00:00 | 12/12/2023

ຫວຽດນາມ ບັນລຸໄດ້ລະດັບຄວາມຄືບໜ້າຢ່າງປະທັບໃຈໃນການພັດທະນາເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກ

ເຊື່ອມຕໍ່ກາລະໂອກາດພັດທະນາເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ບຣາຊິນ ເຊື່ອມຕໍ່ກາລະໂອກາດພັດທະນາເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ບຣາຊິນ
ແຂວງກວາງບິ່ງ ແລະ ສະຫວັນນະເຂດ (ລາວ) ແລກປ່ຽນປະສົບການ ກ່ຽວກັບການລຶບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ ແຂວງກວາງບິ່ງ ແລະ ສະຫວັນນະເຂດ (ລາວ) ແລກປ່ຽນປະສົບການ ກ່ຽວກັບການລຶບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ

ເປັນ​ຫຍັງ​ທ່ານ​ຈຶ່ງ​ເລືອກ​ທີ່​ຈະ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ຖາ​ນະ​ເປັນ​ຜູ້​ລາຍ​ງານ​ພິ​ເສດຂອງສະຫະປະຊາຊາດ (ສ​ປ​ຊ) ກ່ຽວ​ກັບ​ສິດ​ທິ​ການ​ພັດ​ທະ​ນາ?

ບັນດາຜູ້​ລາຍ​ງານພິເສດຂອງ​​ສະຫະ​ປະຊາ​ຊາດ ພິຈາລະນາປັດໃຈຈໍານວນຫນຶ່ງ ເພື່ອຕັດສິນໃຈວ່າຄວນໄປຢ້ຽມຢາມປະເທດໃດໃນລະຫວ່າງການຢ້ຽມຢາມຢ່າງເປັນທາງການປະຈຳປີ. ຂ້າ​ພະ​ເຈົ້າ​ເລືອກ​ຫວຽດ​ນາມ, ເມື່ອຊັ່ງຊາຖີ່ຖ້ວນປັດ​ໄຈຈໍານວນຫນຶ່ງ, ເພາະການ​ຢ້ຽມ​ຢາມ​ ຫວຽດ​ນາມ ​ສາ​ມາດນຳມາກາ​ລະ​ໂອ​ກາດ​ເພື່ອ​ຕີລາຄາຄວາມກ້າວໜ້າທັງໝົດໃນ​ການ​ຜັນ​ຂະ​ຫຍາຍ​ສິດ​ພັດ​ທະ​ນາ ແລະ ສິ່ງ​ທ້າ​ທາຍພວມດຳເນີນໃນການຮັບປະກັນການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ແລະ ຍືນ​ຍົງ.

ທ່ານ​ມີ​ຄວາມ​ປະ​ທັບ​ໃຈ​ແນວ​ໃດ​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ?

ຫວຽດນາມ ​ໄດ້ບັນລຸລະດັບຄວາມຄືບໜ້າຢ່າງປະທັບໃຈ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ. ຫວຽດນາມ ກໍ່​ໄດ້​ປະຕິບັດ​ຫຼາຍ​ມາດ​ຕະການ​ເພື່ອຊຸກຍູ້ຄຸນ​ນະພາ​ບບົດບາດ​ຍິງ​ຊາຍ ​ແລະ ປະສົມປະສານບັນດາ​ສິດ​ແຮງ​ງານ ຫຼື ຂໍ້​ກຳນົດ​ຄວາມ​ໝັ້ນຄົງ​ໃນ​ສັນຍາ​ການ​ຄ້າ.

ຫວຽດນາມ  ບັນລຸໄດ້ລະດັບຄວາມຄືບໜ້າຢ່າງປະທັບໃຈໃນການພັດທະນາເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກ

ທ່ານ Surya Deva ຜູ້ລາຍງານພິເສດຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດ​ທິການ​ພັດທະນາ

ແຕ່ແນວໃດກໍ່ຕາມ, ລັດຖະບານ​ຕ້ອງ​ເຮັດ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ໃຫ້​ແກ່​ການ​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ ແລະ ມີ​ຄວາມ​ໝາຍ​ໃນ​ຂະບວນວິວັດການ​ຕັດສິນ​ໃຈ​ທຸກ​ຂັ້ນ. ນອກ​ນີ້, ຕ້ອງ​ມີບັນດາບຸກບືນໃຫຍ່ກ່ວາອີກ​ເພື່ອ​ຮັບປະກັນໃຫ້​ບັນດາ​ກຸ່ມ​ຄົນດ້ອຍໂອກາດ ຫຼື ເສຍຫາຍງ່າຍເຊັ່ນ ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ຄົນພິການບໍ່ຖືກປະຖິ້ມໄວ້ທາງ​ຫລັງ​ໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງທັງໝົດ.

ໃດ້ຮູ້ວ່າ ທ່ານມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​ບົດບາດ​ຂອງ​ວິ​ສາ​ຫະກິດ​ທີ່ມີຕໍ່ການ​ຮັບປະກັນ​ສິດທິ​ມະນຸດ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່ານ​ໄດ້​ມີ​ໂອ​ກາດ​ຫລາຍ​ຢ່າງ​ເພື່ອ​ເຮັດ​ວຽກ​ກັບ​ບັນ​ດາ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ຢ້ຽມ​ຢາມ​ວິ​ສາ​ຫະ​ກິດ​ໃນ​ຂົງ​ເຂດ​ຕ່າງໆ. ທ່ານສາມາດແບ່ງປັນຄຳເຫັນ ແລະ ຄຳຕັ້ງຂໍ້ສະເໜີຂອງທ່ານກັບເຂົາເຈົ້າໄດ້ບໍ?

ບັນດາ​ວິ​ສາ​ຫະກິດມີບົດບາດສໍາຄັນໃນການປະຕິບັດສິດທິພັດທະນາ. ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ຢ້ຽມຢາມ ​ແລະ ພົບ​ປະ​ກັບ​ຜູ້ຕາງໜ້າ​ຂອງ​ຫລາຍ​ບໍລິສັດ​ທີ່​ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ຕ່າງໆ. ສິ່ງທີ່ຂ້າພະເຈົ້າພົບເຫັນທີ່ຫນ້າສົນໃຈແມ່ນວ່າບໍລິສັດທີ່ຂ້າພະເຈົ້າໄປຢ້ຽມຢາມໄດ້ປະສົມປະສານບັນດາເຕັກໂນໂລຢີ ແລະ ດັດແປງໃໝ່ທີ່ສຸດເຂົ້າໃນການດໍາເນີນງານຂອງພວກເຂົາ,

ແຕ່ແນວໃດກໍ່ຕາມ, ຜູ້ຕາງໜ້າບັນດາບໍລິສັດ​ຕ້ອງ​ມີ​ຄວາມ​ຕັ້ງໜ້າ​ກວ່າ​ອີກ​ໃນ​ການ​ຕອບສະໜອງບັນດາມາດຕະຖານສາກົນ​ທີ່​ກ່ຽວຂ້ອງ ​ເຖິງ​ກິລິຍາລະ​ກິດ​ທີ່​ມີ​ຄວາມ​ຮັບຜິດຊອບ​ພ້ອມ​ທັງ​ນະ​ໂຍບາຍ ​ແລະ ລະບຽບ​ການ​ ເພື່ອ​ແກ້​ໄຂ​ບັນຫາກຸກວນຄວາມຕັນຫາທາງເພດຕັນຫາຢູ່ໃນບ່ອນເຮັດວຽກ.

ນອກ​ນີ້, ສິ່ງສຳຄັນແມ່ນລັດຖະບານຕ້ອງສົ່ງເສີມກ່ວາອີກ ເພື່ອບັນດາ​ບໍລິສັດ​ເຄົາລົບກິລິຍາທຸລະ​ກິດ​ຢ່າງ​ມີ​ຄວາມ​ຮັບຜິດຊອບ. ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ມາດຕະຖານ​ສາກົນ ​ແລະ ສ້າງ​ຄວາມ​ສາມາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ.

ທ່ານ​ຕີ​ລາຄາ​ກ່ຽວກັບສະເໝີພາບລະຫວ່າງ​ຍິງ-ຊາຍ ​ແລະ ການມອບສິດໃຫ້ແມ່ຍິງ​ຢູ່ ຫວຽດນາມ ແນວໃດ? ຕາມ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ, ຫວຽດນາມ ມີ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ຕໍ່​ບັນຫາ​ນີ້ ​ແລະ ມີ​ການ​ທ້າ​ທາຍ​ອັນ​ໃດ​ແດ່​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ?

ຫວຽດນາມ ​ໄດ້​ບັນລຸລະດັບຄວາມຄືບໜ້າໃນ​ການ​ຮັບປະກັນ​ການ​ເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ພາບ​ຂອງ​ແມ່ຍິງ​ໃນ​ບັນດາ​ອົງການ​ຕັດສິນ​ໃຈ​ຂອງ​ລັດຖະບານທຸກຊັ້ນ ແລະ ການບໍລິຫານສາທາລະນະຕ່າງກັນ. ຕົວຢ່າງ, 30,26% ຈຳນວນທີ່ນັ່ງໃນສະພາແຫ່ງຊາດແມ່ນຖືເປັນເພດຍິງ ແລະ 3 ໃນ 18 ລັດຖະມົນຕີໃນລັດຖະບານສຸນກາງແມ່ນແມ່ຍິງ.

ພ້ອມ​ທັງ​ໃຫ້​ຮູ້​ວ່າ, ກົດໝາຍແຮງ​ງານ​ປີ 2019 ຂອງ​ ຫວຽດນາມ ໄດ້​ຫ້າມ ​ແລະ ປັບໄໝກິລິຍາກຸກວນຄວາມຕັນຫາທາງເພດຕັນຫາຢູ່ໃນບ່ອນເຮັດວຽກ ​ແລະ ກົດໝາຍ​ປ້ອງກັນ ແລະ ຕ້ານຄວາມຮຸນແຮງຄອບຄົວ ຮັບຮອງເອົາວິທີເຂົ້າໃກ້້ອີງຕາມສິດທິມະນຸດຕໍ່ກັບຄວາມຮຸນແຮງໃນຄອບຄົວ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18036.html

In bài biết