07:47 | 06/12/2023

ດ່ານັ້ງແມ່ນຈຸດນັດພົບຂອງນັກລົງທຶນ ແລະ ນັກທ່ອງທ່ຽວມາເລເຊຍ

ມະຫາວິທະຍາໄລ ດ່ານັງ ໄດ້ເຊັນບົດບັນທຶກກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວແລະ ກຳປູເຈຍ ມະຫາວິທະຍາໄລ ດ່ານັງ ໄດ້ເຊັນບົດບັນທຶກກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວແລະ ກຳປູເຈຍ
ນັກສຶກສາດ່ານັງ 282 ຄົນ ໄດ້ຜ່ານຮອບການສຳພາດທີ່  ນັກສຶກສາດ່ານັງ 282 ຄົນ ໄດ້ຜ່ານຮອບການສຳພາດທີ່ "ງານວາງສະແດງວຽກເຮັດງານທຳຍີ່ປຸ່ນ 2020"

ວັນທີ 04 ທັນວາ, ທ່ານ Firdauz Bin Othman, ຫົວໜ້າສະຖານກົງສູງ ມາເລເຊຍ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ມີການເຮັດວຽກກັບການນຳຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ. ທີ່ການເຮັດວຽກ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໂຮ່ກີມິງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ນັກລົງທຶນ ມາເລເຊຍ ຈະມີຄວາມສົນໃຈຊອກຫາການລົງທຶນ ແລະ ຮ່ວມມືຢູ່ ດ່ານັ້ງ ໃນບັນດາຂົງເຂດໃໝ່ກ່ຽວກັບການບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂດຍສະເພາະແມ່ນໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ຊິບເຄິ່ງຊັກນຳໄຟຟ້າ, ສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ 2 ທ້ອງຖິ່ນ.

ດ່ານັ້ງແມ່ນຈຸດນັດພົບຂອງນັກລົງທຶນ ແລະ ນັກທ່ອງທ່ຽວມາເລເຊຍ
(ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໂຮ່ກີມິງ ແລະ ທ່ານ Firdauz Bin Othman, ຫົວໜ້າສະຖານກົງສູງ ມາເລເຊຍ ປະຈຳ ນະຄອນ ໂຮ່ຈີມິນ)

ສ່ວນທ່ານ Firdauz Bin Othman ເນັ້ນໜັກວ່າ, ພາຍຫຼັງການໄປປະຕິບັດງານ, ທ່ານຈະແລກປ່ຽນກັບບັນດາວິສາຫະກິດ ມາເລເຊຍ ກ່ຽວກັບການກຳນົດທິດການຮ່ວມມືຂອງ 2 ທ້ອງຖິ່ນພິ​ເສດ​ແມ່ນການໜູນ​ຊ່ວຍໂຄສະນາ​ການທ່ອງທ່ຽວ​ນະຄອນ​ດາ​ນັ້ງຢູ່ມາ​ເລ​ເຊຍ, ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ ​ແລະ​ ການ​ສຶກສາ. ປາດຖະໜາວ່າ 2 ຝ່າຍຈະມີການຮ່ວມມືພັດທະນາຢ່າງດີງາມໃນໄລຍະຈະມາເຖິງ.

​ເປັນ​ທີ່​ຮູ້​ກັນ​ວ່າ, ປະຈຸ​ບັນ, ຢູ່​ນະຄອນ ດ່ານັ້ງ ມີ 18 ​ໂຄງການ​ຂອງ​ນັກ​ລົງທຶນ​ມາ​ເລ​ເຊຍ, ດ້ວຍ​ຍອດ​ຈຳນວນ​ທຶນ​ລົງທຶນ​ກວ່າ 222 ລ້ານ USD. ວົງ​ເງິນ​ສົ່ງ​ອອກ​ໄປ​ຍັງມາ​ເລ​ເຊຍ​ໃນ 9 ​ເດືອນ​ຕົ້ນ​ປີ 2023 ຄາດ​ວ່າ​ຈະ​ບັນລຸ 8,5 ລ້ານ​ USD; ການ​ນຳ​ເຂົ້າ​ຄາດ​ຄະ​ເນ​ປະມານ 7,2 ລ້ານ USD.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ມາ​ເລ​ເຊຍ​ຍາມໃດກໍ່ແມ່ນ​ໜຶ່ງ​ໃນ 10 ຕະຫຼາດ​ທ່ອງ​ທ່ຽວ​ສາກົນທີ່ມາຍັງ​ນະຄອນ​ດາ​ນັ້ງ. ​ໃນ 9 ​ເດືອນ​ຕົ້ນ​ປີ 2023, ນະຄອນ ດານັ້ງ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ເລ​ເຊຍ 68.000​ ກວ່າ​ເທື່ອ​ຄົນ, ກວມ 4,63% ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17900.html

In bài biết