12:47 | 29/11/2023

ແລກປ່ຽນວັດທະນະທໍາການເຮັດອາຫານຮ່າໂນ້ຍກັບເພື່ອນມິດສາກົນ

ຮ່າໂນ້ຍ ໄດ້ຮັບລາງວັນ “ດາລາໃນການອາຫານ” ຂອງອາຊີ ຮ່າໂນ້ຍ ໄດ້ຮັບລາງວັນ “ດາລາໃນການອາຫານ” ຂອງອາຊີ
ຮ້ານອາຫານ ລາວະດີສາຍຂອງ ປັບປຸງການບໍລິການຮອງຮັບນັກທ່ອງທ່ຽວ ຮ້ານອາຫານ ລາວະດີສາຍຂອງ ປັບປຸງການບໍລິການຮອງຮັບນັກທ່ອງທ່ຽວ

ຕອນບ່າຍວັນທີ 29 ພະຈິກ, ພະແນກວັດທະນະທໍາ ແລະກິລານະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມຂ່າວແນະນຳກ່ຽວກັບງານບຸນວັດທະນະທຳດ້ານອາຫານການກິນຂອງນະຄອນຫຼວງຮ່າໂນ້ຍ 2023. ຕາມນັ້ນແລ້ວ, ງານບຸນຈະດໍາເນີນໃນລະຫວ່າງວັນທີ 1-3 ທັນວາ ຢູ່ສວນສາທາລະນະ ທົ໊ງເຍິດ, ນະຄອນຮ່າໂນ້ຍ.

ຕາມທ່ານ ໂດ໊ດິ່ງຮົ່ງ, ຫົວໜ້າພະແນກວັດທະນະທຳ ແລະກິລາ ນະຄອນຫຼວງຮ່າໂນ້ຍ ແລ້ວ, ຈຸດປະສົງຂອງການຈັດງານບຸນ ແມ່ນເພື່ອແນໃສ່ເຊີດຊູ, ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ, ອາຫານການກິນພື້ນເມືອງຂອງນະຄອນຫຼວງຮ່າໂນ້ຍ; ສ້າງ ແລະຂຸດຄົ້ນເຄື່ອງໝາຍການຄ້າດ້ານວັດທະນະທຳ, ອາຫານການກິນ ແລະການທ່ອງທ່ຽວຢ່າງມີປະສິດທິຜົນ ໂດຍຜ່ານການພັດທະນາພື້ນຖານວັດທະນະທຳ, ອາຫານການກິນ, ການທ່ອງທ່ຽວ, ຄວາມຍອດຍິ່ງ, ຄວາມເປັນເອກະລັກສະເພາະ ແລະຄຸນນະພາບຂອງທົ່ວປະເທດ.

ແລກປ່ຽນວັດທະນະທໍາການເຮັດອາຫານຮ່າໂນ້ຍກັບເພື່ອນມິດສາກົນ

ແລກປ່ຽນວັດທະນະທໍາການເຮັດອາຫານຮ່າໂນ້ຍກັບເພື່ອນມິດສາກົນ

ຫົວຂໍ້ຂອງງານບຸນແມ່ນ “ພົບປະແລກປ່ຽນວັດທະນະທຳດ້ານອາຫານການກິນຂອງນະຄອນຫຼວງຮ່າໂນ້ຍ ກັບເພື່ອນມິດສາກົນ”, ມີຮ້ານວາງຂາຍ ແລະປຸງແຕ່ງອາຫານ 80 ຮ້ານ, ງານບຸນແນໃສ່ແນະນຳ ແລະໂຄສະນາພາບພົດຂອງນະຄອນຫຼວງຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວ, ວັດທະນະທຳ ແລະອາຫານການກິນທີ່ເປັນເອກະລັກສະເພາະ.

ເຫດການດັ່ງກ່າວກໍ່ແມ່ນໂອກາດເພື່ອໃຫ້ນະຄອນຫຼວງຮ່າໂນ້ຍ ແລະສະຖານທູດຂອງປະເທດຕ່າງໆ ເພີ່ມທະວີ ແລະຊຸກຍູ້ການເຄື່ອນໄຫວການທູດປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງປະຊາຊົນຫວຽດນາມ ເວົ້າລວມ ແລະນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ຕໍ່ກັບເພື່ອນມິດສາກົນ.

ຄຽງຂ້າງນັ້ນ, ງານບຸນຍັງມີການເຄື່ອນໄຫວຕ່າງໆຄືງານວາງສະແດງຮູບແຕ້ມ ແລະຮູບຖ່າຍກ່ຽວກັບວັດທະນະທຳດ້ານອາຫານການກິນຢູ່ພາຍໃນ ແລະຕ່າງປະເທດ; ການເຄື່ອນໄຫວລະຫຼິ້ນພື້ນເມືອງ, ການແລກປ່ຽນວັດທະນະທໍາ, ສິລະປະ ແລະອາຫານການກິນ; ກອງປະຊຸມສຳມະນາກ່ຽວກັບການພັດທະນາຊັບພະຍາກອນມະນຸດເພື່ອຮັບໃຊ້ການພັດທະນາອຸດສາຫະກຳວັດທະນະທຳໃນຂົງເຂດອາຫານການກິນ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-17867.html

In bài biết