ລະຄອນເວທີເຊື່ອມຕໍ່ຊາວຫວຽດນາມ ແລະ ລາວ
ບໍ່ມີບ່ອນວ່າງສຳລັບການສະແດງເເຕ່ລະຄືນ
ເວລາ 19:00 ໂມງແລງ, ທີ່ສູນ Anfamariview, ເມືອງແປກ, ແຂວງຊຽງຂວາງ (ປະເທດລາວ) ບໍ່ມີບ່ອນວ່າງ. ບັນດາຜູ້ເຖົ້າ, ຊາວໜຸ່ມ, ຊາວຫວຽດນາມ ແລະ ຊາວລາວລ້ວນແຕ່ມີຄວາມກະຕືລືລົ້ນໃນການເບິ່ງ.
ເປັນທີ່ໄດ້ຮູ້ວ່າ ນີ້ແມ່ນການສະແດງຄ່ຳຄືນສຸດທ້າຍໃນ 3 ຄືນທີ່ສະແດງຢູ່ລາວຂອງໂຮງລະຄອນລະຄອນ ຫວຽດນາມ ແລະ ສູນວັດທະນະທຳຫວຽດນາມ ຢູ່ລາວ.
ຄ່ຳຄືນສະແດງໄດ້ເປີດສາກດ້ວຍການຮ້ອງເພງ, ຟ້ອນ, ດົນຕີທີ່ຍ້ອງຍໍຄວາມງາມຂອງປະເທດຊາດ ແລະ ປະຊາຊົນສອງປະເທດ, ຍ້ອງຍໍມິດຕະພາບແບບພິເສດ ຫວຽດນາມ - ລາວ ສະແດງໂດຍ ວິທະຍາໄລວັດທະນະທຳ ແລະ ສິລະປະແຫ່ງຊາດລາວ. ຕໍ່ຂາກນັ້ນແມ່ນບົດລະຄອນເວທີ “ຄູ່ດວງຕາທີ່ໃສແຈ້ງ” ທີ່ໂຮງລະຄອນຫວຽດນາມສະແດງ.
![]() |
ລະຄອນເວທີ “ຄູ່ດວງຕາທີ່ໃສແຈ້ງ” ທີ່ໂຮງລະຄອນຫວຽດນາມສະແດງ. ພາບ: ມິງຮ໋ຽວ |
ການສະແດງໄດ້ເຂົ້າເຖິງບັນດາຄວາມຮູ້ສຶກຂອງຜູ້ຊົມຕາມວິທີສະເພາະ ເເລະ ຕື້ນຕັນໃຈ. ຍາມໃດກໍ່ເຫັນຢາດນ້ຳຕາຂອງຜູ້ຊົມເມື່ອໄດ້ເຫັນພາບປະທານໂຮ່ຈິມິນຂຶ້ນເທິງເວທີສະແດງໃນບົດລະຄອນ “ຄູ່ດວງຕາທີ່ໃສແຈ້ງ”, ນ້ຳຕາແຫ່ງຄວາມຕື້ນຕັນໃຈປະສົມກັບຄວາມສຸກ.
ທ່ານນາງ ສຸດາລາ ຈັນທະວິທອງ ເປັນຊາວລາວ ທີ່ໄດ້ສຶກສາ ຢູ່ຫວຽດນາມ ເປັນເວລາ ຫລາຍປີ ເວົ້າວ່າ ຮູ້ສຶກເປັນກຽດ ແລະ ພູມໃຈທີ່ສຸດ ທີ່ໄດ້ມາເບິ່ງການສະແດງສິລະປະໃນມື້ນີ້. ທ່ານນາງຫວັງວ່າ ໃນໄລຍະຈະມາເຖິງຈະມີຫຼາຍການເຄື່ອນໄຫວທີ່ຄ້າຍຄືກັນເພື່ອໃຫ້ປະຊາຊົນສອງປະເທດໄດ້ແລກປ່ຽນ, ຮ່ຳຮຽນ. ພ້ອມກັນນັ້ນ, ກໍ່ໄດ້ໃຫ້ບັນດາລຸ້ນປະຈຸບັນ ສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມ ເພື່ອໃຫ້ບັນດາລຸ້ນຫຼັງໄດ້ປະຕິບັດຕາມແບບຢ່າງ, ພ້ອມກັນປົກປັກຮັກສາ ແລະ ພັດທະນາສາຍພົວພັນແບບພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບດີງາມກວ່າເກົ່າ.
“ເມື່ອໄດ້ຍິນຂ່າວວ່າມີງານສະແດງສິລະປະຫວຽດນາມ ມາສະແດງຢູ່ນະຄອນຫຼວງວຽງຈັນ, ຂ້າພະເຈົ້າດີໃຈແທ້ໆ. ຂ້າພະເຈົ້າປະທັບໃຈທີ່ສຸດກັບບົດລະຄອນ "ຄູ່ດວງຕາທີ່ໃສແຈ້ງ". ເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ເຫັນພາບຂອງລຸງໂຮ່ຢ່າງມີຊີວິດຊີວາ. ຜ່ານບົດລະຄອນ, ຂ້າພະເຈົ້າໄດ້ຮັບຮູ້ບົດຮຽນທີ່ວ່າຕົນເອງເປັນແນວໃດກໍຕາມ ເຮົາກໍ່ຕ້ອງກ້າວຂື້ນ, ເດີນຕໍ່ໄປ ແລະ ບໍ່ອ່ອນຍອມ. ຂ້າພະເຈົ້າຫວັງວ່າ ບັນດາລຸ້ນຄົນໃນປະຈຸບັນຄວນພ້ອມກັນມຸ່ງໄປເຖິງບັນດາຈຸດໝາຍທີ່ໃຫຍ່ຫຼວງກວ່າອີກ ເພື່ອຊ່ວຍສ້າງສາປະເທດ ກໍ່ຄືເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດແໜ້ນແຟ້ນກ່ວາອີກ”, ນ້ອງ ເຈີນທິງ່າ - ນັກຮຽນຊັ້ນ ມ.7 ໂຮງຮຽນ ສອງພາສາ ລາວ - ຫວຽດນາມ ຫງວຽນຢູ ແບ່ງປັນ.
ເປັນທີ່ຮູ້ກັນແລ້ວວ່າ ເພື່ອຍ້ອງຍໍປະທານ ໂຮ່ຈີມິນ ແລະ ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ລາວ, ໂຮງລະຄອນລະຄອນຫວຽດນາມ ໄດ້ສົມທົບກັບສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ເພື່ອນຳເອົາລາຍການສິລະປະດ້ວຍບົດລະຄອນ “ຄູ່ດວງຕາທີ່ໃສແຈ້ງ” ມາໃຫ້ກັບຊາວຫວຽດນາມ ຢູ່ ແຂວງຈໍາປາສັກ, ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ - ລາວ.
ນັກສິລະປິນ ກ່ຽວມີງຮ໋ຽວ, ຮອງຜູ້ອຳນວຍການໂຮງລະຄອນລະຄອນຫວຽດນາມ ໃຫ້ຮູ້ວ່າ: ກ່ອນທີ່ຈະມາປະເທດລາວສະເເດງ, ໂຮງລະຄອນລະຄອນຫວຽດນາມ ກໍ່ໄດ້ສ້າງ ແລະ ຄັດເລືອກບັນດາລາຍການສິລະປະທີ່ມີຄຸນນະພາບ ເພື່ອໃຫ້ຜູ້ຊົມຫວຽດນາມ ແລະ ລາວ ໄດ້ຊົມບັນດາລາຍການສະແດງທີ່ດີ ແລະ ດຶງດູດໃຈ. ພ້ອມກັນນັ້ນ, ກໍ່ໄດ້ເຜີຍແຜ່ໃຫ້ເຫັນຮູບພາບລຸງໂຮ່, ເເຕ່ລະຄຸນຄ່າມະນຸດສະທຳ ແລະ ມານະຈິດດຳລົງຊີວິດມາສູ່ປະຊາຊົນສອງປະເທດ ເພື່ອເນັບຈາກນັ້ນ ພວກເຂົາຈະພະຍາຍາມບືນຂຶ້ນໃນການຮ່ຳຮຽນ, ເຮັດວຽກ ແລະ ເພີ່ມພູນຄູນສ້າງ, ເຊື່ອມຕໍ່ໃຫ້ຄວາມຮັກແພງ 2 ປະເທດ ຫວຽດນາມ ແລະ ລາວ ບໍ່ຢຸດຢັ້ງ.
ສິນລະປະຂອງການເຊື່ອມຕໍ່ຫົວໃຈ
ໃນຊຸມປີມໍ່ໆມານີ້, ໄດ້ມີບົດລະຄອນຫຼາຍບົແທີ່ຍ້ອງຍໍການພົວພັນແບບພິເສດ ຫວຽດນາມ - ລາວ. ໃນນັ້ນລວມມີ: ບົດລະຄອນ “ສະຫາຍຫວຽດ” ໂດຍສິລະປິນດີເດັ່ນ ຫົງນະຄອນ ທຸມພະລາ, ກົມສິລະປະການສະເເດງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ, ຂຽນບົດລະຄອນ ເເລະ ກຳກັບການສະແດງ, ສ້າງຮູບພາບຂອງທະຫານອາສາສະໝັກ ຫວຽດນາມ ຕໍ່ສູ້ຢູ່ສະໜາມຮົບລາວ ທີ່ເປັນສັນຍາລັກຂອງຄວາມຕັ້ງໝັ້ນ, ນ້ຳໃຈພິລະອາດຫານ ແລະ ຄວາມຮັກແພງຢູ່ໃນໃຈຂອງປະຊາຊົນລາວ.
![]() |
ການສະແດງສິລະປະຍ້ອງຍໍນ້ຳໃຈມິດຕະພາບ ຫວຽດນາມ - ລາວ. ພາບ: ມິງຮ໋ຽວ |
ບົດລະຄອນ “ຮ່ວມຂຸມຄອງດຽວກັນ” ໂດຍນັກສິລະປິນດີເດັ່ນ ຫົງນະຄອນ ທຸມພະລາ, ກົມສິລະປະການສະເເດງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ, ຂຽນບົດລະຄອນ ເເລະ ກຳກັບການສະແດງ ໂດຍໄດ້ສ້າງຈາກເລື່ອງລາວທີ່ມີຈິງກ່ຽວກັບຮູບພາບບັນດານັກຮົບອາສາສະໝັກ ຫວຽດນາມ ໄດ້ຕໍ່ສູ້ຮ່ວມກັນບັນດາທະຫານລາວ ແລະ ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອຊາດລາວ ຢູ່ແນວຮົບຊຽງຂວາງ, ພາກເໜືອຂອງລາວ ໃນປີ 1972.
ນັກສະແດງໂຮງລະຄອນຫວຽດນາມ ໃຫ້ຮູ້ວ່າ: ເເຕ່ລະຄືນທີ່ສະເເດງໄດ້ປະສົບຜົນສຳເລັດຜົນອັນຍິ່ງໃຫຍ່ແມ່ນ ບັນດາຄ່ຳຄືນທີ່ດຶງດູດຜູ້ຊົມເຂົ້າມາຊົມເປັນຈຳນວນຫຼວງຫຼາຍ, ບັນດາສະຖານທີ່ສະແດງໃນລາວກໍ່ເຕັມໄປໝົດ. ຫຼັງຈາກບົດສະແດງໄດ້ສິ້ນສຸດລົງ, ນອກຈາກສຽງຕົບມືທີ່ດັງຂຶ້ນຢ່າງບໍ່ຢຸດຢ່ອນແລ້ວ, ຜູ້ຊົມຫຼາຍຄົນຍັງໄດ້ເຂົ້າແຖວເພື່ອຂອບໃຈ ແລະ ຖ່າຍຮູບທີ່ລະນຶກກັບນັກສະແດງ. ທຸກຄັ້ງທີ່ເປັນເຊັ່ນນີ້, ປະຊາຊົນຫວຽດນາມ ແລະ ລາວ ກໍ່ຈະໄດ້ມີໂອກາດທຳຄວາມເຂົ້າໃຈເຊິ່ງກັນແລະ ກັນ, ມີຄວາມຮູ້ສຶກທີ່ຄ້າຍຄືກັນ.
ບົດສະແດງແຕ່ລະບົດໄດ້ປະກອບສ່ວນສຶກສາໃຫ້ປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມ ໃຫ້ຮູ້ຄຸນຄ່າ, ຮູ້ເຄົາລົບນັບຖື, ອະນຸລັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດ ແລະ ຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ, ການນຳກະຊວງຖະ ແຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວລາວ ໄດ້ເນັ້ນຫນັກ.
ດີງເລື້ອງ