00:00 | 14/12/2023

ແນະນຳຄວາມສວຍງາມຂອງອ່າວຮ່າລອງ ໃຫ້ແກ່ຊາວ ເນປານ

ມອບຂອງຂວັນຂອງພຸດທະສາສະນິກກະຊົນຫວຽດນາມ ໜູນຊ່ວຍປະຊາຊົນອິນເດຍ ແລະ ເນປານ ຕ້ານໂລກລະບາດໂຄວິດ-19 ມອບຂອງຂວັນຂອງພຸດທະສາສະນິກກະຊົນຫວຽດນາມ ໜູນຊ່ວຍປະຊາຊົນອິນເດຍ ແລະ ເນປານ ຕ້ານໂລກລະບາດໂຄວິດ-19
ຫວຽດນາມ - ເນປານ ອອກຖະແຫຼງການຮ່ວມ ຫວຽດນາມ - ເນປານ ອອກຖະແຫຼງການຮ່ວມ

ທ່ານ Rabinndra Adhikar ໃຫ້ຮູ້ວ່າ ການຮູ້ຈັກເຖິງຄວາມງາມຂອງອ່າວຮ່າລອງ ຈະປະກອບສ່ວນຊຸກຍູ້ບັນດາວິສາຫະກິດ ແລະ ປະຊາຊົນ ເນປານ ໄປ ຫວຽດນາມ, ໄປ ກວາງນິງ ເພື່ອໄປທ່ອງທ່ຽວ, ພັກຜ່ອນ ແລະ ຊອກຫາກາລະໂອກາດລົງທຶນ.

ທ່ານ Rabinndra Adhikar ປາດ​ຖະໜາ​ຢາກ​ໃຫ້ ຫວຽດນາມ ​ແລະ ​ເນ​ປານ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການທ່ອງທ່ຽວ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາບຳລຸງ​ສ້າງ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ; ​ຢາສະໝູນໄພ... ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ ຈະ​ສ້າງ​ກາລະ​ໂອກາດໃນການ​ສ້າງສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ​ເນ​ປານ.

ແນະນຳຄວາມສວຍງາມຂອງອ່າວຮ່າລອງ ໃຫ້ແກ່ຊາວ ເນປານ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກທີ່ການຕ້ອນຮັບ.

ທີ່​ການ​ພົບ​ປະ, ທ່ານ ຮ່ວາງ​ດຶກ​ແຮ້ງ ໄດ້​ແຈ້ງ​ໃຫ້​ຄະນະ​ຜູ້​ແທນ​ຊາບ​ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ, ບັນດາຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າໄດ້ປຽບ​ໃນ​ຂົງ​ເຂດ​ຕ່າງໆ, ພິ​ເສດ​ແມ່ນ​ການທ່ອງທ່ຽວ - ຂະ​ແໜງ​ເສດຖະກິດ​ ຖືກ​ກຳນົດ​ວ່າ​ ແມ່ນປາຍແຫຼມ​ຂອງ​ແຂວງ ກວາງ​ນິງ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນເອກະພາບ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-17989.html

In bài biết