00:00 | 24/12/2023

ງານບຸນຄຣິດສະມາດຢູ່ຫວຽດນາມ ໄດ້ດຶງດູດນັກທ່ອງທ່ຽວ ຝະລັ່ງ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຝລັ່ງ ດຳເນີນຢູ່ ຮ່າໂນ້ຍ ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຝລັ່ງ ດຳເນີນຢູ່ ຮ່າໂນ້ຍ
ຄວາມປະທັບໃຈຂອງຫວຽດນາມ ທີ່ງານບຸນໜັງສືພິມມະນຸດສະທໍາ ຝລັ່ງ ປີ 2023 ຄວາມປະທັບໃຈຂອງຫວຽດນາມ ທີ່ງານບຸນໜັງສືພິມມະນຸດສະທໍາ ຝລັ່ງ ປີ 2023

ນັກ​ທ່ອງ​ທ່ຽວ​ຈາກ ຝະລັ່ງ ມາ​ຫວຽດ​ນາມ ເວົ້າ​ລວມ ແລະ ຮ່າ​ໂນ້ຍ ເວົ້າສະເພາະ ແມ່ນ​ກຳ​ລັງ​ກາຍ​ເປັນ​ທ່າ​ອ່ຽງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ, ຈາກ​ນັ້ນ ນັກ​ທ່ອງ​ທ່ຽວ ແລະ ປະເທດ ຝ​ລັ່ງ ໄດ້ຮັບຖື​ວ່າ ແມ່ນ​ທ້ອງຕະຫຼາດສຳ​ຄັນ​ຂອງ​ການ​ທ່ອງ​ທ່ຽວ​ ຫວຽດ​ນາມ.

ຕາມ​ທ່ານ​ປະທານ​ສະມາຄົມ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ Valérie Boned ​ໃຫ້​ຮູ້​ວ່າ: “ຍ້ອນຈຳນວນ​ລູກ​ຄ້າ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ປີ​ກາຍ, ພວກເຮົາໄດ້ກັບຄືນສູ່ລະດັບເລີ່ມຕົ້ນກ່ອນການລະບາດຂອງ COVID-19. ເຖິງວ່າລາຄາ​ຈະ​ເພີ່ມ​ຂຶ້ນສູງ, ແຕ່​ຄົນຝະລັ່ງ​ຍັງ​ຢາກ​ຊອກ​ຫາ​ບ່ອນ​ອື່ນ​ເພື່ອ​ປ່ຽນ​ບັນຍາກາດ”. ອີງຕາມຜົນຂອງການສໍາຫຼວດຄວາມຄິດເຫັນຂອງປະຊາຊົນທີ່ດໍາເນີນໂດຍໂປຼແກຼມເຕັກໂນໂລຢີ Orchestra, ດັດຊະນີທຸລະກິດຂອງບໍລິສັດການທ່ອງທ່ຽວແມ່ນເພີ່ມຂຶ້ນສອງຕົວເລກຍ້ອນການເພີ່ມຂຶ້ນຂອງລາຄາ: ເພີ່ມຂຶ້ນ 13% ສໍາລັບຈຸດຫມາຍປາຍທາງທີ່ມີເສັ້ນທາງບິນໄລຍະກາງ, ແລະ ເພີ່ມຂຶ້ນ 35% ສໍາລັບຈຸດຫມາຍປາຍທາງທີ່ມີເສັ້ນທາງບິນໄລຍະຍາວ. ການເພີ່ມຂຶ້ນຂອງຄວາມຕ້ອງການໄດ້ເຮັດໃຫ້ຜູ້ຊ່ຽວຊານບາງຄົນປະຫລາດໃຈ. ຈຸດຫມາຍປາຍທາງຫ່າງໄກ - ລາຄາແພງທີ່ສຸດ - ແມ່ນມີການຊອກຫາຫຼາຍທີ່ສຸດ, ມີຈໍານວນນັກທ່ອງທ່ຽວທາງໄກເພີ່ມຂຶ້ນ 33%). ຢູ່ບັນດາເສັ້ນທາງໄລຍະກາງ, ຜົນໄດ້ຮັບບໍ່ໄດ້ຕາມທີ່ຄາດໄວ້ (ຫຼຸດລົງ 5%). ຍ້ອນ​ການ​ຟື້ນ​ຕົວ​ຢ່າງ​​ແຮງ​ຂອງ​ການ​ທ່ອງ​ທ່ຽວ​ອາ​ຊີ, ຖ້ຽວ​ບິນ​ໄດ້​ກັບ​ຄືນ​ສູ່​ຂະ​ບວນ​ການ​ປົກ​ກະ​ຕິ​ຄື​ກ່ອນ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ປີ​ນີ້, ບັນດາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ຍີ່​ປຸ່ນ, ​ໄທ ​ແລະ ຫວຽດນາມ ​ໄດ້ຟື້ນຟູຄືນມາ ດ້ວຍວົງເງິນສູງ​ກວ່າ​ປີ 2019. “​ໃນ​ເວລາ​ທີ່​ຕາ​ເວັນ​ອອກ​ກາງ​ ພວມ​ປະສົບ​ກັບ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພູມ​ສາດການເມືອງ, ອາຊີ ​ໄດ້​ກາຍ​ເປັນ​ຈຸດໝາຍເພື່ອຄວາມປອດ​ໄພ​”, ທ່ານ Guillaume Linton ກ່າວ​ຄວາມ​ເຫັນ.

ງານບຸນຄຣິດສະມາດຢູ່ຫວຽດນາມ ໄດ້ດຶງດູດນັກທ່ອງທ່ຽວ ຝະລັ່ງ

ນັກ​ທ່ອງ​ທ່ຽວ​ຝະລັ່ງໄປ​ຢ້ຽມ​ຢາມ​ຄຸກ ຮວາລໍ

ດັ່ງນັ້ນ, ເຖິງແມ່ນວ່າລາຄາໄດ້ເພີ່ມຂຶ້ນແຕ່ 25% ຫາ 30%, ຂຶ້ນກັບຈຸດຫມາຍປາຍທາງ, ແຕ່ການລົງທະບຽນຍັງສູງ. ຕົວຢ່າງເຊັ່ນ: ການທ່ອງທ່ຽວປະເທດໄທ 10 ມື້, 7 ຄືນຈາກບໍລິສັດເອເຊຍມີລາຄາ 2,100 ເອີໂຣ (2,318 ໂດລາ) ຕໍ່ຄົນ, ແພັກເກັດດັ່ງກ່າວປະກອບມີພຽງແຕ່ປີ້ຍົນ, ທີ່ພັກ ແລະ ການຮັບສົ່ງຢູ່ສະຫນາມບິນ. ລະດັບ​ນີ້​ຈະ​ຫຼຸດ​ລົງ 30% ນັບແຕ່ວັນ​ທີ 15 ມັງກອນ​, ​ແຕ່​ໃນ​ເວລາ​ນັ້ນ​ເດັກນ້ອຍ​ຈະ​ບໍ່​ມີ​ວັນ​ພັກ​ອີກ, ດັ່ງ​ນັ້ນ​ຈຳນວນ​ຜູ້​ໂດຍສານ​ກໍ​ຈະ​ຫຼຸດ​ລົງ...ປະຈຸ​ບັນ, ລາຄາ​ປີ້​ຍົນ​ຍັງ​ສູງ​ຢູ່​ ຍ້ອນ​ສາຍ​ການບິນ​ຍັງ​ລໍຖ້າ​​ລູກ​ຄ້າ​ຈີນ​ກັບ​ຄືນ, ​ເພື່ອ​ຟື້ນ​ຟູ​ກັບສູ່ສະພາບ​ການ​ກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ.

ທ່ານ Didier Arino ຜູ້ອຳນວຍການຫ້ອງການຊ່ຽວຊານດ້ານການທ່ອງທ່ຽວກ່າວວ່າ "ລູກຄ້າທີ່ໄປພັກຜ່ອນໃນລະດູໜາວ ໃນເຂດຫ່າງໄກ ແລະ ບ່ອນມີແດດ ມັກຈະເປັນຄົນຊົນຊັ້ນກາງໃນປະເທດຝະລັ່ງ, ຜູ້ທີ່ມີກຳລັງຊື້ສູງທີ່ສຸດເພາະວ່າພວກເຂົາໄດ້ຮັບຜົນກະທົບໜ້ອຍທີ່ສຸດຈາກອັດຕາເງິນເຟີ້".

ລູກຄ້າເຫຼົ່ານີ້ສາມາດຊື້ປີ້ສາຍການບິນໄດ້ໃນລາຄາກວ່າ 1,000 ເອີໂຣ/ຄົນ. ແລະພ້ອມກັນນັ້ນ ກໍ່ແມ່ນການແກ່ຍາວມື້ພັກເຊົາເພື່ອໃຫ້ຄຸ້ມກັບຄ່າເງິນທີ່ຈ່າຍ. ດັ່ງນັ້ນ, ບັນດາ tour ອາຊີແມ່ນຂາຍດີໃນລະດູຫນາວນີ້, ມັກຈະມີເວລາພັກໂດຍສະເລ່ຍ 12 ຄືນ, ເມື່ອທຽບໃສ່ກັບ 9 ຄືນກ່ອນ COVID-19.

ໜັງສືພິມລາຍວັນ Le Figaro ໃຫ້ຮູ້ວ່າ ເຖິງແມ່ນວ່າເສດຖະກິດທີ່ຫຍຸ້ງຍາກເຮັດໃຫ້ທຸກຄົນຕ້ອງ "ຮັດສາຍແອວ" ແລະ ໃຊ້ເວລາຫນ້ອຍ, ແຕ່ຊາວຝະລັ່ງ ບໍ່ຢາກປະຄວາມມັກໃນການເດີນທາງ. ຍີ່ປຸ່ນ, ໄທ ​ແລະ ຫວຽດນາມ ​ແມ່ນ 3 ປະ​ເທດ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຝະລັ່ງ ​ໃນ​ໄລຍະ​ບຸນ​ຄຼິດສມາດ 2023.

ຕົວ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຖິງ​ວ່າ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຝະລັ່ງ ທີ່​ເລືອກ​ເອົາຫວຽດນາມ ​ເປັນ​ຈຸດໝາຍ​ໄດ້​ເພີ່ມ​ຂຶ້ນ​ກໍ່ຕາມ, ​ແຕ່​ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ທີ່​ມີ​ຢູ່. ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຂອງ ຫວຽດນາມ ​ແລະ ຮ່າ​ໂນ້ຍ ສຳລັບແຂກນັກ​ທ່ອງ​ທ່ຽວ ຝະລັ່ງ ນັ້ນ, ຕ້ອງ​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ການ​ໂຄສະນາ ​ແລະ ສົ່ງ​ເສີມ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ.

ເພື່ອຜັນ​ຂະຫຍາຍ​ການ​ລົງທຶນ​ພັດທະນາ​ການທ່ອງທ່ຽວ, ບັນດາ​ວິ​ສາ​ຫະກິດ​ຄວນ​ສະ​ເໜີເຖິງ​ອົງການທີ່ມີໜ້າທີ່ ກ່ຽວກັບ​ບັນດາ​ນະ​ໂຍບາຍອເພື່ອ​ຊຸກຍູ້​ການ​ແລກປ່ຽນ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ, ປະກອບສ່ວນ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ. ພ້ອມ​ທັງ​ຊຸກຍູ້, ໂຄສະນາ ​ແລະ ​ໂຄສະນາ​ພາບ​ພົດ​ຂອງ​ຫວຽດນາມ ​ແລະ ຮ່າ​ໂນ້ຍ ກໍ່​ຄື​ຝະລັ່ງ ​ແລະ ປາຣີ ​ໄປເຖິງບັນດາ​ວິ​ສາ​ຫະກິດ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ຂອງ 2 ປະ​ເທດ ​ເພື່ອ​ຊອກ​ຫາມາດຕະການແກ້​ໄຂ​ໃໝ່​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18102.html

In bài biết