00:00 | 14/12/2023

ມະຫາວິທະຍາໄລຮິໂຣຊິມາຂອງຍີ່ປຸ່ນໄດ້ເປີດສາຂາຢູ່ໄທງວຽນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ ຍີ່ປຸ່ນ ສະໜອງບ້ວງກູ້ ODA ສຳລັບບັນດາໂຄງການຍຸດທະສາດ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ ຍີ່ປຸ່ນ ສະໜອງບ້ວງກູ້ ODA ສຳລັບບັນດາໂຄງການຍຸດທະສາດ
10 ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ 10 ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ "​ດິນແດນແຫ່ງ​ຊາ" ​ໄທ​ງວຽນ

ຕາມ​ບົດ​ບັນທຶກ​ຈົດຈຳ, ມະຫາວິທະຍາ​ໄລ​ຮິ​ໂຣຊິ​ມາ​ຈະ​ເປີດ​ຊຸດ​ອົບຮົມ​ປະລິນຍາ​ເອກ​ກັບ​ບັນດາ​ສະເພາະຂະແໜງງານກະສິກຳ, ການ​ລ້ຽງສັດ, ​ເສດຖະກິດ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ. ຄາດຄະເນຈະເລີ່ມຕົ້ົ້ນໃນເດືອນຕຸລາ 2024.

ມະຫາວິທະຍາໄລຮິໂຣຊິມາຂອງຍີ່ປຸ່ນໄດ້ເປີດສາຂາຢູ່ໄທງວຽນ

ມະຫາວິທະຍາ​ໄລ​ໄທ​ງວຽນ ​ແລະ ມະຫາວິທະຍາ​ໄລຮິໂຣຊິມາ ຂອງ​ຍີ່ປຸ່ນ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຈົດຈຳ ​ແລະ ການ​ຮ່ວມ​ມື. (ພາບ: ມະຫາວິທະຍາໄລກະສິກຳ ແລະ ປ່າໄມ້ ໄທຫງວຽນ)

ບັນດານັກສຶກສາຈະປະຕິບັດຕາມໂຄງການຂອງມະຫາວິທະຍາໄລຮິໂຣຊິມາລວມມີ: ທິດສະດີ ແລະ ທົດລອງຕົວຈິງ, ທີ່ໄດ້ຝຶກອົບຮົມ ເເລະ ແນະນຳໂດຍບັນດາສາດສະດາຈານຈາກມະຫາວິທະຍາໄລຮິໂຣຊິມາສົ່ງໄປຫວຽດນາມ. ສອງ​ຝ່າຍ​ວາງ​ແຜນ​ຈະ​ສົ່ງ​ນັກ​ສຶກສາ​ໄປ​ຝຶກ​ງານ​ໄລຍະ​ສັ້ນ​ຢູ່​ມະຫາວິທະຍາ​ໄລ​ຮິ​ໂຣຊິ​ມາ​ກ່ອນ​ທີ່​ນັກ​ສຶກສາ​ຈະ​ໄດ້​ຮັບ​ໃບ ປະກາດປະລິນຍາ​ເອກ​ຈາກ​ມະຫາວິທະຍາ​ໄລ​ຮິ​ໂຣຊິ​ມາ.

ໃນເວລາຈະມາເຖິງນີ້, ມະຫາວິທະຍາໄລຮິໂຣຊິມາວາງແຜນທີ່ຈະການຝຶກອົບຮົມຢູ່ຫວຽດນາມ ບັນດາຂົງເຂດ ເຄິ່ງຊັກນຳໄຟຟ້າ,ແພດສາດ ເເລະ ສາທາລະນະສຸກ, ຫຼຸດຖ່າຍກາກບອນ, ໄຮໂດເຈນ ແລະ ນະຄອນສະຫຼາດ.

​ໃນ​ຂົງ​ເຂດ​ກະສິກຳ, ມະຫາວິທະຍາ​ໄລຮິໂຣຊິມາ ຍັງ​ມີ​ແຜນການ​ຄົ້ນ​ຄ້ວາ​ຄວາມສາມາດທີ່ຈະເປັນໄປ​ການ​ນຳ​ເອົາບັນດາພັນເຂົ້າ ເເລະ ໄມ້ປູກຍອມເຄັມທີ່​​​​ເຂົ້າ​ຫວຽດນາມ, ​ເໝາະ​ສົມ​ກັບເງື່ອນໄຂ​ການ​ປ່ຽນ​ແປງ​ຂອງ​ອາກາດ, ພ້ອມ​ທັງ​ເຕັກ​ໂນ​ໂລ​ຊີ​ແຍກ​ເພດເທິງສັດລ້ຽງຄື​ງົວ ​ແລະ ໝູ, ​ເພື່ອ​ຊ່ວຍ​ຫວຽດນາມປະຢັດຄ່າໃຊ້ຈ່າຍຫຼາຍໃນຂະບວນການລ້ຽງສັດຕາມຂະໜາດອຸດສາຫະກຳ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-18033.html

In bài biết