ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ຫງວຽນມິງຮັ່ງ ໄດ້ໃຫ້ການຕ້ອນຮັບກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາຟຣິກາ ປະຈຳ ຮ່າໂນ້ຍ
ສ້າງສະຖາບັນວັດທະນະທຳ ອີຕາລີ ຢູ່ ຮ່າໂນ້ຍ ກາຍເປັນສູນກາງການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ | |
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ເຮັດວຽກກັບການນໍາກຸ່ມບໍລິສັດ Adidas |
ຜູ້ຕາງໜ້າກຸ່ມເອກອັກຄະລັດຖະທູດ ອາຟຣິກາ ປະຈຳ ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ Morocco Jamale Chouaibi ໄດ້ສະແດງຄວາມຊົມເຊີຍທ່ານຮອງລັດຖະມົນຕີ ນາງ ຫງວຽນມິງຮັ່ງ ທີ່ໄດ້ຮັບດຳລົງຕຳແໜ່ງໃໝ່ ແລະ ຂອບອົກຂອບໃຈຕໍ່ການສົມທົບກັນຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍຢ່າງທັນການຂອງກະຊວງການຕ່າງປະເທດ ຫວຽດນາມ ໃຫ້ບັນດາສະຖານທູດໃນການປະຕິບັດວຽກງານການຕ່າງປະເທດ, ເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງບັນດາປະເທດ ອາຟຣິກາ ແລະ ຫວຽດນາມ ໃຫ້ນັບມື້ນັບພັດທະນາ. ທ່ານເອກອັກຄະລັດຖະທູດກ່າວວ່າ ການພົວພັນລະຫວ່າງປະເທດ ອາຟຣິກາ ກັບ ຫວຽດນາມ ຍັງມີຫຼາຍຢ່າງສໍາລັບການພັດທະນາ.
![]() |
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ນາງ ຫງວຽນມິງຮັ່ງ ໄດ້ໃຫ້ການຕ້ອນຮັບກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາຟຣິກາ ປະຈຳ ຮ່າໂນ້ຍ. |
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ Chouaibi ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາການເຄື່ອນໄຫວເຊິ່ງກຸ່ມເອກອັກຄະລັດຖະທູດໄດ້ປະຕິບັດໃນປີ 2023 ເຊັ່ນ ສົມທົບກັບກະຊວງການຕ່າງປະເທດຈັດຕັ້ງວັນ ອາຟຣິກາ 2023 ຢູ່ ຮ່າໂນ້ຍ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງອົງການເອກະພາບ ອາຟຣິກາ (OAU), ອົງການທຳອິດຂອງສະຫະພັນ ອາຟຣິກາ (AU) ແລະ ເຊີດຊູພື້ນຖານວັດທະນະທໍາ, ມູນເຊື້ອທີ່ຫຼາກຫຼາຍຂອງບັນດາປະເທດ ອາຟຣິກາ.
ໃນປີ 2024, ທ່ານເອກອັກຄະລັດຖະທູດຫວັງວ່າ ກະຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ໜູນຊ່ວຍກຸ່ມຈັດຕັ້ງການເຄື່ອນໄຫວນີ້ ແລະຈັດຕັ້ງການໄປທັດສະນະສຶກສາຢູ່ບາງທ້ອງຖິ່ນຂອງ ຫວຽດນາມ.
ໂດຍສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາຟຣິກາ ປະຈຳ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີ ນາງ ຫງວຽນມິງຮັ່ງ ຢືນຢັນວ່າ ຍາມໃດຫວຽດນາມ ກໍ່ຕີລາຄາສູງຄວາມຮັກແພງ ແລະ ການໜູນຊ່ວຍອັນລ້ຳຄ່າຂອງບັນດາປະເທດ ອາຟຣິກາ ໃຫ້ແກ່ ຫວຽດນາມ.
ທ່ານຮອງລັດຖະມົນຕີໃຫ້ຮູ້ວ່າ ໃນຖານະຕຳແໜ່ງໃໝ່, ທ່ານພ້ອມແລ້ວທີ່ຈະສົມທົບກັບບັນດາເອກອັກຄະລັດຖະທູດ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຟຣິກາ ແລະ ສະຫະພັນ ອາຟຣິກາ (AU) ໃຫ້ນັບມື້ນັບພັດທະນາ. ກະຊວງການຕ່າງປະເທດກໍ່ພ້ອມແລ້ວທີ່ຈະປະສານສົມທົບ ແລະ ໜູນຊ່ວຍ ເພື່ອໃຫ້ບັນດາການເຄື່ອນໄຫວສະເພາະຂອງກຸ່ມເອກອັກຄະລັດຖະທູດ ໄດ້ຮັບການຜັນຂະຫຍາຍຢ່າງສຳເລັດຜົນ.
ໂດຍເຫັນດີກັບການຕີລາຄາຂອງທ່ານເອກອັກຄະລັດຖະທູດ Morocco, ທ່ານຮອງລັດຖະມົນຕີ ນາງ ຫງວຽນມິງຮັ່ງ ໃຫ້ຮູ້ວ່າ ບັນດາພື້ນຖານເສດຖະກິດ ອາຟຣິກາ ແລະ ຫວຽດນາມ ມີລັກສະນະເພີ່ມເຕີມໃຫ້ກັນຢ່າງສູງ. 2 ຝ່າຍຕ້ອງສ້າງເງື່ອນໄຂສະດວກສູງສຸດໃຫ້ແກ່ບັນດາສິນຄ້າທີ່ມີທ່າແຮງ ເພື່ອສືບຕໍ່ເຂົ້າໄປຍັງຕະຫຼາດເຊິ່ງກັນ ແລະ ກັນ.
ກ່າວຕົວຢ່າງໃນການຮ່ວມມື, ທ່ານຮອງນາຍົກລັດຖະມົນຕີຖືວ່າ ຫວຽດນາມພວມພັດທະນາຂະແໜງອຸດສາຫະກຳ Halal, ສະນັ້ນ, ຫວັງວ່າ ບັນດາທ່ານເອກອັກຄະລັດຖະທູດ ຈະໜູນຊ່ວຍ ຫວຽດນາມ ໃນການສະໜອງຂໍ້ມູນຂ່າວສານທ້ອງຕະຫຼາດ, ນະໂຍບາຍກ່ຽວກັບການຢັ້ງຢືນ Halal ແລະ ໜູນຊ່ວຍບັນດາວິສາຫະກິດເຊື່ອມໂຍງ, ພັດທະນາຊ່ອງທາງແຈກຢາຍໃຫ້ແກ່ບັນດາຜະລິດຕະພັນນີ້.
ສ່ວນຝ່າຍຫວຽດນາມ ແມ່ນພ້ອມແລ້ວທີ່ຈະສືບຕໍ່ແລກປ່ຽນບົດຮຽນໃນການພັດທະນາກະສິກຳ ແລະ ສະເໜີໃຫ້ທຸກຝ່າຍສາມາດສາມາດໝູນໃຊ້ຮູບແບບການຮ່ວມມື 3 ຝ່າຍ, ດ້ວຍແຫຼ່ງທຶນຈາກຝ່າຍທີ 3, ເພື່ອຊຸກຍູ້ການຜະລິດສະບຽງອາຫານ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ບັນດາປະເທດ ອາຟຣິກາ.
ມິງດຶກ