00:00 | 13/12/2023

ຫວຽດນາມ ສືບຕໍ່ໜູນຊ່ວຍຜູ້ຖືກເຄາະຮ້າຍແຜ່ນດິນໄຫວຢູ່ ຊີຣີ ດ້ວຍ 600.000 USD

ຫວຽດນາມ ແລະ ສີລັງກາ ມຸ່ງໄປເຖິງເຕີບໂຕວົງເງິນການຄ້າສອງຝ່າຍທີ່ບັນລຸ 500 ລ້ານ USD ຫວຽດນາມ ແລະ ສີລັງກາ ມຸ່ງໄປເຖິງເຕີບໂຕວົງເງິນການຄ້າສອງຝ່າຍທີ່ບັນລຸ 500 ລ້ານ USD
ຫວຽດນາມ ລົງທຶນເຂົ້າລາວ ຈຳນວນເງິນຫຼາຍກວ່າ 5,47 ຕື້ USD ຫວຽດນາມ ລົງທຶນເຂົ້າລາວ ຈຳນວນເງິນຫຼາຍກວ່າ 5,47 ຕື້ USD

ທ່ານ​ລັດຖະມົນຕີ ບຸ່ຍ​ແທງ​ເຊີນ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ກັບ ຊີຣີ ຢ່າງ​ເລິກ​ເຊິ່ງກ່ວາ​ອີກ; ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຈົດຈຳ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ທີ່​ປະຊາຊົນ ຊີຣີ ມອບ​ໃຫ້​ ຫວຽດນາມ ​ໃນ​ວິວັດ​ການ​ຕໍ່ສູ້​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໃນ​ອະດີດ ​ແລະ ກໍ່ສ້າງ​ປະ​ເທດ​ໃນ​ປະຈຸ​ບັນ.

​ເພື່ອ​ສະ​ແດງ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ ​ຫວຽດນາມ ກັບ​ປະຊາຊົນ ຊີຣີ ​ໃນ​ຕໍ່ໜ້າ​ບັນດາ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ຍ້ອນ​ແຜ່ນດິນ​ໄຫວ​ໃນ​ເດືອນ ກຸມພາ ປີ ຢູ່​ພາກ​ເໜືອ ​ຊີຣີ. ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໃດ້ແຈ້ງການເຖິງ ສູນກາງກາແດງ ຫວຽດນາມ ສືບ​ຕໍ່​ໂອນ​ເງິນສະໜັບສະໜູນຈາກ​ຮອບ​ທີ 3 ດ້ວຍ​ມູນ​ຄ່າ 600.000 USD ​ໃຫ້​ປະຊາຊົນ ຊີຣີ, ​ໄດ້​ນຳ​ເອົາ​ຍອດ​ຈຳນວນ​ເງິນ​ສະໜັບສະໜູນ​ຈາກ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ໃຫ້​ແກ່​ປະຊາຊົນ ຊີຣີ ມາ​ຮອດ​ປະຈຸ​ບັນ​ແມ່ນ 900.000 USD.

ຫວຽດນາມ ສືບຕໍ່ໜູນຊ່ວຍຜູ້ຖືກເຄາະຮ້າຍແຜ່ນດິນໄຫວຢູ່ ຊີຣີ ດ້ວຍ 600.000 USD

ທ່ານ​ລັດຖະມົນຕີ​​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ປະຊາຊົນ ຊີຣີ Faisal Al-Mikdad

ທ່ານ​ລັດຖະມົນຕີ Faisal Al-Mikdad ​ໄດ້​ຂອບ​ໃຈ​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ ​ແລະ ຄວາມກະລຸນາຂອງ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ; ເນັ້ນໜັກວ່າການນຳທຸກຂັ້ນ ແລະປະຊາຊົນ ຊີຣີ ຖືເປັນສຳຄັນການພົວພັນກັບຫວຽດນາມ, ສະແດງຄວາມປະທັບໃຈຕໍ່ບັນດາຜົນງານພັດທະນາເສດຖະກິດ - ສັງຄົມທີ່ຫວຽດນາມ ບັນລຸໄດ້ໃນເວລາຜ່ານມາ. ທ່ານ​ລັດຖະມົນຕີ​ຢືນຢັນ​ວ່າ ຊີຣີ ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ ປາດ​ຖະໜາ​ຢາກສຶກສາຫາຄວາມຮູ້ບົດຮຽນ​ຈາກ ​ຫວຽດນາມ ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

​ໃນ​ບັນຍາກາດ​ທີ່​ສະໜິດສະໜົມ, ​ເປັນ​ເອກະ​ພາບ​ກັນ, ສອງ​ລັດຖະມົນຕີ ​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ທິດ​ທາງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ​ເສດຖະກິດ; ປະສານ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ອົງຫຼາຍຝ່າຍ​ເຊັ່ນ: ສະ​ຫະ​ປະ​ຊາ​ຊາດ, ຂະບວນການ​ບໍ່​ຮ່ວມ​ກຸ່ມ...

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ​ໄດ້​ເຊີນ​ທ່ານ​ລັດຖະມົນຕີ Faisal Al-Mikdad ມາ​ຢ້ຽມຢາມ ຫວຽດນາມ ​ໂດຍ​ໄວ ​ໃນ​ເວລາ​ທີ່​ເໝາະ​ສົມ. ທ່ານ​ລັດຖະມົນຕີ Faisal Al-Mikdad ​ໄດ້​ຮັບ​ຄຳ​ເຊີນ​ຢ່າງ​ດີ​ໃຈ, ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຈະ​ສ້າງ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-17987.html

In bài biết