ມາຢ້ຽມຢາມຄອບຄົວຂອງທ່ານ ຫງວຽນດິ່ງດຶກ (ອາໄສຢູ່ກຸ່ມຊຸມຊົນ 12, ຕາແສງ ເຮືອງເຊີ, ນະຄອນ ເຫ້ວ) ທີ່ເມຍ ແລະ ລູກສາວຈົມນ້ຳເສຍຊີວິດຢູ່ກຸ່ມຊຸມຊົນ ເທ໊ລ້າຍເທື້ອງ, ຕາແສງ ເຮືອງວິ້ງ, ທ່ານພົນຈັດຕະວາ ຫງວຽນງອກຮ່າ ໄດ້ຢ້ຽມຢາມ, ລະດົມກໍາລັງໃຈ , ສະແດງຄວາມເສົ້າສະຫຼົດໃຈ ແລະ ມອບເງິນໜູນຊ່ວຍ ໃຫ້ ຄອບຄົວ 10 ລ້ານດົ່ງ. ນອກນີ້, ກອງບັນຊາການທະຫານແຂວງກໍ່ໄດ້ມອບເງິນບໍລິຈາກຈຳນວນ 2 ລ້ານດົ່ງໃຫ້ຄອບຄົວຂອງທ່ານ ດຶກ.
ຢ້ຽມຢາມບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ແລະໂດດດ່ຽວ, ທ່ານຮອງຜູ້ບັນຊາການທະຫານເຂດ 4 ພ້ອມດ້ວຍຄະນະ ປະຕິບັດງານທະຫານເຂດ, ການນໍາກອງບັນຊາການທະຫານແຂວງ ແລະ ການນໍາທ້ອງຖິ່ນໄດ້ລົງຢ້ຽມຢາມ ແລະລະດົມກໍາລັງໃຈ ແລະ ມອບຂອງຂັວນ ລວມມີ: ເຂົ້າສານ, ໝີ່ໄວໆ, ສິ່ງຂອງຈໍາເປັນ ... ໃຫ້ບັນດາຄອບຄົວ.
![]()
![Quân khu 4 thăm, tặng quà người dân vùng lũ Thừa Thiên Huế ảnh 1]()
ຄະນະປະຕິບັດງານ ລົງຢ້ຽມຢາມ, ມອບຂອງຂວັນ, ລະດົມກໍາລັງໃຈພໍ່ແມ່ ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ລໍາບາກຈາກໄພນໍ້າຖ້ວມກໍ່ຂຶ້ນ. ພາບ: nhandan.vn
ຕໍ່ໜ້າກັບການຜັນແປຢ່າງສັບສົນຂອງດິນຟ້າອາກາດ, ທ່ານພົນຈັດຕະວາ ຫງວຽນງອກຮ່າ ໃສ່ໃຈວ່າ: ອໍານາດການປົກຄອງ ແລະປະຊາຊົນບໍ່ພາວະວິໄສ ແລະ ຕ້ອງສືບຕໍ່ຕິດຕາມ ແລະກໍາແໜ້ນສະພາບດິນຟ້າອາກາດ ເພື່ອເປັນເຈົ້າການຜັນຂະຫຍາຍບັນດາມາດຕະການຮັບມືຢ່າງທັນການ ບົນຈິດໃຈ “ 4 ຢູ່ກັບທີ່”, ຮັບປະກັນຄວາມປອດໄພຂອງປະຊາຊົນ ແລະຊັບສິນຂອງປະຊາຊົນຢ່າງສຸດຂີດ.
![]()

ການນຳທະຫານເຂດ 4 ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ ແລະ ຄອບຄົວປະສົບກັບຄວາມຫຍຸ້ງຍາກ. ພາບ: nhandan.vn
ທ່ານພົນຈັດຕະວາ ຫງວຽນງອກຮ່າ ຕີລາຄາສູງຄວາມມານະພະຍາຍາມຂອງ ອຳນາດການປົກຄອງທ້ອງຖິ່ນໃນການປ້ອງກັນ ແລະຕ້ານໄພນໍ້າຖ້ວມ.
ຕອນບ່າຍວັນດຽວກັນ, ຄະນະປະຕິບັດກອງບັນຊາການທະຫານແຂວງ ເທື່ອທຽນເຫ້ວ ນຳໜ້າໂດຍທ່ານພັນເອກພິເສດ ຫງວຽນດິງຄວາ, ຮອງຜູ້ບັນຊາການໄດ້ລົງຢ້ຽມຢາມ ແລະມອບຂອງຂວັນໃຫ້ບັນດາຄອບຄົວປະສົບໄພນ້ຳຖ້ວມຢູ່ຕາແສງ ເຮືອງຖຸຍ.
ບູນມີ
Link: https://huunghivietlao.thoidai.com.vn/detail-article-17706.html
In bài biết