09:31 | 28/12/2023

ຫວຽດນາມ ແລະ ລາວ ຮ່ວມມືກັນຄົ້ນຄວ້າທິດສະດີກ່ຽວກັບການພັດທະນາວັດທະນະທຳ ແລະ ຄົນ

ຫວຽດນາມ ແລະ ລາວ ຮ່ວມມືຝຶກອົບຮົມພະນັກງານ ແລະ ເຊີດຊູຄຸນຄ່າຂອງເອກະສານເອກະສານສຳເນົາ ຫວຽດນາມ ແລະ ລາວ ຮ່ວມມືຝຶກອົບຮົມພະນັກງານ ແລະ ເຊີດຊູຄຸນຄ່າຂອງເອກະສານເອກະສານສຳເນົາ
ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ

ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານ ຫງວຽນຊວັນຖັງ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງ ເປັນຫົວໜ້າຄະນະຝ່າຍຫວຽດນາມ; ທ່ານກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ; ນອກນີ້ຍັງມີພະນັກງານການນຳ ກະຊວງ, ຂະແໜງການສູນກາງ, ແຂວງກວາງນິງ ແລະ ນັກວິທະຍາສາດທັງຫວຽດນາມ ແລະ ລາວ ເຂົ້າຮ່ວມ.

ຫວຽດນາມ ແລະ ລາວ ຮ່ວມມືກັນຄົ້ນຄວ້າທິດສະດີກ່ຽວກັບການພັດທະນາວັດທະນະທຳ ແລະ ຄົນ

ກອງປະຊຸມສຳມະນາທິດສະດີ ຄັ້ງທີ 10 ລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ(ພາຍ: icd.gov.vn)

ທີ່ກອງປະຊຸມ, ທ່ານ ຫງວຽນຊວັນຖັງ ໄດ້ລາຍງານກ່ຽວກັບ ຫົວຂໍ້ທີ່ວ່າ: ພັກຄອມມູນິດຫວຽດນາມ ນຳພາການພັດທະນາວັດທະນະທຳ, ພັດທະນາຄົນໃນຂະບວນວິວັດແຫ່ງການພັດທະນາປະເທດຊາດຕາມທິດສັງຄົມນິຍົມ. ຮອງນາຍົກລັດຖະມົນຕີຂອງລາວ ທ່ານ ກິແກ້ວ ໄຂຄຳພິທູນ ລາຍງານກ່ຽວກັບຫົວຂໍ້ທີ່ວ່າ: ການພັດທະນາວັດທະນະທຳ, ພັດທະນາຄົນໃນຂະບວນວິວັດພັດທະນາປະເທດຊາດຕາມທິດສັງຄົມນິຍົມ ແລະ ບົດຮຽນຂອງລາວ.

ບົດລາຍງານອື່ນໆຂອງບັນດາການນຳ, ນັກທິດສະດີ, ນັກວິທະຍາສາດຂອງທັງສອງຝ່າຍ ລ້ວນແຕ່ສຸມໃສ່ບັນຫາຕົ້ນຕໍທີ່ສຳຄັນຂອງວຽກງານພັດທະນາວັດທະນະທຳ ແລະ ຄົນຢູ່ຫວຽດນາມ ແລະ ລາວ ວ່າ: ໃນຂະບວນວິວັດແຫ່ງຄວາມຮັບຮູ້ຂອງພັກຄອມມູນິດຫວຽດນາມຕໍ່ກັບທີ່ຕັ້ງ ບົດບາດຂອງວັດທະນະທຳ ແລະ ປັດໄຈຄົນໃນພາລະກິດແຫ່ງປ່ຽນແປງໃໝ່ປະເທດຊາດ, ພັດທະນາກຳລັງຄົນທີ່ມີຄຸນນະພາບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາຕາມທິດສັງຄົມນິຍົມ.

ບັນດາການປຶກສາຫາລືຕ່າງໆ ຍັງໄດ້ເຕື້ອງເຖິງບັນຫາການພັດທະນາວັດທະນະທຳທີ່ເປັນຄົບຊຸດ, ປະສານກົມກຽວກັບການເຕີບໃຫ່ຍທາງເສດຖະກິດ ແລະ ຄວາມກ້າວໜ້າ, ສັງຄົມມີຄວາມສະເໝີພາບ ຊຶ່ງເປັນການກຳນົດທິດພື້ນຖານຂອງຂະບວນວິວັດແຫ່ງການສ້າງສັງຄົມນິຍົມ, ສ້າງ ແລະ ພັດທະນາຄົນໃຫ້ປະຕິບັດຮອບດ້ານ, ຟື້ນຟູສິນລະທຳທາງສັງຄົມ, ສ້າງຄຸນຄ່າຂອງຄົນທາງສັງຄົມ ແລະ ວັດທະນະທຳຫວຽດນາມ, ຫັນບັນດາແນວທາງ, ທັດສະນະ, ແຜນນະໂຍບາຍຂອງພັກຕໍ່ກັບການພັດທະນາວັດທະນະທຳໃຫ້ເປັນລະບອບລະບຽບການ, ສ້າງຄົນໃຫ້ຕື່ນຕົວທາງກົດໝາຍ ແລະ ມີນະໂຍບາຍທີ່ລະອຽດ, ມີຄວາມເປັນໄປໄດ້, ວັດທະນະທຳຕິດພັນກັບກັບການພັດທະນາເສດຖະກິດຢູ່ລາວ.

ບັນດາການປຶກສາຫາລືຕ່າງໆ ກໍ່ຍັງໄດ້ເນັ້ນໜັກເຖິງບົດບາດຫຼັກແຫຼ່ງຂອງພັກໃນການຊີ້ນຳນຳພາປະເທດຊາດ, ຍົກໃຫ້ເຫັນລັກສະນະປະຈັນບານຂອງພັກໃນພາລະກິດແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ ແລະ ລາວ ແລະ ໄດ້ຮັບຜົນສຳເລັດຫຼາຍດ້ານ, ສິ່ງນັ້ນໄດ້ພິສູດໃຫ້ເຫັນແນວທາງແຫ່ງການປ່ຽນແປງໃໝ່ທີາ່ຖືກຕ້ອງຂອງພັກ, ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແມ່ນສອດຄ່ອງກັບກົດເກນພາວະວິໄສຂອງຫວຽດນາມ ແລະ ລາວ.

ນອກຈາກຊີ້ໃຫ້ເຫັນດ້ານຕັ້ງໜ້າແລ້ວ, ບັນດາບົດລາຍງານຍັງໄດ້ຍົກໃຫ້ເຫັນຂໍ້ຂາດຕົກບົກຜ່ອງ, ຂໍ້ຈຳກັດ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຈຳນວນໜຶ່ງຂອງພັກ, ທັງສອງປະເທດຄວນສືບຕໍ່ພ້ອມກັນຄົ້ນຄວ້າ, ເພີ່ມເຕີມ ເພື່ອໃຫ້ທິດສະດີມີຄວາມສົມບູນແບບ, ໃນນັ້ນ ມີທັງບັນຫາພັດທະນາວັດທະນະທຳ ແລະ ຄົນ.

ກອງປະຊຸມສຳມະນາຄັ້ງນີ້ມີຄວາມໝາຍຢ່າງເລິກເຊິ່ງທັງທາງທິດສະດີ ແລະ ຕົວຈິງ. ໝາກຜົນຂອງການຄົ້ນຄວ້າຂອງບັນດານັກວິທະຍາສາດທີ່ໄດ້ລາຍງານຢູ່ໃນກອງປະຊຸມນັ້ນ ໄດ້ປະກອບສ່ວນເຮັດໃຫ້ຄັງສາງທິດສະດີທັງສອງຝ່າຍນັບມື້ອຸດົມສົມບູນຍິ່ງຂຶ້ນ, ຊ່ວຍໃຫ້ອົງການຄົ້ນຄວ້າຂອງທັງຫວຽດນາມ ແລະ ລາວ ມີຄຸນນະພາບສູງຂຶ້ນ, ປະກອບສ່ວນໃນການກຳນົດແນວທາງ, ແຜນນະໂຍບາຍ, ນະໂຍບາຍກໍຄືການຊີ້ນຳນຳພາຕົວຈິງຕໍ່ບັນຫາການພັດທະນາວັດທະນະທຳ ແລະ ຄົນ, ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫ່ຍຂອງແຕ່ລະພັກຢ່າງມີໄຊ ແລະ ປະສົບຜົນສຳເລັດໃນພາລະກິດແຫ່ງການປ່ຽນແປງໃໝ່ຢູ່ແຕ່ລະປະເທດ.

ສອງຝ່າຍເປັນເອກະພາບຈະຈັດກອງປະຊຸມສຳມະນາທິດສະດີ ຄັ້ງທີ 11 ຢູ່ທີ່ ສປປລ ລາວ.

ລູກເມືອງພວນ

Link: https://huunghivietlao.thoidai.com.vn/detail-article-18064.html

In bài biết