)...

ເຂດ 3 ກອງທັບເຮືອໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຊາວປະມົງ ແລະ ລູກຫຼານຊາວປະມົງທີ່ໄດ້ຮັບການອຸປະກາລະ

ເຜີຍແຜ່ກົດໝາຍ ແລະ ມອບຂອງຂວັນໃຫ້ຊາວປະມົງ ຕາແສງ ຕາມກວາງ .

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານເຮືອເຂດ 3 ໄດ້ມອບຂອງຂວັນ ແລະ ມອບທຸງຊາດ 100 ຜືນ, ກົງເບັງ 60 ອັນ, ເສື້ອຊູຊີບ 70 ຜືນ, ເຊືອກມັດເຮືອຍາວ 400 ກວ່າແມັດໃຫ້ຊາວປະມົງ 30 ຄົນ; ການຈັດຕັ້ງຄຸ້ມຄອງອາຊີບຫາປາ 2 ແຫ່ງຂອງຕາແສງ ຕາມກວາງ ແລະ ຕາມຢາງ; ເຮືອຫາປາ 3 ລຳ ທີ່ຈອດຢູ່ທ່າກຳປັ່ນຫາປາ ຕາມກວາງ; ມາປຸກລະດົມ, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ 2 ຄອບຄົວຊາວປະມົງທີ່ເສຍຊີວິດໃນເຫດເຮືອ 2 ລຳ QNa-90129 TS ແລະ QNa-90927 TS ປະສົບອຸບັດຕິເຫດຢູ່ທະເລ, ຄອບຄົວຊາວປະມົງ 2 ຄອບຄົວ ທີ່ມີລູກຫຼານໄດ້ຮັບການອຸປະກາລະ, ຂອງຂວັນຍອດມູນຄ່າກວ່າ 130 ລ້ານດົ່ງ.

ລາຍການແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທດຈິງ ເພື່ອຍົກສູງປະສິດທິຜົນການປະຕິບັດລາຍການ “ກອງທັບເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ ແລະ ຢູ່ກັບທະເລ”; ​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ, ​ເບິ່ງ​ແຍງ ​ແລະ ລ້ຽງດູ​ລູກ​ຫຼານ​ຊາວ​ປະມົງທີ່ມີ​ສະພາບ​ຫຍຸ້ງຍາກ​ພິ​ເສດ, ປະກອບສ່ວນ​ຊ່ວຍ​ເຫຼືອຊາວ​ປະມົງອຸ່ນອ່ຽນໃຈ​ອອກ​ສູ່​ທະ​ເລ ​ແລະ ຢູ່ກັບທະ​ເລເພື່ອຂຸດ​ຄົ້ນ​ອາຫານ​ທະ​ເລ ພິດພັນກັບ​ໜ້າທີ່ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ ​ແລະ ໝູ່​ເກາະຂອງຊາດ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-18104.html

In bài biết